SFG2055 v2 1 ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ ວັດທະນາຖາວອນ ກະຊວງໂຍທາທິການ ແລະ ຂົນສົ່ງ ກົມຂົວທາງ(ກຂທ) ແລະ ສະຖາບັນໂຍທາທິການ ແລະ ຂົນສົ່ງ(ສຍຂ) ຮ່າງບົດສະຫລຸບຫຍໍ້ ກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໂຄງການຂະແໜງຂົວທາງ ຢູ່ ສປປ ລາວ, ໄລຍະ 2 (LRSP-2) ເລກທີໂຄງການ: (P158504) ນະຄອນຫລວງວຽງຈັນ, 18 ພຶດສະພາ 2016 2 ພາກສະເໜີ 1. ຈຸດປະສົງ ໂຄງການຂະແໜງຂົວທາງ 2 (LRSP2), ເພື່ອສ້າງໃຫ້ບັນລຸຜົນສຳເລັດໂຄງການຂະແໜງ ຂົວທາງ (LRSP2), ເຊິ່ງກຳລັງໄດ້ມີການກະກຽມ ເພື່ອສະໜັບສະໜູນ ລັດຖະບານ ສປປ ລາວ ໃນການຄຸ້ມຄອງລະບົບຕາໜ່າງຂົວທາງ ຂອງ ສປປ ລາວ. ໂຄງການດັ່ງກ່າວ ຈະໃຫ້ທຶນ ແກ່ວຽກງານຂົວທາງ ໃນຮູບແບບ ການບູລະນະເປັນປະຈຳ ແລະ ເປັນແຕ່ໄລຍະ ແລະ ການປັບປຸງເປັນບາງຈຸດ ເພື່ອສ້າງຄວາມໝັ້ນຄົງຂອງຂົວທາງທີ່ສາມາດຕ້ານທານກັບສະພາບການປ່ຽນ ແປງຂອງດິນຟ້າອາ ກາດ. ໂຄງການດັ່ງກ່າວ ຈະດຳເນີນດ້ວຍວິທີການທີ່ເປັນລະບົບ ໄປສູ່ການລົງທຶນ ທີ່ມີຄູ່ຮ່ວມງານ ໂດຍກຳນົດ ຜູ້ສະໝັກຂໍໂຄງການ ນຳໃຊ້ມາດຖານດ້ານວິຊາການ ແລະ ສັງຄົມ. ໂຄງການ ອາດຍັງມີກອງທຶນເພີ່ມເຕີມ ສຳລັບວຽກງານຂົວທາງ ທີ່ຕອບສະໜອງໂດຍ ຜູ້ໃຫ້ທຶນອື່ນໆ ເຊັ່ນ: ກອງທຶນພັດທະນາ ຂອງກຸ່ມປະເທດນໍດິກ(NDF)3, ທະນາຄານການລົງທຶນເອີລົບ (EIB) ແລະ ສະຫະພັນເອີລົບ (EU). ໂຄງການຍັງຈະດຳເນີນກິດຈະກຳການຊ່ວຍເຫລືອດ້ານວິຊາການ ລວມທັງການສ້າງຄວາມເຂັ້ມແຂງ ດ້ານຄວາມອາດສາມາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນການກະກຽມ ແລະ ປະຕິບັດ ການຮ່ວມມືລະຫວ່າງ ພາກລັດ-ເອກະຊົນ4 ໂດຍການສຸມໃສ່ສະເພາະ ການແກ້ໄຂສິ່ງທ້າທາຍ ການປ່ຽນແປງດິນຟ້າອາກາດ ທີ່ຕາໜ່າງຂົວທາງ ພວມປະເຊີນຢູ່. 2. ຈຸດປະສົງ ການພັດທະນາ ໂຄງການ ແມ່ນເພື່ອສ້າງຄວາມເຂັ້ມແຂງ ໃນການຈັດຕັ້ງປະຕິບັດ ການຄຸ້ມຄອງ ລະບົບຂົວທາງ ແລະ ການປັບປຸງ ການເຊື່ອມໂຍງຂອງເສັ້ນທາງທີ່ສາມາດຕ້ານທານ ກັບສະພາບການປ່ຽນແປງຂອງດິນຟ້າອາກາດ ໃນແຂວງທີ່ໄດ້ຄັດເລືອກໄວ້ ແລະ ໃນກໍລະນີວິກິດການ ຫຼື ເຫດການສຸກເສີນ ເພື່ອຕອບໂຕ້ ຕໍ່ກັບວິກິດການ ແລະ ເຫດການສຸກເສີນ. 3. ໂຄງການດັ່ງກ່າວ ໄດ້ຖືກຄາດຄະເນໄວ້ຈະກາຍເປັນຂະແໜງທີ່ກວ້າງຂວາງ ໂດຍມີການລົງທຶນ-ໂດຍສະເພາະ ການບູລະນະ ປະຈຳວັນ-ໄດ້ຖືກຂະຫຍາຍໄປທົ່ວ ສປປ 3 NDF ໄດ້ສະແດງຄວາມສົນໃຈ ໃນການສະໜັບສະໜູນ ການຊ່ວຍເຫລືອດ້ານວິຊາການ ກ່ຽວກັບ ການສ້າງຄວາມອາດສາມາດ ແລະ ການພັດທະນາເຄື່ອງມື ອັນຈຳເປັນ ເພື່ອແກ້ໄຂ ບັນຫາ ການເຊື່ອມໂຍງເສັ້ນທາງ ທີ່ສາມາດຕ້ານທານ ກັບສະພາບການປ່ຽນແປງດິນຟ້າອາກາດ ລວມທັງ ການທົດສອບບາງວຽກງານຂົວທາງ ເພື່ອທົດສອບການແກ້ໄຂ 4 ໂດຍສອດຄ່ອງກັບ “ບົດແນະນຳ ຊົວຄາວ ວ່າດ້ວຍ ການນຳໃຊ້ ນະໂຍບາຍ ການປົກປ້ອງ ສຳລັບກິດຈະກຳການຊ່ວຍເຫລືອ ດ້ານວິຊາການ(TA) ຂອງໂຄງການ ທະນາຄານ-ການເງິນ ແລະ ກອງທຶນ ຄຸ້ມຄອງ ໂດຍທະນາຄານ” ໂຄງການໄດ້ຖືກຈັດແບ່ງ ເປັນປະເພດ A ສຳລັບສິ່ງແວດລ້ອມ ແລະ ການປົກປ້ອງ ເນື່ອງຈາກວ່າ ກິດຈະກຳ ທີ່ກ່ຽວຂ້ອງກັບ PPP ເກີດຂຶ້ນ ຈາກການສະໜັບສະໜູນ ການຊ່ວຍເຫລືອດ້ານວິຊາການ ໃນອະນາຄົດ ອາດນຳໄປສູ່ບັນຫາຜົນກະທົບ ສິ່ງແວດລ້ອມ ແລະ/ຫຼື ສັງຄົມ ສຳຄັນ ໃນກໍລະນີ ກິດຈະກຳ ເຫລົ່ານີ້ ໄດ້ຮັບການຈັດຕັ້ງປະຕິບັດ. ການລົງທຶນໃນຂະແໜງຂົວທາງຮູບແບບ PPP ໃນຕົວມັນເອງ ແມ່ນຢູ່ນອກຂອບເຂດ ຂອງໂຄງການ. ພອ້ມນັ້ນ, ການກະກຽມ ການສຶກສາຄວາມເປັນໄປໄດ້(FS) ແລະ ເຄື່ອງມື ການປົກປ້ອງ ທີ່ສອດຄ່ອງກັບ ຂໍ້ກໍານົດ ປະເພດ A ສຳລັບ ໂຄງການ NR13 PPP ທີ່ໄດ້ດໍາເນີນຢູ ພາຍໄຕ້ ໂຄງການຂະແໜງຂົວທາງ ສປປ ລາວ (LRSP). 3 ລາວ. ເອກະສານຊ້ອນທ້າຍ ກ ສະແດງ ກ່ຽວກັບ ແຜນທີ່ ສະຖານທີ່ຕັ້ງ ແລະ ລັກສະນະພູມສັນຖານຫລັກ ຂອງ ສປປ ລາວ ແລະ ແຜນທີ່ ຕາໜ່າງຂົວທາງ. ໃນໄລຍະທີໜຶ່ງ, ຫົກແຂວງ ໄດ້ຖືກກຳນົດ ເປັນຜູ້ແຂ່ງຂັນ ສຳລັບ ໂຄງການທົດສອບຕົວແບບ: ຜົ້ງສາລີ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຊຽງຂວາງ ແລະ ບໍລິຄໍາໄຊ. ອົງປະກອບໂຄງການ 4. ອົງປະກອບ 1: ການບູລະນະຂົວທາງໃຫ້ສາມາດຕ້ານທານ ຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດ. 1.1: ການບູລະນະຂົວທາງແຂວງ ແລະ ເມືອງ: ໂຄງການຈະຈັດຕັ້ງປະຕິບັດສັນຍາ ການບູລະນະຂົວທາງຂອງແຂວງ ແລະ ເມືອງ ຢ່າງເປັນປະຈຳ. ໂດຍຄາດຄະເນໄວ້ວ່າ ອາດຈະດໍາເນີນການ ໃນຮູບແບບການຈັດຕັ້ງປະຕິບັດ ໂດຍອີງຕາມສັນຍາ. ກິດຈະກໍາ ຈະຖືກສ້າງຂຶ້ນ ໂດຍອີງຕາມບົດຮຽນ ຈາກປະສົບການໃນທ້ອງຖິ່ນ ພ້ອມທັງພື້ນຖານການບູລະນະ ຂອງຊຸມຊົນ ແລະ ວິສາຫະກິດ ຂະໜາດນ້ອຍ. 1.2: ການບູລະນະ ເປັນໄລຍະ ແລະ ການປັບປຸງ ເປັນຈຸດ: ໂຄງການ ຈະດໍາເນີນການບູລະນະເປັນໄລຍະ ແລະ ການປັບປຸງ ເປັນຈຸດ ເພື່ອປັບປຸງ ສະພາບຂົວທາງ ໃນບ່ອນທີ່ຈະໄດ້ຮັບການບູລະນະ ໃຫ້ມີຜົນສຳເລັດ ດ້ວຍການບູລະນະຢ່າງເປັນປະຈຳ. ພາຍໄຕ້ ອົງປະກອບບັນຫາ ຄວາມປອດໄພ ເສັ້ນທາງ ຈະຖືກພິຈາລະນາ ເຊັ່ນ ການປັບປຸງ ອຸປະກອນຂົວທາງ. 1.3: ການຍົກລະດັບຄວາມສາມາດຕ້ານທານ ກັບສະພາບການປ່ຽນແປງຂອງດິນຟ້າອາກາດ: ນີ້ອາດລວມເອົາ ການຍົກລະດັບບາງສ່ວນຂົວທາງທີ່ມີຄວາມສ່ຽງຖືກນໍ້າຖ້ວມຂັງ ລວມທັງ ເຂດຄ້ອຍຊັນສູງ ແລະ ບາງສ່ວນ ທີ່ຜ່ານເຂດຊຸມຊົນໜາແໜ້ນ, ການປັບປຸງ ແລະ ກໍ່ສ້າງ ຮ່ອງລະບາຍນໍ້າ, ແລະ ການປັບປຸງ ແລະ ສ້າງໃຫ້ມີຄວາມທົນທານ ໃນເຂດທີ່ຄ້ອຍຊັນ. ການພິຈາລະນາ ສຳຄັນ ຈະໄດ້ມີການແນະນຳ ເຕັກນິກ ອັນໃໝ່ ຫຼື ທີ່ໄດ້ມີການປັບປຸງ 1.4: ການອອກແບບ ແລະ ການຄວບຄຸມດູແລ ວຽກງານການກໍ່ສ້າງ: ມູນຄ່າ ການຊ່ວຍເຫລືອດ້ານວິຊາການ ແລະ ການດຳເນີນງານ ສຳລັບການອອກແບບ ແລະ ການຄວບຄຸມດູແລ ກິດຈະກຳ ການລົງທຶນ, ແລະ ການຮັບປະກັນຄຸນນະພາບ ສຳລັບວຽກງານການບູລະນະ ແລະ ການປັບປຸງ ເປັນຈຸດ ຢູ່ໃນແຂວງ ທີ່ຖືກຄັດເລືອກ ພາຍໄຕ້ 1.1 ຫາ 1.3. 5. ການສ້າງຄວາມເຂັ້ມແຂງ ຂອງພາກລັດ: 2.1: ການວາງແຜນຍຸດທະສາດ ຂະແໜງການ: ຈະສ້າງຄວາມເຂັ້ມແຂງ ຜ່ານການຊ່ວຍເຫລືອ ດ້ານວິຊາການ ໃນການແນະນຳ ນະໂຍບາຍ ລະດັບສູງ 4 ສຳລັບການປັບປຸງ ແລະ ການກຳນົດການດຳເນີນງານຍຸດທະສາດຂະແໜງການ ຮອດປີ 2025 ແລະ ແຜນດຳເນີນງານ ຮອດປີ 2020 ແລະ ພັດທະນາກອບໜ້າວຽກ ການວາງແຜນຍຸດທະສາດ ສຳລັບແຂວງທີ່ໄດ້ຖືກຄັດເລືອກ, ລວມທັງການປະເມີນ ແລະ ເພີ່ມປະສິດທິພາບ ສຳລັບການສະໜອງງົບປະມານເຂົ້າໃນຂະແໜງການຂົວທາງ ເພື່ອຮັບປະກັນການຈັດສັນຊັບພະຍາກອນຫລາຍຂຶ້ນ ເຂົ້າໃນການບູລະນະ, ການປະສົມປະສານເຂົ້າກັບການປັບຕົວເຂົ້າກັບການປ່ຽນແປງຂອງດິນຟ້ າອາກາດ ແລະ ຄວາມປອດໄພ ຈາກການປ່ຽນແປງດິນຟ້າອາກາດ, ການຈັດຕັ້ງປະຕິບັດ ການຕິດຕາມກວດກາ, ການທົບທວນ ແລະ ການປະເມີນ ເປັນແຕ່ໄລຍະ. 2.2.ການຄຸ້ມຄອງລະບົບຂົວທາງທີ່ສາມາດຕ້ານທານກັບສະພາບການປ່ຽນແປ ງຂອງດິນຟ້າອາກາດ: ສໍາລັບ (ກ) ການອອກແບບ ແລະ ການຄວບຄຸມຄຸນນະພາບ ຂອງສັນຍາດ້ານການເງິນຂົວທາງ ຂອງຂະແໜງຂົວທາງ ພາຍໄຕ້ LRSP2 ເພື່ອຮັບປະກັນ ພື້ນຖານໂຄງລ່າງທີ່ດີສຸດ ທີ່ສາມາດຕ້ານທານກັບສະພາບການປ່ຽນແປງຂອງດິນຟ້າອາກາດ (ຂ) ສະໜັບສະໜູນ ກະຊວງໂຍທາທິການ ແລະ ຂົນສົ່ງ(i) ໃນການພັດທະນາ ແຜນດຳເນີນງານ ການປ່ຽນແປງດິນຟ້າອາກາດ ຕາມທີ່ລະບຸໄວ້ຢູ່ໃນ INDC, (ii) ການເຂົ້າຮ່ວມ ໃນຄະນະກຳມະການຄຸ້ມຄອງໄພພິບັດແຫ່ງຊາດ, ແລະ (iii) ສະໜັບສະໜູນ ການຕິດຕາມກວດກາ ແລະ ການປະເມີນ ການຈັດຕັ້ງປະຕິບັດ ແຜນດຳເນີນງານການປ່ຽນແປງດິນຟ້າອາກາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ, (ຄ) ສະໜັບສະໜູນ ການດຳເນີນງານ ແຜນທີ່ເຂດຄວາມສ່ຽງ, ໃຫ້ມີຢູ່ ກະຊວງແຜນການ ແລະ ການລົງທຶນ(MPI), ເຂົ້າໃນແຜນທີ່ເຂດທີ່ມີຄວາມອ່ອນໄຫວ ສຳລັບການນຳໃຊ້ ຂອງວິສະວະກອນ ໃນການວາງແຜນ ສຳລັບການບູລະນະ ພື້ນຖານໂຄງລ່າງ ຫຼື ການລົງທຶນ; (ງ) ທົບທວນ ແລະ ປັບປຸງ ເຄື່ງມື ປະຈຸບັນ ສຳລັບການວາງແຜນ(ລວມທັງ RMS, PROMM); (ຈ) ສະໜັບສະໜູນ ການສໍາລວດພາກສະໜາມ ປະຈໍາປີ ເພື່ອລວມເອົາຂໍ້ມູນອັນຈຳເປັນ ໃນ RMS, PROMM ສຳລັບການວາງແຜນຄວາມສ່ຽງພື້ນຖານ;(ສ) ສະໜັບສະໜູນ ການທົບທວນ ການອອກແບບ, ມາດຕະຖານ ແລະ ບົດແນະນຳປະຈຸບັນ ໃນການຮ່ວມມືກັບຄູ່ພັດທະນາອື່ນໆໃນຂະແໜງ (ເປັນຕົ້ນ ADB, JICA, KfW ແລະ ທະນາຄານໂລກ) ເພື່ອລວມເອົາອົງປະກອບຄວາມສາມາດຕ້ານທານກັບສະພາບການປ່ຽນແປງຂອ ງດິນຟ້າອາກາດ ແລະ ສຳເລັດເອກະສານສະບັບສຸດທ້າຍໃນທົ່ວປະເທດ; (ຊ) ປັບປຸງເອກະສານດ້ານສິ່ງແວດລ້ອມ ລວມທັງຄູ່ມືການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ. 2.3: ຂະແໜງການຄຸ້ມຄອງ: ສ້າງຄວາມເຂັ້ມແຂງ ການຄວບຄຸມ ແລະ ການຄຸ້ມຄອງລະບົບການເງິນ ພາຍໃນ ຂອງພະແນກໂຍທາທິການ ແລະ ຂົນສົ່ງ. 5 2.4: ການສ້າງຄວາມອາດສາມາດຂອງຂະແໜງການລັດ: ຕອບສະໜອງ ການຝຶກອົບຮົມ ດ້ານວິຊາການ ເພື່ອປັບປຸງ ຄວາມອາດສາມາດຂະແໜງການ ກ່ຽວກັບ ຄວາມສາມາດຕ້ານທານ ກັບສະພາບການປ່ຽນແປງຂອງດິນຟ້າອາກາດ ແລະ ການຊ່ວຍເຫລືອດ້ານວິຊາການ ແລະ ການຝຶກອົບຮົມ ໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ ແລະ ອົງການຈັດຕັ້ງລັດຖະບານທີ່ກ່ຽວຂ້ອງ ລວມທັງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ(ກຊສ) ໃນການຈັດຕັ້ງປະຕິບັດ ໂຄງການ PBC ແລະ PPP ສໍາລັບຂະແໜງການຂົວທາງ ຜ່ານທາງການພັດທະນາ ການຄຸ້ມຄອງ ແລະ ຕິດຕາມກວດກາ ການປົກປ້ອງ ສິ່ງແວດລ້ອມ ແລະ ສັງຄົມ ແລະ ຄວາມອາດສາມາດ ດ້ານວິຊາການ ໃນການກຳນົດ, ກະກຽມ ແລະ ປະຕິບັດ ການປັບປຸງຂົວທາງ ໂດຍນຳໃຊ້ ຮູບແບບ ການຮ່ວມືລະຫວ່າງພາກລັດ- ພາກເກະຊົນ (PPP) ສະເພາະ. 2.5: ຄວາມປອດໄພການສັນຈອນຕາມເສັ້ນທາງ: ການຊ່ວຍເຫລືອ ດ້ານວິຊາການ ໃຫ້ຄະນະກຳມະການ ຄວາມປອກໄພ ການສັນຈອນແຫ່ງຊາດ ແລະ ກົມຂົນສົ່ງ ແລະ ການຝຶກອົບຮົມ ກ່ຽວກັບ ຄວາມປອດໄພ ການສັນຈອນ ລວມທັງການປັບປຸງ ແລະ ການຈັດຕັ້ງປະຕິບັດ ແຜນດຳເນີນງານ ຄວາມປອດໄພ ການສັນຈອນ ແລະ ດຳເນີນວຽກງານການສ້າງຈິດສຳນຶກ ໃຫ້ມວນຊົນ. 6. ອົງປະກອບທີ 3: ການຄຸ້ມຄອງ ໂຄງການ: ຕອບສະໜອງການເງິນ ໃນການບໍລິການ ການປຶກສາ, ອຸປະກອນ ແລະ IOC ສຳລັບການຄຸ້ມຄອງ ແລະ ການປະສານງານ ໂຄງການ, ການຕິດຕາມກວດກາ ແລະ ການປະເມີນ, ການກວດກາ ດ້ານການເງິນ ແລະ ວິຊາການ ແລະ ສະໜັບສະໜູນ ການໃຫ້ຄຳແນະນຳ ໃນການຈັດຊື້ຈັດຈ້າງ. 7. ອົງປະກອບ 4: ການຕອບໂຕ້ ເຫດການສຸກເສີນ: ນີ້ເປັນ ‘ອົງປະກອບ ສູນ’ (ໂດຍພື້ນຖານ ບໍ່ມີການຈັດສັນງົບປະມານໃດໆ) ຈະອະນຸຍາດ ໃຫ້ມີການຈັດສັນຄຶນງົບປະມານ ອັນຮີບດ່ວນ ທີ່ຈຳເປັນ ສຳລັບການຟື້ນຟູ ເຫດການສຸກເສີນ. ຄູ່ມືການດຳເນີນ ການຕອບໂຕ້ ເຫດການສຸກເສີນ ຈະນຳໃຊ້ກັບອົງປະກອບນີ້, ລາຍລະອຽດການຄຸ້ມຄອງການເງິນ, ການຈັດຊື້ຈັດຈ້າງ, ການປົກປ້ອງ ແລະ ການກະກຽມ ການຈັດຕັ້ງປະຕິບັດອື່ນໆ ທີ່ຈຳເປັນ. ກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ(ESMF) 8. ກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ(ESMF) ໄດ້ຖືກສ້າງຂຶ້ນ ໂດຍ ກະຊວງໂຍທາທິການ ແລະ ຂົນສົ່ງ ເຊິ່ງໄດ້ຮັບການປຶກສາຫາລືຢ່າງໄກ້ຊິດກັບຊ່ຽວຊານ ແລະ ທີມງານ 6 ທີ່ຮັບຜິດຊອບການປົກປ້ອງຂອງທະນາຄານໂລກ. ເອກະສານດັ່ງກ່າວ ແມ່ນເປັນເອກະສານແຜນງານລະດັບສູງ ສຳລັບໂຄງການ LRSP2 ຊື່ງໄດ້ຮັບການສ້າງຂຶ້ນ ໂດຍສອດຄ່ອງກັບນະໂຍບາຍການປົກປ້ອງ ຂອງທະນາຄານໂລກ ເຊິ່ງໄດ້ຖືກນຳມາພິຈາລະນາເຂົ້າໃນລະບຽບການທີ່ກ່ຽວຂ້ອງຂອງລັດຖະບານ ລວມທັງຄູ່ມືການປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ ແລະ ປະສົບການ ຈາກການຈັດຕັ້ງປະຕິບັດການປົກປ້ອງໂດຍຂະແໜງການ/ພະນັກງານ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບັນຫາ ທີ່ມີຢູ່ໃນປະຈຸບັນ ຊຶ່ງຕິດພັນກັບ ໂຄງການຂົວທາງ ສປປ ລາວ. ຈຸດປະສົງ ຂອງກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ສະບັບນີ້ ແມ່ນເພື່ອກຳນົດ ແລະ ແນໃສ່ ບັນຫາການປົກປ້ອງ ທີ່ກະທົບໂຄງການ LRSP2 ແລະ ເພື່ອແນໃສ່ ການສ້າງເອກະສານ ການປົກປ້ອງ ທີ່ລະອຽດ ແລະ ຊັດເຈນ ຫລາຍຂຶ້ນ ເຊັ່ນແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ. ແຜນການຈັດຕັ້ງປະຕິບັດການຍົກຍ້າຍຈັດສັນແບບຫຍໍ້/ແຜນການຈັດຕັ້ງປະ ຕິບັດການຍົກຍ້າຍຈັດສັນ, ແຜນພັດທະນາຊົນເຜົ່າ, ອື່ນໆ ໄດ້ຖືກສ້າງຂຶ້ນ ຕາມຄວາມເໝາະສົມ ກັບກິດຈະກຳວຽກງານຂົວທາງສະເພາະທີ່ຖືກກຳນົດ. ກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໄດ້ກວມເອົາທຸກດ້ານຂອງໂຄງການ ລວມທັງການລົງທຶນ ແລະ ການຊ່ວຍເຫລືອດ້ານວິຊາການ ໂດຍສະເພາະທີ່ກ່ຽວຂ້ອງກັບການຕອບສະໜອງການຊ່ວຍເຫລືອດ້ານວິຊາການ ເພື່ອກະກຽມ ແລະ ປະຕິບັດ ໂຄງການຂົວທາງ ຜ່ານທາງຮູບແບບການຮ່ວມມື ລະຫວ່າງລັດ-ເອກະຊົນ PPP. 9. ລະດັບເອກະສານ ການປົກປ້ອງ ໂຄງການເຫລົ່ານີ້ ໄດ້ຖືກສ້າງຂຶ້ນມາສຳລັບ ຫຼື ໄດ້ຖືກຄາດຄະເນສອດຄ່ອງກັບ ESMF ແລະ ເພື່ອຕອບສະໜອງລາຍລະອຽດ ທີ່ຈໍາເປັນໃນການແກ້ໄຂບັນຫາການປົກປ້ອງຢ່າງເໝາະສົມ ສຳລັບກິດຈະກຳການລົງທຶນນັ້ນ. ເອກະສານນີ້ ໄດ້ຮັບການພິຈາລະນາ ເປັນເອກະສານທີ່ນຳໃຊ້ໄດ້ ແລະ ສາມາດປ່ຽນແປງ ໂດຍຜ່ານການປຶກສາຫາລື ຢ່າງໄກ້ຊິດກັບ ທະນາຄານໂລກ ເພື່ອສ່ອແສງໃຫ້ເຫັນ ການປ່ຽນແປງໃດໜຶ່ງ ຕໍ່ແຜນການລົງທຶນ, ກົດໝາຍລະດັບຊາດ, ນະໂຍບາຍທະນາຄານໂລກ ແລະ ຜູ້ໃຫ້ທຶນ ອື່ນໆ. ການຮັບຮອງ ໂດຍທະນາຄານໂລກ ຕໍ່ການປັບປຸງ ໃດໜຶ່ງ ແມ່ນມີຄວາມຈຳເປັນ. ນະໂຍບາຍ ແລະ ເຄື່ອງມື ການປົກປ້ອງຂອງທະນາຄານໂລກ ນະໂຍບາຍການປົກປ້ອງສິ່ງແວດລ້ອມ: 10. ໃນຈຳນວນ 4 ນະໂຍບາຍ ການປົກປ້ອງສິ່ງແວດລ້ອມ ທີ່ມີຜົນຕໍ່ໂຄງການ ປະກອບມີ ການປະເມີນສິ່ງແວດລ້ອມ(OP/BP 4.01), ທີ່ຢູ່ອາໄສທາງທໍາມະຊາດ(OP/BP 4.04), ປ່າໄມ້(OP/BP 4.36) ແລະ 7 ຊັບພະຍາກອນທາງດ້ານວັດທະນະທຳ(PCR) (OP/BP 4.11). ມັນຖືກຈັດຢູ່ໃນປະເພດ "A" ໂດຍສອດຄ່ອງກັບ ນະໂຍບາຍທະນາຄານໂລກ (OP/BP 4.01) ກ່ຽວກັບ ການປະເມີນສິ່ງແວດລ້ອມ, ເນື່ອງຈາກວ່າ ພາຍໄຕ້ ອົງປະກອບ 2, ໂຄງການໄດ້ຕອບສະໜອງການຊ່ວຍເຫລືອດ້ານວິຊາການ ເພື່ອສ້າງຄວາມອາດສາມາດການປົກປ້ອງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນການແກ້ໄຂ ການລົງທຶນຂະແໜງຂົວທາງ ຢ່າງມີປະສິດທິຜົນ ລວມທັງໂຄງການ ຊຶ່ງອາດຕິດພັນກັບການປັບປຸງ ແລະ ບູລະນະ ຂົວທາງທີ່ມີຢູ່ປະຈຸບັນ. ອົງປະກອບການຊ່ວຍເຫລືອດ້ານວິຊາການ ອາດລວມເອົາ ການປົກປ້ອງ ດ້ານສິ່ງແວດລ້ອມ ແລະ ສັງຄົມ ທີ່ຕິດພັນກັບກິດຈະກຳການສ້າງຄວາມອາດສາມາດ ເຊິ່ງອາດຂຶ້ນກັບລະດັບຄວາມຕ້ອງການ ສຳລັບການລົງທຶນ ປະເພດ A. ກິດຈະກໍາວຽກງານ ໂຍທາທິການ ແລະ ຂົນສົ່ງ ຈະສຸມໃສ່ ການບູລະນະຂົວທາງ ຢ່າງເປັນປະຈຳ ແລະ ເປັນແຕ່ໄລຍະ, ລວມທັງການປັບປຸງເປັນຈຸດ ເພື່ອຈະສາມາດ ປັບປຸງ ຄວາມສາມາດຕ້ານທານ ກັບສະພາບການປ່ຽນແປງດິນຟ້າອາກາດ ແລະ ຄວາມປອດໄພຕາມທ້ອງຖະໜົນ ຂອງຕາຫນ່າງຂົວທາງ. ກິດຈະກຳ ການລົງທຶນ ອາດລວມເອົາການຍົກລະດັບເສັ້ນທາງບາງສ່ວນທີ່ຖືກນໍ້າຖ້ວມຂັງ, ການປູຢາງເສັ້ນທາງບາງສ່ວນທີ່ມີຄວາມຄ້ອຍຊັນສູງ ແລະ ບາງສ່ວນທີ່ຜ່ານເຂດຊຸມຊົນໜາແໜ້ນ, ກໍ່ສ້າງ/ປັບປຸງ ຮ່ອງລະບາຍນໍ້າ, ປັບປຸງ/ສ້າງໃຫ້ໝັ້ນຄົງ ເຂດຄ້ອຍຊັນ, ອື່ນໆ. ໂດຍຄາດຄະເນວ່າ ກິດຈະກຳທັງໝົດ ອາດຈະດຳເນີນ ຢູ່ເສັ້ນທາງ ພາຍໃນແລວທາງ ແລະ ອາດພົວພັນກັບການປັບຄືນແລວທາງເລັກນ້ອຍ ເພື່ອຍົກລະດັບ ຄວາມປອດໄພຕາມເສັ້ນທາງ ແລະ/ຫຼື ການສ້າງເສັ້ນທາງໃຫ້ໝັ້ນຄົງ ທີ່ສາມາດຕ້ານທານກັບສະພາບການປ່ຽນແປງຂອງດິນຟ້າອາກາດ. ຜົນກະທົບທີ່ອາດຈະເກີດຂຶ້ນ ຈາກກິດຈະກຳເຫຼົ່ານີ້ ແມ່ນຈະມີໜ້ອຍ, ເປັນສະເພາະເຂດ, ມີຈຳກັດ, ເກີດຂຶ້ນຊົວຄາວ ແລະ ສາມາດຫລຸດຜ່ອນໄດ້. ຜົນກະທົບທີ່ອາດຈະເກີດຂຶ້ນ ລວມມີລະອອງຝຸ່ນ, ສຽງ, ການກີດຂວາງການສັນຈອນ, ການກໍ່ສ້າງ ແລະ ຄວາມປອດໄພຕາມທ້ອງຖະໜົນ, ອື່ນໆ. ຈະບໍ່ມີການອະນາໄມພື້ນທີ່ເຂດທີ່ຢູ່ອາໄສຕາມທໍາມະຊາດ ແລະ ປ່າໄມ້. 11. ໂດຍພິຈາລະນາວ່າ ໂຄງການນີ້ ແມ່ນເປັນແຜນງານຂະແໜງການໂຄງການໜຶ່ງ ທີ່ໃຫຍ່ ແລະ ສະຖານທີ່ຕັ້ງໂຄງການຍ່ອຍ ແມ່ນບໍ່ທັນໄດ້ຮັບຮູ້ ກ່ອນການປະເມີນ, ກອບໜ້າວຽກການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ໄດ້ຖືກສ້າງຂຶ້ນມາ ເພື່ອຕອບສະໜອງ(i)ການແນະນຳ ສຳລັບການກັ່ນຕອງ, ການກຳນົດ ແລະ ການແກ້ໄຂ ຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຈາກກິດຈະກຳໂຄງການ, ແລະ (ii) ໃຫ້ການແນະນໍາ ເພື່ອຮັບປະກັນວ່າ ກິດຈະກໍາ ການຊ່ວຍເຫລືອດ້ານວິຊາການ ໂດຍສະເພາະກິດຈະກຳການສ້າງຄວາມອາດສາມາດ ສຳລັບໂຄງການຮ່ວມມືລະຫວ່າງລັດ-ເອກະຊົນ PPP ແມ່ນໄດ້ຮັບການຈັດຕັ້ງປະຕິບັດ ໂດຍສອດຄ່ອງກັບນະໂຍບາຍການປົກປ້ອງ ຂອງທະນາຄານໂລກ ແລະ ຈົນເຖິງລະດັບທີ່ຄາດຄະເນໄວ້ ສຳລັບການລົງທຶນປະເພດ 8 A. ກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ລວມມີຂັ້ນຕອນການກັ່ນຕອງ ການປົກປ້ອງ ເຊິ່ງຖືກອອກແບບມາ ເພື່ອກຳນົດ ແລະ ຫຼີກລ່ຽງ ຜົນກະທົບດ້ານລົບທີ່ອາດຈະເກີດຂຶ້ນ ຕໍ່ກັບທີ່ຢູ່ອາໄສທາງທຳມະຊາດ, ປ່າໄມ້ ແລະ ຊັບພະຍາກອນທາງດ້ານວັດທະນະທຳ. ກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຍັງລະບຸວ່າ ຂັ້ນຕອນ “ການຄົ້ນພົບ ແບບບັງເອີນ” ໄດ້ຖືກລວມເຂົ້າໃນຂໍ້ກໍານົດສັນຍາ. ນະໂຍບາຍການປົກປ້ອງສັງຄົມ 12. ມີສອງນະໂຍບາຍການປົກປ້ອງສັງຄົມ ທີ່ມີຜົນຕໍ່ໂຄງການ ປະກອບມີການຍົກຍ້າຍຈັດສັນ ແບບບໍ່ສະໝັກໃຈ(OP/BP 4.12) ແລະ ຄົນພື້ນເມືອງ(OP/BP 4.10) 1. ການຍົກຍ້າຍຈັດສັນ ແບບບໍ່ສະໝັກໃຈ(OP/BP 4.12): ໂຄງການ ຈະບໍ່ມີການຍັບຍ້າຍຖິ່ນຖານ. ວຽກງານ ດັ່ງກ່າວ ຈະຖືກດຳເນີນ ຢູ່ເສັ້ນທາງ ທີ່ມີຢ່ປະຈຸບັນ ແລະ ອາດລວມເອົາ ການປັບຄືນແລວທາງ ເລັກນ້ອຍ ໂດຍບໍ່ມີການຂະຫຍາຍ ແລະ ບໍ່ກະທົບຕໍ່ຕົ້ນໄມ້ ແລະ ຊັບສິນສ່ວນຕົວອື່ນໆ ທີ່ຢູ່ລຽບຕາມເສັນທາງ, ແຕ່ອາດຈະບໍ່ເກີດມີການສູນເສຍຊັບສິນສ່ວນຕົວຈຳນວນຫລາຍ ລວມທັງທີ່ດິນ. ນະໂຍບາຍນີ້ ໄດ້ເກີດເປັນຜົນຂຶ້ນ ຍ້ອນວ່າໂຄງການດັ່ງກ່າວ ອາດພົວພັນກັບການເວນຄືນທີ່ດິນ ຈພນວນເລັກນ້ອຍ ສຳລັບການບູລະນະຂົວທາງ ໃນບາງເຂດ ບ່ອນທີ່ມີຄວາມຈຳເປັນ ສຳລັບຄວາມປອດໄພຕາມເສັ້ນທາງ ແລະ/ຫຼື ຄວາມໝັ້ນຄົງຂອງເສັ້ນທາງ. ກອບໜ້າວຽກນະໂຍບາຍ ການຍົກຍ້າຍຈັດສັນ ໄດ້ຖືກສ້າງຂຶ້ນ ໂດຍໄດ້ລະບຸ ກ່ຽວກັບ ນະໂຍບາຍ ແລະ ວິທີການ ເພື່ອຫຼີກລ່ຽງ, ຫລຸດຜ່ອນ ຫຼື ຫລຸດນ້ອຍລົງ ຜົນກະທົບດ້ານລົບ ເຊິ່ງອາດຈະເກີດຂຶ້ນ ຈາກໂຄງການລົງທຶນ ລວມທັງຂອບເຂດ ຂອງແຜນການຈັດຕັ້ງປະຕິບັດການຍົກຍ້າຍຈັດສັນ ແລະ ແຜນການຈັດຕັ້ງປະຕິບັດ ການຍົກຍ້າຍຈັດສັນແບບຫຍໍ້ ທີ່ຈະມີຄວາມຈຳເປັນ ໃນກໍລະນີເກີດມີການເວນຄືນທີ່ດິນ. ຄວາມຈຳເປັນໃນການກະກຽມ ແຜນການຈັດຕັ້ງປະຕິບັດການຍົກຍ້າຍຈັດສັນ ຫຼື ແຜນການຈັດຕັ້ງປະຕິບັດ ການຍົກຍ້າຍຈັດສັນແບບຫຍໍ້ ຈະຖືກກຳນົດລະຫວ່າງການກັ່ນຕອງການປົກປ້ອງ ທີ່ໄດ້ດຳເນີນ ເປັນສ່ວນໜຶ່ງ ຂອງແຜນການລົງທຶນ ການບູລະນະ ຂົວທາງ ຊຶ່ງຈະໄດ້ຮັບການກະກຽມປະຈຳປີ. ການພິຈາລະນາ ຮັບຮອງ ແຜນການຈັດຕັ້ງປະຕິບັດການຍົກຍ້າຍຈັດສັນ ຫຼື ແຜນການຈັດຕັ້ງປະຕິບັດ ການຍົກຍ້າຍຈັດສັນແບບຫຍໍ້ ໂດຍທະນາຄານໂລກ ແມ່ນມີຄວາມຈຳເປັນ. 2. ຄົນພື້ນເມືອງ OP/BP 4.10: ຄາດຄະເນຜົນປະໂຫຍດ ຂອງໂຄງການ ມີຫລາຍ ຕໍ່ກຸ່ມຊົນເຜົ່າ ຜູ້ທີ່ຖືກຮັບຮູ້ ຢູ່ໃນ ສປປ ລາວ 9 ເປັນກຸ່ມຊົນເຜົ່າ ແລະ ສອດຄ່ອງ ກັບເງື່ອນໄຂ ພາຍໄຕ້ OP/BP 4.10. ຕົວຢ່າງ, ມົ້ງ, ຂະມຸ, ມຽນ, ມາກອງ, ເບຣີ ແລະ ອື່ນໆ ພວມດຳລົງຊິວິດ ໃນ ແລະ ອ້ອມຮອບ ພື້ນທີ່ໂຄງການ ຂອງແຂວງເປົ້າໝາຍ. ກຸ່ມຄົນເຫລົ່ານີ້ ໄດ້ຖືກພິຈາລະນາ ເປັນກຸ່ມຄົນທີ່ບໍ່ສາມາດຊ່ວເຫລືອຕົນເອງໄດ້ ຢູ່ໃນ ສປປ ລາວ ຍ້ອນວ່າການດຳລົງຊິວິດຂອງເຂົາເຈົ້າ ແມ່ນເອື່ອຍອີງໃສ່ການກະສິກຳ ແລະ ປ່າໄມ້ ເປັນຫລັກ. ການເຂົ້າຮ່ວມ ແລະ ການມີສ່ວນຮ່ວມ ຂອງກຸ່ມຊົນເຜົ່າເຫລົ່ານີ້ ແມ່ນເກີດມີຜົນຕໍ່ນະໂຍບາຍການປົກປ້ອງ ດັ່ງກ່າວ. ຜົນກະທົບ ຂອງວຽກງານການບູລະນະຂົວທາງ ຕໍ່ກັບຊຸມຊົນເຫລົ່ານີ້ ໂດຍລວມແລ້ວເປັນຜົນກະທົບດ້ານບວກ, ແຕ່ເຖິງຢ່າງໃດກໍ່ຕາມ ຜົນກະທົບດ້ານລົບໃດໜຶ່ງ ທີ່ອາດເກີດຂຶ້ນ ແມ່ນໄດ້ຮັບການແກ້ໄຂ ພາຍໄຕ້ກອບໜ້າວຽກການພັດທະນາຊົນເຜົ່າ EGPF ເຊິ່ງຖືກສ້າງຂຶ້ນ ລວມທັງຂອບເຂດ ຂອງແຜນການພັດທະນາຊົນເຜົ່າ EGDP. ຄວາມຕ້ອງການ ໃນການກະກຽມແຜນການພັດທະນາຊົນເຜົ່າ EGDP ຈະຖືກກຳນົດ ໃນລະຫວ່າງການກັ່ນຕອງ ການປົກປ້ອງ ທີ່ໄດ້ດຳເນີນ ເປັນສ່ວນໜຶ່ງ ຂອງແຜນການລົງທຶນ ການບູລະນະຂົວທາງ ທີ່ຖືກສ້າງຂຶ້ນ ເປັນປະຈຳປີ. ການພິຈາລະນາ ຮັບຮອງ ແຜນການພັດທະນາຊົນເຜົ່າ EGDP ໂດຍທະນາຄານໂລກ ແມ່ນມີຄວາມຈຳເປັນ. 13. ໂຄງການດັ່ງກ່າວ ຈະບໍ່ພົວພັນກັບການຈັດຊື້ຈັດຈ້າງ ແລະ/ຫຼື ການນຳໃຊ້ ຢາປາບສັດຕູພືດ, ສະນັ້ນແຜນການຄຸ້ມຄອງ ສັດຕູພືດ (OP/BP 4.09) ແມ່ນບໍ່ມີຜົນ. ໂຄງການ ຍັງຈະບໍ່ໄດ້ພົວພັນກັບ ເຂື່ອນ, ທາງນໍ້າສາກົນ, ແລະ/ຫຼື ພື້ນທີ່ເກີດຂໍ້ຜິດພາດ, ສະນັ້ນ ຄວາມປອດໄພ ຂອງເຂື່ອນ(OP/BP 4.37), ໂຄງການ ກ່ຽວກັບ ທາງນໍ້າສາກົນ(OP/BP 7.50), ແລະ ໂຄງການ ຢູ່ໃນພື້ນທີ່ເກີດຂໍ້ຜິດພາດ(OP/BP 7.60) ຈະບໍ່ເກີດຜົນ. 14. ນອກຈາກ ກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ESMF, ກອບນ້າວຽກ ນະໂຍບາຍ ການຍົກຍ້າຍຈັດສັນ RPF ແລະ ກອບໜ້າວຽກ ການພັດທະນາຊົນເຜົ່າ EGPF ທີ່ກ່າວໄວ້ຂ້າງເທິງ, ໃນລະຫວ່າງ ການຈັດຕັ້ງປະຕິບັດໂຄງການ ຈະໄດ້ສ້າງ ບົດແນະນຳສະເພາະ ເພື່ອຫລຸດຜ່ອນ ບັນຫາຜົນກະທົບ ເພີ່ມເຕີມ ລວມທັງ(i) ບົດແນະນໍາສະເພາະ ແລະ /ຫຼື ມາດຕະການ ເພື່ອຫລຸດຜ່ອນ ຜົນກະທົບດ້ານລົບ(ທາງກົງ ແລະ ທາງອ້ອມ) ໃນລະຫວ່າງການປະຕິບັດວຽກງານ ແລະ ການດຳເນີນງານຂອງເສັ້ນທາງ ທີ່ຕັ້ງຢູ່ໃນ ແລະ/ ຫຼື ໄກ້ກັບ ເຂດປ່າສະຫງວນແຫ່ງຊາດ(NPA) ແລະ/ຫຼື ເຂດປ່າປົກປ້ອງແຫ່ງຊາດ (NPFA) ແລະ ເຂດບູລິມະສິດ ທີ່ຖືກພິຈາລະນາ ເປັນເຂດທີ່ມີຄວາມອ່ອນໄຫວສູງ ຕໍ່ໄພພິບັດທາງທຳມະຊາດ, ແລະ (ii) ບົດແນະນຳສະເພາະ ກ່ຽວກັບ ການປົກປ້ອງ ໄດ້ຖືກລວມເຂົ້າຢູ່ໃນຄູ່ມືການຈັດຕັ້ງປະຕິບັດເຫດການສຸກເສີນຂົວທາງ . 10 15. ປະສົບການ ໃນການຈັດຕັ້ງປະຕິບັດ ຄູ່ມືການຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມ ແລະ ສັງຄົມ: ຄູ່ມືການຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມ ແລະ ສັງຄົມ ໄດ້ຖືກສ້າງຂຶ້ນ ສຳລັບ LRSP ແລະ ໄດ້ຖືກຈັດຕັ້ງປະຕິບັດ ແຕ່ປີ 2009. ໄດ້ມີການປັບປຸງ ຄູ່ມືການຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມ ແລະ ສັງຄົມ (2015) ແລະ ບົດລາຍງານ ການປະເມີນ ການຝຶກອົບຮົມ ໃນໄລຍະການສ້າງ ຄູ່ມືການຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມ ແລະ ສັງຄົມ ໄດ້ແນະນຳວ່າ ການນຳໃຊ້ ຄູ່ມືການຈັດຕັ້ງປະຕິບັດ ວຽກງານສິ່ງແວດລ້ອມ ແລະ ສັງຄົມ ແມ່ນຍັງບໍ່ທັນມີປະສິດທິພາບ ເທົ່າທີ່ຄວນ ໂດຍມີລກສະນະຊັບຊ້ອນ ແລະ ຄວາມອາດສາມາດ ຂອງພະແນກໂຍທາທິການ ແລະ ຂົນສົ່ງ ຍັງຈຳກັດ ແລະ ມີການປ່ຽນແປງພະນັກງານ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ການປຶກສາຫາລື ຮ່ວມກັບຂະແໜງການ ພາຍໃນ ກຊສ ໄດ້ແນະນໍາວ່າ ຈຳນວນຂອງກົດໝາຍ ແລະ ລະບຽບການ ທີ່ຕິດພັນກັບນະໂຍບາຍການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ພວມດຳເນີນການປັບປຸງ ແລະ ຄາດຄະເນຈະສຳເລັດ ໃນປີ 2016-2017. ເຊິ່ງມີຄວາມຈຳເປັນ ສຳລັບກະຊວງໂຍທາທິການ ແລະ ຂົນສົ່ງ ຕ້ອງໄດ້ເຮັດວຽກຢ່າງໄກ້ຊິດກັບ ຂະແໜງການ ພາຍໃນ ກຊສ ແລະ ໄດ້ຕົກລົງເຫັນດີ ບົດແນະນຳ ແລະ ຂະບວນການ ຂອງຂະແໜງການ ໄດ້ຖືກນຳໃຊ້ ໃນຂະແໜງການຂົວທາງ. ໂຄງການ LRSP2 ຈະໄດ້ປັບປຸງ ຄູ່ມືການຈັດຕັ້ງປະຕິບັດວຽກງານ ສິ່ງແວດລ້ອມ ແລະ ສັງຄົມ. ໂຄງປະກອບ ການຈັດຕັ້ງປະຕິບັດ ການປົກປ້ອງ ແລະ ໂຄງການ ກົດໝາຍ ແລະ ລະບຽບການ ແຫ່ງຊາດ ທີ່ຕິດພັນກັບການປົກປ້ອງ ແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ: 16. ໃນ ສປປ ລາວ, ມີຫລາຍກົດໝາຍ ແລະ ລະບຽບການ ທີຄວບຄຸມ ການນຳໃຊ້ ແລະ ການຄຸ້ມຄອງ ຊັບພະຍາກອນທຳມະຊາດ(ທີ່ດິນ, ປ່າໄມ້, ນໍ້າ, ສັດນໍ້າ ແລະ ສັດປ່າ, ອື່ນໆ) ແລະ ເຊິ່ງໄດ້ສ້າງຂຶ້ນ ໃນຊຸມທ້າຍປີ 1990; ມີຫລາຍ ໄດ້ມີການປບປຸງ ແລະ/ຫຼື ປ່ຽນແປງ. ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ສ້າງຂຶ້ນໃນປີ 1999 ແລະ ປັບປຸງ ໃນປີ 2012, ໄດ້ກໍານົດ ຫລັກການ, ລະບຽບການ ແລະ ມາດຕະການ ໃນການຄຸ້ມຄອງ, ຕິດຕາມກວດກາ, ຟື້ນຟູ ແລະ ການປົກປ້ອງ ສິ່ງແວດລ້ອມ ລວມທັງການຄວບຄຸມມົນລະພິດ ແລະ ຂະບວນການປະເມີນຜົນກະທົບ, ໂດຍສະເພາະ ຄຳແນະນຳຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ(ESIA) ແລະ ການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ(IEE) ເຊິ່ງໄດ້ຖືກສ້າງຂຶ້ນ ແລະ ນໍາໃຊ້ ໃນທ້າຍປີ 2013. ດຳລັດ, ລະບຽບການ ແລະ ບົດແນະນຳ ຈຳນວນໜຶ່ງ ຍັງໄດ້ຮັບການສ້າງຂຶ້ນແລະ ນຳໃຊ້ ໃນຊຸມທ້າຍປີ 2000 . ລະບຽບການ ແລະ 11 ບົດແນະນໍາ ຫລັກ ກ່ຽວກັບ ການຄຸ້ມຄອງສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ ລວມມີ ລະບຽບການ ຂອງ ກຊສ ກ່ຽວກັບ ການປະເມີນຜົນກະທົບຕໍ່ສິ່ງແວດລ້ອມສັງຄົມ ແລະ ທຳມະຊາດ ແລະ ການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ(17 ທັນວາ 2013); ບົດແນະນໍາ ຂອງ ກຊສ ສໍາລັບ ການກະກຽມ ບົດລາຍງານການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ບົດລາຍງານ ການປະເມີນຜົນກະທົບຕໍ່ສັງຄົມ ແລະ ການສຶກສາເບື້ອງຕົ້ນ ກ່ຽວກັບ ຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງບົດແນະນຳ ວ່າດ້ວຍ ການມີສ່ວນຮ່ວມຂອງມວນຊົນ ໃນຂະບວນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ຮ່າງດຳລັດ ວ່າດ້ວຍ ການຄວບຄຸມມົນລະພິດ, ຮ່າງມາດຕະຖານ ຄຸນນະພາບສິ່ງແວດລ້ອມ(2009) ແລະ ຮ່າງມາດຕະຖານ ການປ່ອຍມົນລະພິດ (2009), ກົດໝາຍ ວ່າດ້ວຍ ປ່າໄມ້(24 ທັນວາ 2007); ກົດໝາຍ ສັດປ່າ(24 ທັນວາ 2007); ດໍາລັດ ວ່າດ້ວຍ ປ່າປົກປ້ອງ(ເລກທີ 33/ນຍ, ລົງວັນທີ 19/07/2010) ແລະ ດຳລັດ ວ່າດ້ວຍ ເຂດປ່າປ້ອງ ສ້າງຂຶ້ນ ໃນປີ 2015(ເລກທີ 134/ລບ, ລົງວັນທີ 13/05/2015). ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແມ່ນເປັນກະຊວງຫລັກ ທີ່ຮັບຜິດຊອບ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ ແລະ ລະບຽບການ ແລະ/ຫຼື ບົດແນະນຳ ທີ່ກ່ຽວຂ້ອງ. ການປົກປ້ອງສັງຄົມ: 17. ດຳລັດ ວ່າດ້ວຍ ການທົດແທນຄ່າເສຍຫາຍ ແລະ ຍົກຍ້າຍຈັດສັນປະຊາຊົນ ຈາກໂຄງການພັດທະນາ(7 ກໍລະກົດ 2005 ). ດຳລັດ ສະບັບນີ້ ກຳນົດ ຫລັກການ, ລະບຽບ ແລະ ມາດຕະການ ເພື່ອຫລຸດຜ່ອນຜົນກະທົບດ້ານລົບຕໍ່ສັງຄົມ ແລະ ທົດແທນຄ່າເສຍຫາຍ ຕໍ່ຄວາມເສຍຫາຍ ທີ່ເກີດຈາກການເວນຄືນທີ່ດິນ ດ້ວຍຄວາມບໍ່ສະໝັກໃຈ ຫຼື ການຢຶດເອົາທີ່ດິນ ແລະ ຊັບສິນ ຄົງທີ່ ຫຼື ບໍ່ຄົງທີ່ ລວມທັງການປ່ຽນແປງ ການນຳໃຊ້ດິນ. ການຈຳກັດ ການເຂົ້າເຖິງ ຊັບພະຍາກອນຊຸມຊົນ ແລະ ຊັບພະຍາກອນທຳມະຊາດ ທີ່ຖືກຜົນກະທົບ ຕໍ່ແຫລ່ງທຳມາຫາກິນ ແລະ ລາຍຮັບ ຂອງຊຸມຊົນ. ດຳລັດສະບັບນີ້ ພວມຢູ່ໃນຂັ້ນຕອນການປັບປຸງ ໂດຍສອດຄ່ອງກັບອົງການຈັດຕັ້ງ ແລະ ລະບຽບການ ປະຈຸບັນ ແລະ ສອດຄ່ອງກັບ ນະໂຍບາຍລັດຖະບານ ກ່ຽວກັບການແບ່ງຄວາມຮັບຜິດຊອບໃຫ້ທ້ອງຖິ່ນ(ວຽກງານ ສາມສ້າງ). ໂດຍຄາດຄະເນວ່າ ດໍາລັດ ສະບັບປັບປຸງ ຈະໄດ້ຖືກຮັບຮອງ ຈາກນາຍົກລັດຖະມົນຕີ ໃນປີ 2016. ກຸ່ ມຊົນເຜົ່າ , ໃນສປປ ລາວ ກຸ່ມຊົນເຜົ່າ ໄດ້ຖືກນຳໃຊ້ 7 18. ເພື່ອກຳນົດລັກສະນະ ອັນຫລາກຫລາຍໜຶ່ງ ຂອງກຸ່ມວັດທະນະທຳ. ປະເທດລາວ ຄຳສັບໃຊ້ທາງການ ສຳລັບການອະທິບາຍ ຄວາມແຕກຕ່າງປະຊາກອນ ຂອງສປປ ລາວ ເຊິ່ງໄດ້ຖືກນຳສະເໜີ 7 ໂດຍລັດຖະທຳມະນູນ 1991, ແລະ ໄດ້ຮັບການພິຈາລະນາດ້ານຄວາມສະເໝີພາບ ຕໍ່ຄວາມໝາຍທີ່ລະບຸ ເປັນຄົນພື້ນເມືອງ ອີງຕາມ OP/BP 4.10. 12 ໄດ້ຖືກຮັບຮູ້ ເປັນສັງຄົມ ທີ່ມີຫລາກຫລາຍຊົນເຜົ່າ ແລະ ມາດຕາ 8 ຂອງລັດຖະທຳມະນູນ ປີ 1991 ລະບຸໄວ້ວ່າ ກຸ່ມຊົນເຜົ່າທັງໝົດ ມີສິດ ໃນການອະນຸລັກ ຮີດຄອງ ແລະ ວັດທະນະທຳ ທີ່ເປັນຂອງເຂົາເຈົ້າ, ແລະ ຮີດຄອງ ແລະ ວັດທະນະທຳ ຂອງຊາດ. ຫ້່າມບໍ່ໃຫ້ມີການຈຳແນກ ລະຫວ່າງຊົນເຜົ່າ. ນະໂຍບາຍ ປີ 1992 ກ່ຽວກັບ ກຸ່ມຊົນເຜົ່າ ໄດ້ສຸມໃສ່ ການຮັບຮູ້ ຄວາມສະເໝີພາບ ລະຫວ່າງກຸ່ມຊົນເຜົ່າ ແລະ ຊິວິດການເປັນຢູ່ ຂອງກຸ່ມຊົນເຜົ່າ ໄດ້ມີການພັດທະນາ ຂຶ້ນເທື່ອລະກ້າວ ໃນຂະນະດຽວກັນ ການສົ່ງເສີມມໍລະດົກດ້ານເອກະລັກຂອງຊົນເຜົ່າ ແລະ ເອກະລັກດ້ານວັດທະນະທຳ. ແນວລາວສ້າງຊາດ (LFNC) ໄດ້ຈັດແບ່ງຊົນເຜົ່າ ອອກເປັນ 49 ຊົນເຜົ່າຫລັກ ຢ່າງເປັນທາງການ ເຊິ່ງປະກອບມີ 4 ພາສາປາກເວົ້າ ຄື: ໄຕ-ກະໄດ, ມອນຂະແມ, ຕີເບດ-ເບີມີສ, ແລະ ມົ້ງ-ອິວມຽນ ເຊິ່ງໄດ້ກະແຈກກະຈາຍ ຈາກພາກເໜືອ ຫາ ພາກໄຕ້ ຂອງປະເທດ. ໃນຈຳນວນ 4 ພາກ, ພາກເໜືອ ມີຈຳນວນເມືອງສູງສຸດ ໂດຍກຸ່ມຊົນເຜົ່າ ປະກອບມີປະມານ 87%ຂອງປະຊາກອນພາກເໜືອ ໃນຂະນະພາກຕາເວັນຕົກ ມີຈຳນວນສູງເປັນອັນດັບສອງ ປະມານ 69% ແລະ ຕາມມາດ້ວຍ ພາກໄຕ້ ແລະ ກາງ ເຊິ່ງແຕ່ລະພາກ ມີປະຊາກອນຊົນເຜົ່າ ປະມານ 50%8. ນະໂຍບາຍແຫ່ງຊາດ ແລະ ແຜນການ ກ່ຽວກັບ ບົດບາດຍິງຊາຍ: 19. ໃນ ສປປ ລາວ, ພາຍໄຕ້ ການນຳພາ ຂອງຫ້ອງວ່າກນລັດຖະບານ ແລະ ສູນກາງສະຫະພັນແມ່ຍິງລາວ ບັນຫາບົດບາດຍິງຊາຍ ໄດ້ຮັບຄວາມເອົາໃຈໃສ່ ເປັນບູລິມະສິດ ແລະ ບົກບາດຍິງຊາຍ ໄດ້ຖືກເຊີ່ອມໂຍງເຂົ້າໃນ ນະໂຍບາຍແຫ່ງຊາດ ແລະ ແຜນການ ລວມທັງ: ແຜນພັດທະນາເສດຖະກິດສັງຄົມ ແຫ່ງຊາດຄັ້ງທີ 8 (NSEDP) (2016-2020); ແລະ ຍຸດທະສາດແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ 2011-2015. ຄະນະກຳມະການ ແຫ່ງຊາດ ເພື່ອສົ່ງເສີມຄວາມກ້າວໜ້າ ຂອງແມ່ຍິງ ໄດ້ຖືກສ້າງຕັ້ງຂຶ້ນ ໃນປີ 2003 ເພື່ອດຳເນີນນະໂຍບາຍ ແຫ່ງຊາດ ແລະ ສົ່ງເສີມ ຄວາມສະ ເໝີພາບ ຂອງບົດບາດຍິງຊາຍ ແລະ ບົດບາດຂອງແມ່ຍິງ. 20. ທີມງານປະສານງານເພື່ອການປົກປ້ອງ(SCWG): ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຈະສ້າງຕັ້ງທີມງານປະສານງານເພື່ອການປົກປ້ອງ ວຽກງານຂົວທາງ ເພື່ອອຳນວຍຄວາມສະດວກ ການປະສານງານ ແລະ ການຮ່ວມມື ທີ່ມີປະສິດທິຜົນ ລະຫວ່າງອົງການຈັດຕັ້ງຫລັກ(ໃນລະດັບຊາດ ແລະ ທ້ອງຖິ່ນ) ກ່ຽວກັບ ການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ສຳລັບໂຄງການຂົວທາງ ຂະໜາດໃຫຍ່ ແລະ ກາງ(ການບູລະນະ, ການປັບປຸງ ແລະ ການຍົກລະດັບ ເສັ້ນທາງ). ທີມງານປະສານງານເພື່ອການປົກປ້ອງ ຍັງມີຄວມຮັບຜິດຊອບ ໃນການຄວບຄຸມດູແລ ການວາງແຜນ ແລະ ການຈັດຕັ້ງປະຕິບັດ ໃນກໍລະນີສຶກສາ ລວມທັງກິດຈະກຳການສ້າງຄວາມອາດສາມາດ ອື່ນໆ ເພື່ອແນໃສ່ ຮັບປະກັນ ການເຊື່ອມໂຍງມາດຕະການ ການປົກປ້ອງ ທີ່ມີປະສິດທິພາບ ເຂົ້າໃນວົງຈອນ 8 ຍຸດທະສາດຊີວະນາໆພັນ ແຫ່ງຊາດ ຮອດປີ 2020 ແລະ ແຜນດຳເນີນງານ ປີ 2010, 2004. 13 ການພັດທະນາໂຄງການຂົວທາງ ລວມທັງການຈັດຕັ້ງປະຕິບັດວຽກງານເຫລົ່ານີ້ ໂດຍຂະແໜງການເອກະຊົນ. 21. ໂຄງປະກອບການຈັດຕັ້ງ ຈັດຕັ້ງປະຕິບັດໂຄງການ: ໂຄງການຈະຖືກຈັດຕັ້ງປະຕິບັດ ໂດຍລະບົບລັດຖະບານ. ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເປັນອົງການ ຈັດຕັ້ງປະຕິບັດ ໂດຍຜ່ານການຄຸ້ມຄອງ ແລະ ປະສານງານ ຂອງກົມແຜນການ ແລະ ການຮ່ວມມື(DPC). ກົມຂົວທາງ(DoR) ຈະຮັບຜິດຊອບ ການວາງແຜນ ແລະ ການຈັດຕັ້ງປະຕິບັດ ກິດຈະກຳທີ່ຕິດພັນກັບຂົວທາງ ພາຍໄຕ້ ອງປະກອບທີ 1 ຜ່ານທາງການມອບໝາຍໃຫ້ພະແນກ(ພະແນກຄຸ້ມຄອງຂົວ-ທາງ ຫຼື RMD) ທີ່ຖືກສ້າງຕັ້ງຂຶ້ນ ເພື່ອເຮັດໜ້າທີ່ການປະສານງານ ການບູລະນະຂົວທາງ ໃນລະດັບສູນກາງ ແລະ ທ້ອງຖິ່ນ. ພະແນກຄຸ້ມຄອງຂົວ-ທາງ ຈະປະຕິບັດວຽກງານ ໃນການປະສານງານຢ່າງໄກ້ຊິດກັບພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ແລະ ຕອບສະໜອງການຊ່ວຍເຫລືອດ້ານວິຊາການໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ທີ່ຈັດຕັ້ງປະຕິບັດໂຄງການ ໃນການດຳເນີນວຽກງານ ແລະ ການຄວບຄຸມດູແລ, ແລະ ວຽກງານຂອງສະຖາບັນໂຍທາທິການ ແລະ ຂົນສົ່ງ ແມ່ນການເກັບກຳຂໍ້ມູນລະບົບຂົວທາງ ແລະ ການຄົ້ນຄວ້າວິໄຈ ແລະ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ໂດຍສອດຄ່ອງກັບຄູ່ມືການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ ເຊິ່ງໄດ້ຖືກນຳໃຊ້ ສຳລັບ LRSP. ພະແນກໂຍທາທິການ ແລະ ຂົນສົ່ງ ຂອງແຂວງ ຈັດຕັ້ງປະຕິບັດໂຄງການ ຈະສ້າງຕັ້ງ ໜ່ວຍງານສິ່ງແວດລ້ອມ ແລະ ສັງຄົມ(ESU) ເພື່ອຮັບຜິດຊອບ ການປົກປ້ອງ. ກົມຂົນສົ່ງ ຈະຮັບຜິດຊອບ ການຈັດຕັ້ງປະຕິບັດ ແຜນງານຄວາມປອດໄພຕາມເສັ້ນທາງ ເຊິ່ງຖືກຈັດຕັ້ງປະຕິບັດ ພາຍໄຕ້ໂຄງການ. ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຍັງມີຄວາມຮັບຜິດຊອບ ໃນການຕອບສະໜອງການຝຶກອົບຮົມ ກ່ຽວກັບ ການປົກປ້ອງ, ຮັບປະກັນແນວຄວາມຄິດ ຂອງຂໍ້ກຳນົດ ການປົກປ້ອງ ທີ່ມີປະສິດທິພາບ ເຂົ້າຢູ່ໃນວົງຈອນການພັດທະນາໂຄງການ, ແລະ ການດຳເນີນກິດຈະກຳ ການຄົ້ນຄວ້າ ລວມທັງການປັບປຸງ ຄູ່ມືການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ ໂດຍການປຶກສາຫາລືຢ່າງໄກ້ຊິດກັບ ກຊສ ແລະ ອົງການຈັດຕັ້ງອື່ນໆ ແລະ ທະນາຄານໂລກ. 22. ຄວາມຕ້ອງການ ການສ້າງຄວາມອາດສາມາດ: ໃນລະຫວ່າງການຈັດຕັ້ງປະຕິບັດ LRSP, ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ໄດ້ຝຶກອົບຮົມ ກ່ຽວກັບ ການນຳໃຊ້ ຄູ່ມືການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ ໃຫ້ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ພະແນກຫລັກ ພາຍໃນກົມຂົວທາງ ແລະ ຄູ່ມືການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ ໄດ້ຮັບການປັບປຸງ ໃນປີ 2015 . ເຖິງແມ່ນວ່າ ພະແນກໂຍທາທິການ ແລະ 10 10 ການແປພາສາອັງກິດ (ທັນວາ 2015). 14 ຂົນສົ່ງ ສ່ວນໃຫຍ່ ໄດ້ສ້າງຕັ້ງ ໜ່ວຍງານສິ່ງແວດລ້ອມ ແລະ ສັງຄົມ ແຕ່ເນື່ອງຈາກວ່າການຂາດແຄນງົບປະມານ, ການຕິດຕາມກວດກາການປົກປ້ອງ ຂອງການບູລະນະຂົວທາງ ອາດບໍ່ໄດ້ຈັດຕັ້ງປະຕິບັດ ແລະ ສະນັ້ນ ຈິ່ງບໍ່ມີການສ້າງບົດລາຍງານ ການຕິດຕາມກວດກາ ການປົກປ້ອງ ປະຈຳເດືອນ. ພະແນກວິຊາການ/ກົມຂົວທາງ ຍັງມີພະນັກງານ ຜູ້ທີ່ມີຄຸນວຸດທິ ແລະ ມີງົບປະມານ ຈຳກັດ ເພື່ອຕິດຕາມກວດກາ ໂຄງການຍ່ອຍທັງໝົດ ຢ່າງມີປະສິດທິພາບ, ໂດຍສະເພາະໂຄງການເຫລົ່ານັ້ນທີ່ຕິດພັນກັບການບູລະນະຂົວທາງ. ແຕ່ເຖິງຢ່າງໃດກໍ່ຕາມ ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ໄດ້ດຳເນີນ ການຕິດຕາມກວດກາ ການປົກປ້ອງ ແລະ ການລາຍງານ ແລະ ບົດລາຍງານ ປະຈຳ 6 ເດືອນ ແລະ ປະຈຳປີ ແມ່ນມີພ້ອມ. ນັບແຕ່ມີການປັບປຸງໂຄງຮ່າງ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນປີ 2012, ບົດບາດ ແລະ ຄວາມຮັບຜິດຊອບ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ໄດ້ມີການປັບປ່ຽນ ຕະລອດເວລາ ແລະ ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ໄດ້ປະກົດຂຶ້ນ ເຊິ່ງເປັນອົງການຈັດຕັ້ງຫລັກ ທີ່ຮັບຜິດຊອບ ການປົກປ້ອງສິ່ງແວດລ້ອມ ແລະ ສັງຄົມ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ. 23. ການຮັບຮອງ ການປົກປ້ອງ: ວຽກງານການບູລະນະຂົວທາງ ແມ່ນມີຜົນກະທົບຕໍ່ທຳມະຊາດ ພຽງເລັກນ້ອຍ ແລະ ຜົນກະທົບມີຈຳກັດ, ຈິ່ງໄດ້ມີການແນະນຳວ່າ ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຈະທົບທວນ ແລະ ພິຈາລະນາ ຮັບຮອງ ເອກະສານການປົກປ້ອງທັງໝົດ(ESMP, EGDP, RAPs) ຂອງໂຄງການຍ່ອຍ. ພະແນກຄຸ້ມຄອງ ຂົວທາງ/ກົມຂົວທາງ ໂດຍການປຶກສາຫາລືກັບພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຈະກະກຽມແຜນການຮັບຮອງການປົກປ້ອງ ສຳລັບໂຄງການຍ່ອຍ ໂດຍສະເໜີໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທະນາຄານໂລກ ພິຈາລະນາ ຮັບຮອງ ຢູ່ໃນແຜນວຽກປະຈຳປີ. ເອກະສານ ທັງໝົດ ຈະຖືກເກັບຮັກສາໄວ້ ຢູ່ໃນລະບົບຂໍ້ມູນໂຄງການ ເພື່ອໃຫ້ທະນາຄານໂລກ ອາດທົບທວນພາຍຫລັງ. ສຳລັບໂຄງການ ທີ່ຕ້ອງການ IEE, ພະແນກໂຍທາທິການ ແລະ ຂົນສົ່ງ ມອບໝາຍໃຫ້ທີ່ປຶກສາທີ່ມີຄຸນວຸດທິ ຈະກະກຽມ ບົດລາຍງານ IEE. ໜ່ວຍງານສິ່ງແວດລ້ອມ ແລະ ສັງຄົມ/ພະແນກໂຍທາທິການ ແລະ ຂົນສົ່ງ ຈະທົບທວນ ແລະ ປະກອບຄຳເຫັນ ຕໍ່ບົດລາຍງານ IEE ທີ່ສ້າງໂດຍ ທີ່ປຶກສາ ກ່ອນບົດລາຍງານ ສະບັບສຸດທ້າຍ ນໍາສະເໜີ ໃຫ້ ພຊສ ເພື່ອພິຈາລະນາ ຮັບຮອງ. 24. ການຈັດຕັ້ງປະຕິບັດ, ການຕິດຕາມກວດກາ ແລະ ການລາຍງານ ການປົກປ້ອງ: ພະແນກໂຍທາທິການ ແລະ ຂົນສົ່ງ ທີ່ຮັບຜິດຊອບ ການດຳເນີນໂຄງການຍ່ອຍການບູລະນະຂົວທາງ ຈະຮັບຜິດຊອບ ການຈັດຕັ້ງປະຕິບັດ ESMP, EGDP ແລະ/ຫຼື RAPs. ການຄວບຄຸມດູແລ, ການຕິດຕາມກວດກາ ແລະ ການລາຍງານ ຈະຖືກດຳເນີນ ໂດຍໜ່ວຍງານສິ່ງແວດລ້ອມ ແລະ ສັງຄົມ/ພະແນກໂຍທາທິການ ແລະ ຂົນສົ່ງ ໂດຍການຮ່ວມມື ຢ່າໄກ້ຊິດກັບ 15 ພະແນກຄຸ້ມຄອງຂົວທາງ/ກົມຂົວທາງ ແລະ/ຫຼື ອົງການຈັດຕັ້ງ ອື່ນໆ ຕາມຄວາມເໝາະສົມ. ທະນາຄານໂລກ ຈະດຳເນີນ ການຄວບຄຸມດູແລ, ການຕິດຕາມກວດກາ ແລະ ການທົບທວນພາຍຫລັງ ການປົກປ້ອງ. 25. ການປຶກສາຫາລື ແລະ ການເຜີຍແຜ່ຂໍ້ມູນ: ການປຶກສາຫາລື ແລະ ການເຜີຍແຜ່ ຂໍ້ມູນ ບັນຫາການປົກປ້ອງ ແລະ ມາດຕະການຫລຸດຜ່ອນ ແມ່ນມີຄວາມຈຳເປັນ ໃນລະຫວ່າງການກະກຽມ ESMP, RAP/ARAP ແລະ EGDP ແລະ ກິດຈະກຳ ຕ່າງໆ ຈະຖືກດຳເນີນ ໂດຍໜ່ວຍງານສິ່ງແວດລ້ອມ ແລະ ສັງຄົມ/ພະແນກໂຍທາທິການ ແລະ ຂົນສົ່ງ ໂດຍການປຶກສາຫາລືກັບ ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ. ຜົນການຮັບຮອງແລວທາງ ແລະ ການຕິດຕາມກວດກາ ຈະຖືກເຜີຍແຜ່ໃຫ້ມວນຊົນຮັບຊາບ ຜ່ານທາງເວບໄຊສ ຂອງ ພະແນກໂຍທາທິການ ແລະ ຂົນສົ່ງ ທີ່ຮັບຜິດຊອບ ແລະ ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ 26. ການຈັດຕັ້ງປະຕິບັດສະເພາະ ກິດຈະກຳ ການຊ່ວຍເຫລືອດ້ານວິຊາການ ແລະ ວຽກງານຂົວທາງສຸກເສີນ: ເພື່ອຫລຸດຜ່ອນ ຜົນກະທົບດ້ານລົບທີ່ອາດຈະເກີດຂຶ້ນ ແລະ/ຫຼື ເພີ່ມທະວີ ຜົນກະທົບດ້ານບວກ ຂອງການຊ່ວຍເຫລືອດ້ານວິຊາການ ທີ່ຖືກຈັດຕັ້ງປະຕິບັດ ພາຍໄຕ້ ອົງປະກອບທີ 2, ຈະໄດ້ດໍາເນີນ ບັນດາໜ້າວຽກ ດັ່ງຕໍ່ໄປນີ້:  ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຈະເປັນເຈົ້າການ ໃນການຝຶກອົບຮົມ ການປົກປ້ອງ ແລະ ຮັບປະກັນວ່າ ຂໍ້ກຳນົດການປົກປ້ອງທີ່ຈະແຈ້ງ ສຳລັບການບູລະນະຂົວທາງ ຈະຖືກລວມເຂົ້າຢູ່ໃນຂະບວນການນະໂຍບາຍ ແລະ ການວາງແຜນ.  ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຈະເປັນເຈົ້າການ ໃນການສ້າງຄວາມອາດສາມາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການຈັດຕັ້ງຫລັກ ໃນການຄຸ້ມຄອງໂຄງການຮ່ວມມືລະຫວ່າງລັດ-ເອກະຊົນ PPP ລວມທັງການສ້າງຕັ້ງ ກົນໄກການປະສານງານ ແລະ ການຮ່ວມມື ກັບອົງການຈັດຕັ້ງຫລັກ ຂອງ ກຊສ ທີ່ຮັບຜິດຊອບ ESIA/IEE, PA/PFA ແລະ ການຄຸ້ມຄອງໄພພິບັດ ແລະ ການປ່ຽນແປງດິນຟ້າອາກາດ;  ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຍັງຕ້ອງສ້າງຕັ້ງທີມງານປະສານງານເພື່ອການປົກປ້ອງ SCWG ເພື່ອຮັບຜິດຊອບ ການທົບທວນ ESOM ລວມທັງການພັດທະນາ ບົດແນະນຳສະເພາະ ສຳລັບ(I) ມາດຕະການຫລຸດຜ່ອນ ວຽກງານຂົວທາງ ໃນ PA/PFA ແລະ ພື້ນທີ່ ທີ່ມີຄວາມອ່ອນໄຫວ(II) ການຈັດຕັ້ງປະຕິບັດ ຄວາມປອດໄພຕາມເສັ້ນທາງ ໂດຍຊຸມຊົນ, (III) ການພັດທະນາ ຄຸນນະພາບວັດຖຸດິບກໍ່ສ້າງທີ່ດີ(ຫີນ, ບໍ່ດິນ, ອື່ນໆ), (IV) 16 ການພັດທະນາ ຂະບວນການທົດແທນຄ່າເສຍຫາຍ ສໍາລັບຂະແໜງຂົວທາງ, ແລະ (V) ການຄຸ້ມຄອງແລວທາງ ລວມທັງການລົງທະບຽນ ບັນດາກິດຈະກໍາ ທີ່ມີການບຸກລຸກ. ບົດແນະນຳ ດັ່ງກ່າວ ຈະຖືກພັດທະນາ ຜ່ານກໍລະນີສຶກສາ ແລະ ຜົນ ຈະຖືກລວມເຂົ້າຢູ່ໃນ ຄູ່ມືການຈັດຕັ້ງປະຕິບັດວຽກງານສິ່ງແວດລ້ອມ ແລະ ສັງຄົມ ສະບັບປັບປຸງ. 27. ສຳລັບວຽກງານຂົວທາງສຸກເສີນ, ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຈະສ້າງເປັນພາກໜຶ່ງ ໂດຍມີຂໍ້ກຳນົດ ການປົກປ້ອງ ລະບຸເຂົ້າຢູ່ໃນ ຄູ່ມືການດຳເນີນເຫດການສຸກເສີນ. 28. ເປັນສິ່ງຈຳເປັນ ໃນການດຳເນີນ ແຜນງານການສ້າງຄວາມອາດສາມາດ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ການສະໜັບສະໜູນ ການປົກປ້ອງ ຢ່າງຖືກຕ້ອງ. ແຜນການ ສ້າງຄວາມອາດສາມາດ ແລະ ການຝຶກອົບຮົມ ກ່ຽວກັບ ການປົກປ້ອງ ສິ່ງແວດລ້ອມ ແລະ ສັງຄົມ ໄດ້ຖືກນຳສະເໜີເຂົ້າຢູ່ໃນ ກອບໜ້າວຽກ ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ເພື່ອອຳນວຍຄວາມສະດວກໃຫ້ແກ່ການກະກຽມ, ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ ESMF, RPF ແລະ EGPF ແລະ ເຄື່ອງມືສະເພາະ ຂອງໂຄງການຍ່ອຍທີ່ກ່ຽວຂ້ອງ ຢ່າງມີປະສິດທິຜົນ. ການນຳໃຊ້ ການປົກປ້ອງ ການກັ່ນຕອງ ແລະ ການພິຈາລະນາ ຮັບຮອງ 29. ເພື່ອັບປະກັນວ່າ ໂຄງການຈະບໍ່ຕອບສະໜອງທຶນຮອນ ສຳລັບກິດຈະກຳ/ໂຄງການຍ່ອຍ ທີ່ບໍ່ມີມາດຕະການຫລຸດຜ່ອນ ທີ່ພຽງພໍ, ໂຄງການ ຈະບໍ່ອະນຸຍາດ ໃຫ້ມີການຕອບສະໜອງທຶນຮອນ ສຳລັບກິດຈະກຳ ດັ່ງຕໍ່ໄປນີ້:  ການຍັບຍ້າຍສິ່ງປຸກສ້າງ ແລະ/ຫຼື ການເວນທີ່ດິນ ທີ່ກທົບຫລາຍກວ່າ 200 ຄົນ ຫຼື 40 ຄົວເຮືອນ;  ອາດຈະສ້າງຜົນກະທົບດ້ານລົບ ຕໍ່ກຸ່ມຊົນເຜົ່າ ພາຍໃນບ້ານ ແລະ/ຫຼື ບ້ານໄກ້ຄຽງ ຫຼື ການບໍ່ໄດ້ຮັບການຍອມຮັບ ໂດຍຊຸຸມຊົນກຸ່ມຊົນເຜົ່າ ທີ່ອາໄສ ພາຍໃນບ້ານ ທີ່ຢູ່ຮ່ວມກັນຫລາຍຊົນເຜົ່າ;  ການສູນເສຍ ຫຼື ການທຳລາຍ ຊັບສິນດ້ານວັດທະນະທຳ, ລວມທັງເຂດທີ່ມີ ບູຮານວັດຖຸ(ກ່ອນປະຫວັດສາດ), ສາກດຶກດໍາບັນ, ປະຫວັດສາດ, ສາສະໜາ, ວັດທະນະທໍາ ແລະ ຄຸນຄ່າດ້ານທຳມະຊາດທີ່ມີຢູ່ແຫ່ງດຽວ;  ການຊື້ ເຄື່ອງຈັກຜະລິດ ແລະ ເຄື່ອງຈັກດູດ ນໍ້າມັນແອັດຊັງ ຫຼື ກາຊວນ; ປືນ; ຈັກເລື່ອຍຕັດໄມ້; ຢາປາບສັດຕູພືດ, ຢາຂ້າແມງໄມ້, ຢາກຳຈັດຫຍ້າ ແລະ ສານເຄມີ ອັນຕະລາຍ ອື່ນໆ ຈຳນວນຫລວງຫລາຍ; 17 ແຮ່ເສັ້ນໃຍ ແລະ ການລົງທຶນອື່ນໆ ທີ່ມີຜົນກະທົບດ້ານລົບຕໍ່ສິ່ງແວດລ້ອມ;  ການປ່ຽນແປງ ຫຼື ການເສື່ອມໂຊມ ທີ່ຢູ່ອາໄສທາງທຳມະຊາດ ຢ່າງຫລວງຫລາຍ ຫຼື ເຂດການອະນຸລັກ ແລະ/ຫຼື ຜົນປະໂຫຍດດ້ານສິ່ງແວດລ້ອມ ແມ່ນມີໜ້ອຍກວ່າ ການສູນເສຍໃດໜຶ່ງ ທີ່ອາດຈະເກີດຂຶ້ນ;  ການກໍ່ສ້າງເສັ້ນທາງໃໝ່ ແລະ ການຍົກລະດັບເສັ້ນທາງຫລັກ, ການປັບປຸງ, ແລະ/ຫຼື ການບູລະນະຟື້ນຟູ ເຊິ່ງໄດ້ກຳນົດ ເປັນການປະເມີນສິ່ງແວດລ້ອມ (EA) ປະເພດ A ອີງຕາມ OP/BP 4.01. 30. ສຳລັບກິດຈະກຳ ການບູລະນະຂົວທາງທັງໝົດ ທີ່ຖືກຈັດຕັ້ງປະຕິບັດ ພາຍໄຕ້ໂຄງການ, ການກັ່ນຕອງການປົກປ້ອງຈະຖືກດຳເນີນ ໄປຕາມບາດກ້າວ ສຳຄັນດັ່ງຕໍ່ໄປນີ້ ດັ່ງລະບຸໄວ້ໃນຮູບພາບ 1. ເຄື່ອງມືການປົກປ້ອງທີ່ກ່ຽວຂ້ອງ ຈະໄດ້ຮັບການກະກຽມ ສໍາລັບແຕ່ລະໂຄງການຍ່ອຍ ສະເພາະ ລວມທັງ ESMPs, RAPs /ARAPs ແລະ EGDPs ໂດຍສອດຄ່ອງກັບຜົນການກັ່ນຕອງ ການປົກປ້ອງ. ການຄຸ້ມຄອງ ສິ່ງແວດລ້ອມ 31. ສຳລັບກິດຈະກຳ ການບູລະນະຂະໜາດນ້ອຍ ເຊັ່ນ: ການບູລະນະ ເປັນປະຈຳ ແລະ ເປັນແຕ່ໄລຍະ, ECoP ທົ່ວໄປ ເຊິ່ງໄດ້ລວມເຂົ້າ ເປັນສ່ວນໜຶ່ງ ຂອງ ESMF ຕ້ອງໄດ້ມີການປັບປຸງ ເພື່ອສ່ອງແສງໃຫ້ເຫັນກິດຈະກຳ ແລະ ສະຖານທີ່ ສະເພາະ. ສຳລັບກິດຈະກຳ ທີ່ສົ່ງຜົນກະທົບຫລວງຫລາຍ ເຊັ່ນ: ການຟື້ນຟູບູລະນະ, ການປັບແລວທາງ, ວຽກງານທີ່ຕິດພັນກັບຄວາມສາມາດຕ້ານທານກັບສະພາບການປ່ຽນແປງດິນຟ້າ ອາກາດທຂະໜາດໃຫຍ່:  ໃນກໍລະນີ ລະບົບຂອງລັດຖະບານ ບໍ່ມີຄວາມຕ້ອງການ IEE, ESMP ເຊິ່ງລວມເອົາ ECoP ທີ່ສ່ອງແສງໃຫ້ເຫັນ ກິດຈະກຳ ແລະ ສະຖານທີ່ ສະເພາະ ຂອງວຽກງານ ຈະໄດ້ຖືກກະກຽມ ໂດຍສອດຄ່ອງກັບບົດແນະນຳ ວ່າດ້ວຍ ການກະກຽມ ESMP ຕາມລະບຸໄວ້ໃນ ESMF;  ໃນກໍລະນີ ແມ່ນມີຄວາມຕ້ອງການ IEE, ໄປຄຽງຄູ່ກັບ ESMP ແລະ ECoP ຂ້າງເທິງ, ຕ້ອງໄດ້ກະກຽມ IEE ໂດຍສອດຄ່ອງກັບບົດແນະນຳ ຂອງລັດຖະບານ. ການເວນຄືນທີ່ດິນ 32. ໃນກໍລະນີມີການເວນຄືນທີ່ດິນ ຫຼື ການຍົກຍ້າຍຈັດສັນ, ARAP ຫຼື RAP ຈະໄດ້ຮັບການກະກຽມ ໂດຍສອດຄ່ອງກັບ RPF. RPF ໄດ້ກຳນົດຂະບວນການ 18 ປຶກສາຫາລືກັບຊຸມຊົນ ແລະ ການເຂົ້າຮ່ວມ ຂອງຊຸມຊົນ ກ່ຽວກັບ ການວາງແຜນ ແລະ ການຕັດສິນໃຈ ບັນດາກິດຈະກຳ ຕ່າງໆ ໃນກໍລະນີການເວນຄືນທີ່ດິນ ແລະ/ຫຼື ການຍັບຍ້າຍ ຊັບສິນ ມີຄວາມຈຳເປັນ. ບັນຫາ ທີ່ອາດຈະຖືກກຳນົດ ປະກອບມີ ການສູນເສຍທີ່ດິນ, ຊັບສິນ, ແລະ/ຫຼືລາຍຮັບ ເນື່ອງຈາກການປັບປ່ຽນແລວເສັ້ນທາງເລັກນ້ອຍ ເພື່ອປັບປຸງ ຄວາມປອດໄພຕາມເສັ້ນທາງ ແລະ/ຄວາມທົນທານ. ກຸ່ມຊົນເຜົ່າ 33. ໂດຍສອດຄ່ອງກັບຂັັນຕອນການກັ່ນຕອງ ຂອງ ESMF, ສຳລັບແຕ່ລະສະຖານທີ່ ທີ່ສະເໜີການລົງທຶນ, ຕ້ອງໄດ້ເກັບກຳຂໍ້ມູນ ເພື່ອກຳນົດວ່າ ມີກຸ່ມຊົນເຜົ່າ ຫຼືບໍ່. ໃນກໍລະນີ ມີກຸ່ມຊົນເຜົ່າ, ຕ້ອງປະຕິບັດຕາມຂັ້ນຕອນທີ່ກຳນົດໄວ້ຢູ່ໃນ EGPF ແລະ ເຄື່ອງມືອັນເໝາະສົົມ (ຕົວຢ່າງ EGDP) ຕ້ອງໄດ້ກະກຽມ. 34. ຫລັກການສຳຄັນ ໄດ້ກຳນົວໄວ້ ດັ່ລຸ່ມນີ້:  ຊຸມຊົນທັງໝົດຈະໄດ້ຮັບການແກ້ໄຂ ດ້ວຍຄວາມຈິງໃຈ ແລະ ໃຫ້ການຮ່ວມມືດ້ວຍຄວາມສ້າງສັນ ແລະ ໄດ້ຮັບຄວາມກະຈ່າງແຈ້ງ ກ່ຽວກັບ ເຫດຜົນ ຄວາມປອດໄພຕາມເສັ້ນທາງ, ແລະ ຈຸດດປະສົງຂອງໂຄງການຍ່ອຍ, ກິດຈະກຳ, ຜົນປະໂຫຍດທີ່ຈະໄດ້ຮັບ ແລະ ການສູນເສຍທີ່ອາດຈະເກີດຂຶ້ນ.  ໃນກໍລະນີການສະໜັບສະໜູນຈາກຊຸມຊົນທັງໝົດ ບໍ່ໄດ້ຮັບການສ້າງຕັ້ງຂຶ້ນ ບົນພື້ນຖານການປຶກສາຫາລືດ້ວຍຄວາມເຫັນດີເຫັນພ້ອມຮ່ວມກັນ (“free, prior and informed consultations”), ຊຸມຊົນດັ່ງກ່າວ ແມ່ນມີສິດ ຮ້ອງທຸກ ກ່ຽວກັບໂຄງການ. ເພື່ອຈະຫລຸດ ຜ່ອນຄວາມສ່ຽງ ທີ່ການສະໜັບສະໜູນຈາກຊຸມຊົນທັງໝົດ ບໍ່ໄດ້ສ້າງຕັ້ງຂຶ້ນ, ຈະນຳໃຊ້ຄວາມພະຍາຍາມທັງໝົດ ເພື່ອໃຫ້ມີການເຂົ້າຮ່ວມດ້ວຍຄວາມເອົາໃຈໃສ່ ຂອງຊຸມຊົນທ້ອງຖິ່ນ, ໂດຍສະເພາະແມ່ຍິງ ແລະ ກຸ່ມຄົນທີ່ບໍ່ສາມາດຊ່ວຍເຫລືອຕົນເອງໄດ້.  ຊຸມຊົນທັງໝົດ ບໍ່ວ່າຈະເປັນກຸ່ມຊົນເຜົ່າ ຫຼື ສະຖານະພາບທາງສັງຄົມ ຈະໄດ້ເຂົ້າຮ່ວມໃນຮູບແບບທີ່ກ່ຽວຂ້ອງກັບລັກສະນະວັດທະນະທຳ ແລະ ທົ່ວເຖິງ ບົນພື້ນຖານການປຶກສາຫາລືດ້ວຍຄວາມເຫັນດີເຫັນພ້ອມຮ່ວມກັນ(“fre e, prior and informed consultations”) 19 ແນໃສ່ສ້າງການສະໜັບສະໜູນຈາກຊຸມຊົນຕໍ່ໂຄງການຍ່ອຍ ຢ່າງກວ້າງຂວາງ ແລະ ມີຄວາມຍືນຍົງ.  ຊຸມຊົນທັງໝົດຈະໄດ້ຮັບແຈ້ງ ຈາກພະແນກໂຍທາທິການ ແລະ ຂົນສົ່ງ ທີ່ຮັບຜິດຊອບ ຜ່ານທາງການຈັດຕັ້ງປະຕິບັດໂຄງການຍ່ອຍ ດ້ວຍວິທີການແຈ້ງຂໍ້ມູນຂ່າວສານ, ການສຶກສາ ແລະ ການສື່ສານ ອັນເໝາະສົມ. ໃນກໍລະນີ ຈຳເປັນ, ການສື່ສານ ຜ່ານທາງວົງຈອນຂອງໂຄງການ ຈະນຳໃຊ້ເຄື່ອງມືການແຈ້ງຂໍ້ມູນຂ່າວສານ, ການສຶກສາ ແລະ ການສື່ສານ ທີ່ ເໝາະສົມ ເພື່ອແກ້ໄຂບັນຫາທາງດ້ານພາສາ ແລະ ຊົນເຜົ່າ, ອ່ານໜັງສືໄດ້/ກືກໜັງສື, ເພດ ແລະ ຜູ້ດ້ອຍໂອກາດໃນສັງຄົມ ຮູບພາບ 1: ແຜນວາດ ຂະບວນການກັ່ນຕອງ ການປົກປ້ອງ ຂັ້ນຕອນ 1: ການກັ່ນຕອງ ການປົກປ້ອງ (ESU/DPWT)ການກັ່ນຕອງ ການປົກປ້ອງ ສຳລັບ “ລາຍການ ດ້ານລົບ” ຜ່ານ: ບໍ່ຜ່ານ: ຂັ້ນຕອນ 2-ການກະກຽມ ປະຕິເສດ ກິດຈະກຳ ແລະ/ຫຼື ເອກະສານການປົກປ້ອງ ບົດສະເໜິ (ESU/DPWT) ການປະເມີນ ຄວາມສ່ຽງ ແລະ ການການກຳນົດບັນຫາ ແລະ ການປະຕິບັດ ປຶກສາຫາລືກັບ ESD/PTI ຂັ້ນຕອນ 3: ແລະ ກະກຽມ ເອກະສານ ການພິຈາ ລະນາ ແລະ ພົວພັນ ປ່າສະຫງວນ/ປ່າປ້ອງກັນ; ການປົກປ້ອງ (ESMP ຫຼື ຮັບ ຮອງ ເອກະສານ ຜົນກະທົບຕໍ່ທີ່ຢູ່ອາໄສ ແມ ເອກະສານ ES, ແລະ/ຫຼື ການປົກປ້ອງ ທາງທຳມະຊາດ a; ເຮັດໃຫ້ດິນເຈື່ອນ; ່ນ ບົດລາຍງານ IEE ) ESU/PTI ທົບທວນ ເອ ທີ່ຕັ້ງໄກ້ກັບເຂດວັດທະນະທຳ, ສຳລັບໂຄງການຍ່ອຍ ກະສານ ວັດ, ໂຮງຮຽນ, ໂຮງໝໍl; ແລະ/ຫຼື ໂດຍສອດຄ່ອງກັບ ການປົກປ້ອງ ຕ້ອງການ IEE? ຂໍ້ກຳນົດ ESMF ໂດຍການປຶກສາຫາລ ແລະເອກະສານ ການປົກປ້ອງ ບໍ ື ກັບຊ່ຽວຊານ ່່ ການປົກປ້ອງທະນາ ແມ່ ປຶກສາຫາລືກັບ ESD/PTI ຄານໂລກ ພົວພັນ ແລະ ກະກຽມ ເອກະສານ ນ ເພື່ອຮັບຮອງແຜນ ກຸ່ມຊົນເຜົ່າ, ການປົກປ້ອງ (ARAP, RAP, ການປົກປ້ອງຢ່າງເ ການເວນຄືນທີ່ດິນ ແລະ/ຫຼື EGDP) ປັນທາງການ ແລະ/ຫລື ສຳລັບໂຄງການຍ່ອຍ ການຍົກຍ້າຍຈັດສັນ ໂດຍສອດຄ່ອງກັບ ESU/PTI ຫຼື ບໍ RMCD/DoR ຂໍ້ກຳນົດ ESMF ໄດ້ຮັບການຮັບຮອງ ່ ແມ່ ແລະເອກະສານ ການປົກປ້ອງ ຮັບຮອງສຸດທ້າຍ ECoP ຈາກທະນາຄານໂລກ ນ ແລະ ລວມເຂົ້າຢູ່ໃນ ກ່ຽວກັບ ESMP, ພົວພັນພື້ນຖານໂຄງ ເອກະສານ ການປະມູນ EGDP, RAPs ອື່ນໆ ລ່າງຂະ ໜາດນ້ອຍ ແລະ ຕາມການເຫັນດີ ( ແລະ ສັນຍາ. ຫຼື ຂົວທາງ?ນ້ອຍ ສາມາດທົບທວນ ພາຍຫລັງ) ຂັ້ນຕອນ 4: ການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາ ໂດຍ ESU/DPWT ແລະ ນຳສົ່ງ ບົດລາຍ ງານ ປະຈຳເດືອນ ຫາ ESD/PTI 20  ຊຸມຊົນທັງໝົດຈະໄດ້ຮັບໂອກາດ ເພື່ອເຂົ້າຮ່ວມໃນ ແລະ ໄດ້ຮັບຜົນປະໂຫຍດຈາກ ໂຄງການຍ່ອຍ ລວມທັງມີຄວາມຮັບຜິດຊອບ ເພື່ອປະຕິບັດຕາມ ລະບຽບຄວາມປອດໄພຕາມເສັ້ນທາງ ແລະ ການບູລະນະຂົວທາງແບບຍືນຍົງ.  ໂຄງການຍ່ອຍ ຈະເອົາໃຈໃສ່ໃນການຊຸກຍູ້ແມ່ຍິງ ໃຫ້ມີບົດບາດຢ່າງຕັ້ງໜ້າ ໃນຂະບວນການປຶກສາຫາລື. ໃນລະຫວ່າງການຈັດຕັ້ງປະຕິບັດ, ແມ່ຍິງຈະ: (ກ) ໄດ້ຮັບການປຶກສາຫາລື ແລະ ຂໍ້ຂ້ອງໃຈຂອງເຂົາເຈົ້າ ໄດ້ຮັບການແກ້ໄຂ; (ຂ) ເປີດໂອກາດເຂົ້າຮ່ວມ ໃນກອງປະຊຸມກຸ່ມຊຸມຊົນ, ການປຶກສາຫາລືເປັນກຸ່ມ, ການວາງແຜນ ແລະ ການຈັດຕັ້ງປະຕິບັດ; ແລະ (ຄ) ເປັນຕົວແທນ ເຂົ້າຢູ່ໃນຄະນະກໍາມະການແກ້ໄຂຂໍ້ຄັດແຍ່ງ. ກິດຈະກຳ ການຊ່ວຍເຫລືອດ້ານວິຊາການ 35. ໃນໄລຍະການອອກແບບ ແລະ ຈັດຕັ້ງປະຕິບັດ ກິດຈະກຳການຊ່ວຍເຫລືອດ້ານວິຊາການ, ບົດແນະນຳ ຊົວຄາວ ວ່າດ້ວຍ ການນຳໃຊ້ ນະໂຍບາຍການປົກປ້ອງ ສຳລັບກິດຈະກຳ ການຊ່ວຍເຫລືອດ້ານວິຊາການ ຂອງໂຄງການ ທະນາຄານ-ການເງິນ ແລະ ກອງທຶນ ຄຸ້ມຄອງ ໂດຍທະນາຄານ12 ຈະນຳຖືກນຳໃຊ້ ເພື່ອຮັບປະກັນ ການເຊື່ອມໂຍງຈຸດປະສົງ ສິ່ງແວດລ້ອມ ແລະ ສັງຄົມ ເຂົ້າໃນຂະບວນການຊ່ວຍເຫລືອດ້ານວິຊາການ ແລະ ເພື່ອສົ່ງເສີມຄວາມໂປ່ງໃສ ຜ່ານການເຂົ້າຮ່ວມຂອງຜູ້ມີສ່ວນຮ່ວມ ແລະ ການເຜີຍແຜ່ຂໍ້ມູນຂ່າວສານໃຫ້ມວນຊົນ ໃນລະຫວ່າງຂະບວນການວາງແຜນໂຄງການ. ຂອບເຂດໜ້າວຽກທັງໝົດ ສຳລັບການຊ່ວຍເຫລືອດ້ານວິຊາການ ພາຍໄຕ້ອົງປະກອບທີ 2 ໂດຍສະເພາະຕິດພັນກັບ ການຮ່ວມມືພາກລັດ-ເອກະຊົນ PPP ຈະປະຕິບັດຕາມ ນະໂຍບາຍການປົກປ້ອງ ຂອງທະນາຄານໂລກ ແລະ ນຳສະເໜີ ໃຫ້ທະນາຄານໂລກ ທົບທວນ. 36. ການສົ່ງເສີມ ບົດບາດຍິງຊາຍ: ໂດຍສອດຄ່ອງກັບ OP/BP4.20(ການສົ່ງເສີມ ບົດບາດຍິງຊາຍ) ການຊ່ວຍເຫລືອດ້ານວິຊາການທັງໝົດ ຈະຖືກອອກແບບມາ ເພື່ອລວມເອົາການພິຈາລະນາດ້ານບົດບາດຍິງຊາຍ ໃນລະຫວ່າງການອອກແບບ ແລະ ການຈັດຕັ້ງປະຕິບັດ ໂຄງການພັດທະນາຂົວທາງ ແລະ ບັນຫາບົດບາດຍິງຊາຍ ສຳຄັນ ຈະຖືກພິຈາລະນາ ແລະ ແກ້ໄຂ ຕາມຄວາມເໝາະສົມ. 12 ບົດແນະນຳ ຈະນຳໃຊ້ ກັບປະເພດ ການຊ່ວຍເຫລືອດ້ານວິຊາການ TA ດັ່ງຕໍ່ປນີ້: ປະເພດ 1: ການສ້າງຄວາມເຂັ້ມແຂງ ດ້ານຄວາມອາດສາມາດ ລູກຄ້າ; ປະເພດ 2: ການຊ່ວຍເຫລືອ ໃນການສ້າງນະໂຍບາຍ, ແຜນງານ, ແຜນການ, ຍຸດທະສາດ ຫຼື ກອບດ້ານກົດ ໝາຍ ອື່ນໆ; ປະເພດ 3: ການວາງແຜນການນຳໃຊ້ ທີ່ດິນ ຫຼື ການຄຸ້ມຄອງຊັບພະຍາກອນທຳມະຊາດ(NRM); ປະເພດ 4: ການກະກຽມ ການສຶກສາຄວາມເປັນໄປໄດ້, ການອອກແບບເຕັກນິກ ຫຼື ກິດຈະກຳ ອື່ນໆ ທີ່ສະໜັບສະໜູນໂດຍກົງ ການກະກຽມ ໂຄງການລົງທຶນ ໃນອະນາຄົດ(ທີ່ໄດ້ຮັບ ຫຼື ບໍ່ໄດ້ຮັບ ເງິນທຶນ ຈາກທະນາຄານ) 21 ວຽກສຸກເສີນ 37. ເພື່ອຮັບປະກັນວ່າວຽກສຸກເສີນ ໄດ້ຮັບການຈັດຕັ້ງປະຕິບັດ ໂດຍສອດຄ່ອງກັບການປະຕິບັດການປົກປ້ອງທີ່ດີ, ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ຈະຮັບປະກັນວ່າ ຄູ່ມືປະຕິບັດເຫດການສຸກເສີນ ຈະລວມເອົາສະເພາະວິທີການໃນການແກ້ໄຂບັນຫາການປົກປ້ອງ. ຜົນກະທົບ ທີ່ອາດຈະເກີດຂຶ້ນ ຈາກໂຄງການ ແລະ ມາດຕະການຫລຸດຜ່ອນ 38. ດັ່ງທີ່ກ່າວໄວ້ໃນເບື້ອງຕົ້ນ, ຄວາມສ່ຽງໂດຍລວມຂອງການປົກປ້ອງ ສຳລັບວຽກການບູລະນະເສັ້ນທາງທີ່ສະເໜີ ໄດ້ຮັບການພິຈາລະນາວ່າ “ຕໍ່າ” ໃນຂະນະຄວາມສ່ຽງທີ່ຕິດພັນກັບ ການຊ່ວຍເຫລືອດ້ານວິຊາການ ກ່ຽວກັບ ການສຶກສາ PPP ໄດ້ຮັບການພິຈາລະນາວ່າ “ປານກາງ”. ການປະເມີນຄວາມສ່ຽງ ການປົກປ້ອງ ຂອງກິດຈະກຳທີ່ສະເໜີ ເພື່ອຈັດຕັ້ງປະຕິບັດ ພາຍໄຕ້ໂຄງການ ໄດ້ສະຫລຸບໄວ້ລຸມນີ້. 3. ຜົນກະທົບ ຈາກກິດຈະກຳຂົວທາງ: ຜົນກະທົບໂດຍລວມ ຈະເປັນດ້ານບວກ ເນື່ອງຈາກການປັບປຸງການເຂົ້າເຖິງເສັ້ນທາງ, ຄວາມປອດໄພຕາມເສັ້ນທາງ, ແລະ ສະຫວັດດີພາບ ຂອງປະຊາຊົນທ້ອງຖິ່ນ. ຜົນກະທົບດ້ານລົບໄລຍະສັ້ນ ແລະ ຈໍາກັດ ຕໍ່ຊຸມຊົນທ້ອງຖິ່ນ ແລະ ສິ່ງແວດລ້ອມທ້ອງຖິ່ນ ຈາກກິດຈະກຳເຫລົ່ານີ້ ອາດເກີດຂຶ້ນຈາກ ການບູລະນະຂົວທາງ ແລະ ການປັບປຸງເປັນຈຸດ ເພື່ອປັບປຸງຂົວທາງທີ່ສາມາດຕ້ານທານກັບສະພາບການປ່ຽນແປງຂອງດິນຟ້າ ອາກາດ. ຜົນກະທົບເຫລົ່ານີ້ ຈະຖືກຈຳກັດ ຕໍ່ກັບຄວາມປອດໄພຕາມເສັ້ນທາງ, ການລົບກວນຊົວຄາວ ຂອງການສັນຈອນໃນທ້ອງຖິ່ນ ແລະ ຜົນກະທົບຈຳກັດ ຕໍ່ຄຸນນະພາບອາກາດ, ສຽງ ແລະ ການສັ່ນສະເທືອນ, ອື່ນໆ ເຊິ່ງສາມາດຫລຸດຜ່ອນໄດ້ ຜ່ານການນຳໃຊ້ ຂໍ້ກຳນົດສະເພາະ ທີ່ຈະຖືກລວມເຂົ້າຢູ່ໃນ ESMP ແລະ/ຫຼື ECoP ແລະ ການຄວບຄຸມດູແລຢ່າງໄກ້ຊິດ ຂອງເຈົ້າຂອງໂຄງການຍ່ອຍ(ພະແນກໂຍທາທິການ ແລະ ຂົນສົ່ງ) 4. ຜົນກະທົບ ຈາກການຕອບໂຕ້ ເຫດການສຸກເສີນ: ເນື່ອງຈາກວຽກງານຂົວທາງ ເປັນວຽກປະຈຳ, ຜົນກະທົບທີ່ອາດຈະເກີດຂຶ້ນ ຈະເປັນດ້ານບວກ ໂດຍສະເພາະໃນພື້ນທີ່ ທີ່ມີຄວາມສຳຄັນ ສຳລັບເສັ້ນທາງການຂົນສົ່ງ. ຜົນກະທົບດ້ານລົບທີ່ອາດຈະເກີດຂຶ້ນ ຈະຖືກຫລຸດຜ່ອນ ຜ່ານທາງການລວມເອົາຂໍ້ກຳນົດ ດ້່ານການປົກປ້ອງ ເຂົ້າຢູ່ໃນ ຄູ່ມືປະຕິບັດການຕອບໂຕ້ ເຫດການສຸກເສີນ ແລະ ການຝຶກອົບຮົມ ຂອງພະນັກງານພະແນກໂຍທາທິການ ແລະ ຂົນສົ່ງ ແລະ ຜູ້ຮັບເໝົາ. ການກວດກາ ສິ່ງແວດລ້ອມ ຫລັງຈາກເຫດການສຸກເສີນ ຈະດຳເນີນການ 22 ໂດຍພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ສຳລັບກິດຈະກຳສຸກເສີນທັງໝົດ 39. ຜົນນກະທົບ ຈາກການສ້າງຄວາມເຂັ້ມແຂງ ຂອງອົງການຈັດຕັ້ງ: ໂຄງການກິດຈະກຳ ຊ່ວຍເຫລືອດ້ານວິຊາການ ຈະເປັນຜົນກະທົບດ້ານບວກ ຕໍ່ກັບການວາງແຜນ, ການປັບປຸງ ມາດຕະຖານ ແລະ ລາຍລະອຽດ ການບູລະນະຂົວທາງ ແລະ ການຍົກລະດັບຄວາມອາດສາມາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ພະແນກໂຍທາທິການ ແລະ ຂົນສົ່ງ ກ່ຽວກັບ ຄວາມສາມາດຕ້ານທານກັບສະພາບການປ່ຽນແປງດິນຟ້າອາກາດ, ການປັບປຸງຄວາມປອດໄພ ໃນເຂດຕົວເມືອງທີ່ຄັດເລືອກ ທີ່ມີອຸບັດຕິເຫດການສັນຈອນສູງ ແລະ ແຂວງທີ່ຄັດເລືອກ ບ່ອນທີ່ດຳເນີນວຽກງານບູລະນະຂົວທາງ. ເຖິງແມ່ນວ່າ ການສະໜັບສະໜູນ ການຊ່ວຍເຫລືອດ້ານວິຊາການ ສຳລັບ ໂຄງການຮ່ວມືລະຫວ່າງພາກລັດ-ເອກະຊົນ PPP ໃນຂະແໜງການຂົວທາງ ອາດສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໃນເມື່ອໂຄງການໂຄງການຮ່ວມືລະຫວ່າງພາກລັດ-ເອກະຊົນ PPP ໄດ້ຮັບການຈັດຕັ້ງປະຕິບັດ ໃນອະນາຄົດ, ໂຄງການສະໜັບສະໜູນ ການຊ່ວຍເຫລືອດ້ານວິຊາການ ແລະ ການສ້າງຄວາມອາດສາມາດ ໃນການນຳໃຊ້ໂຄງການຮ່ວມືລະຫວ່າງພາກລັດ-ເອກະຊົນ PPP ໃນຂະແໜງການຂົວທາງ ຈະຊ່ວຍຍົກລະດັບຄວາມອາດສາມາດ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນການຈັດຕັ້ງປະຕິບັດການລົງທຶນ ຜ່ານຂະບວນການ ໂຄງການຮ່ວມືລະຫວ່າງພາກລັດ-ເອກະຊົນ PPP ລວມທັງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງການເງິນ ແລະ ຄວາມອາດສາມາດ ໃນການປົກປ້ອງ ສິ່ງແວດລ້ອມ ແລະ ສັງຄົມ ທີ່ເຂັ້ມແຂງ. 40. ການປະຕິບັດວຽກງານການປົກປ້ອງ: ເພື່ອຫລຸດຜ່ອນ ຜົນກະທົບທີ່ອາດຈະເກີດຂຶ້ນ ຂອງໂຄງການທີ່ສະເໜີ, ການປະຕິບັດ ການປົກປ້ອງ ທີ່ກຳນົດໄວ້ ໃນຕາຕະລາງ 2 ຈະຖືກດຳເນີນ. ຕາຕະລາງ 2 ວິທີການ ESMF ສໍາລັບອົງປະກອບກິດຈະກໍາ ພາຍໄຕ້ໂຄງການ(LRSP2) ອົງປະກອບ ກ ິ ຈ ະ ກ ຳ ການປະຕິບັດ ການປົກປ້ອງ ທີ່ໄດ້ຮັບງົບປະມານ ກຳນົດເວລາ ຈາກໂຄງການ ສຳລັບການກະກຽ ມ ແ ລ ການຈັດຕັ້ງປະ ຕິບັດ ອົງປະກອບທ 1.1. ວຽກງານບູລະນະຂົວທາງ; ນຳໃຊ້ ESMF, EGPF, ແລະ RPF ESMP, EGDPs, ີ 1: 1.2. ການບູລະນະ ເປນແຕ່ໄລຍະ ໃນລະຫວ່າງ ການກະກຽມ ແລະ RAPs/ ARAPs ການບູລະນະ ແລະ ການປັບປຸງ ເປັນຈຸດ; ການຈັດຕັ້ງປະຕິບັດ ຈະໄດ້ຮັບການກ ຂົວທາງທີ 1.3. ການສ້າາງຄວາມເຂັ້ມແຂງ ະກຽມ ໂຄງການຍ່ອຍ ໂດຍສະເພາະ ESMP, ່ສາມາດຕ້າ ໃນການຕ້ານທານກັບສະພາບ ໃນລະຫວ່າງການ EGDP, ແລະ/ຫຼື RAP/ ARAP. ຈັດຕັ້ງປະຕິ ນທານກັບກາ ການປ່ຽນແປງດິນຟ້າອາກ 23 ນປ໋ຽນແປງ າດ ແລະ  ດຳເນີນການຝຶກອົບຮົມ, ບັດຖຄງການ ສະພາບດິນຟ 1.4. ການອອກແບບ ແລະ ຕິດຕາມກວດກາ ແລະ ້າອາກາດ ການຄວບຄຸມດູແລ ວຽກງານ ການລາຍງານ ການປົກປ້ອງ [ທີ່ປຶກສາ ແລະ ມູນຄ່າການດຳເນີນງານ(IO C) ] (ລະບົບຂົວທາງ ແຂວງ ແລະ ເມືອງ ທີ່ນອນຢູ່ໃນ ຫົກແຂວງ ໂຄງການຕົວແບບ) . 2.1 ການວາງແຜນຍຸດທະສາດ ທົບທວນ ESOM ອົງປະກອບທ ຂະແໜງການ ໂດຍການປຶກສາຫາລືຢ່າງໄກ້ຊ ລະຫວ່າງການຈັ ີ 2: ການສະໜັບສະໜູນ ກຍທຂ ິດກັບ ແຂວງ ແລະ ກຊສ ດຕັ້ງປະຕິບັ ການສ້າງຄາ ເພື່ອໃຫ້ຄຳແນະນຳດ້ານນະໂຍ ດ້ວຍການດຳເນີນ ຈຳນວນ ດ ມເຂັ້ມແຂງ ບາຍຂັ້ນສູງ ກໍລະນີສຶກສາ ຂອງພາກລັດ ສຳລັບການນຳເອົາຍຸດທະສາດ ໃນພື້ນທີ່ບູລິມະສິດ ພະແນກສິ່ງແວ ຂະແໜງການ ຮອດປີ 2025 ແລະ ດັ່ງຕໍ່ໄປນີ້: ດລ້ອມ ແລະ ແຜນດຳເນີນງານ ຮອດປີ2020 ສັງຄົມ/ສະຖາບັ ໃຫ້ສາມາດຈັດຕັ້ງປະຕິບັດໄ (ກ) ປະສົມປະສານຂໍ້ກໍານົດ ນໂຍທາທິການ (ການຊ່ວຍເ ດ້. ການປົກປ້ອງ ແລະ ຂົນສົ່ງ ຫລືອດ້ານ ເຂົ້າໃນຂະບວນການນະໂຍບາຍ ຈະສ້າງຕັ້ງ ວິຊາການ/ທ 2.2 ແລະ ການວາງແຜນ ທິມງານ ີ່ປຶກສາ, ການຄຸ້ມຄອງລະບົບຂົວທາງ ການພັດທະນາຂົວທາງ(ພາກລັດ ການປະສານງານ ອຸປະກອນ, ໃຫ້ສມາດຕ້ານທານກັບສະພາບ ການປົກປ້ອງ ແລະ ເອກະຊົນ) ສໍາລັບ(i) ການຝຶກອົ ການປ່ຽນແປງດິນຟ້າອາກາດ ໃນລະຫວ່າງ ບຮົມ ແລະ ການບູລະນະຂົວທາງ(ii) ການວາງແຜນ ການຍົກລະດັບ/ການຟື້ນຟູເສ ແລະ IOC)- ເພື່ອ(i) ພັດທະນາລະບົບ ແລະ ເພື່ອຍົກ ເຄື່ອງມື ທີ່ຈຳເປັນ ັ້ນທາງ ແລະ (iii) ເສັ້ນທາງໃໝ່ ການຈັດຕັ້ງປະ ລະດັບຄວາມ ເພີ່ມເຕີມ ຕິບັດ ອາດສາມາດ ສຳລັບການວາງແຜນ, (ຂ) ການພັດທະນາ ກໍລະນີສຶກສາ ຂອງອົງການ ການຈັດບູລິມະສິດ, ບົດແນະນຳສະເພາະ ສຳລັບ() ແລະ ຈັດຕັ້ງ ການວາງແຜນງົບປະມານ, ມາດຕະການຫລຸດຜ່ອນ ການທົບທວນ ໃນການວາງແ ການຈັດຕັ້ງປະຕິບັດ ແລະ ວຽກງານຂົວທາງ ESOM ຜນ ແລະ ການຕິດຕາມກວດກາ ໃນເຂດປ່າສະຫງວນ (PA/PFA), (i) ເພື່ອຮັບປະກັ ການວິເຄາະ ເພື່ອຄຸ້ມຄອງລະບົບຂົວທ ການປະຕິບັດຂອງງຊຸມຊົນ ນວ່າ ESOM ຂອງ ກຍທຂ າງ,(ii) ການສ້າງຄວາມເຂັ້ມແຂງ ກ່ຽວກັບ ຈະຖືກຍອມຮັບ ດ້ານຄວາມອາດສາມາດ ຂອງ ຄວາມປອດໄພຕາມເສັ້ນທາງ,(ii) ແລະ ຮັບຮູ້ ກຍທຂ, ພຍທຂ ແລະ ການພັດທະນາ ໂດຍ ຜູ້ຮັບເໝົາ ຄຸນນະພາບຂອງວັດສະດຸກໍ່ສ້ ພະແນກຊັບພະຍາ ໃນການຄຸ້ມຄອງສິ່ງແວດລ້ອ າງ ທີ່ດີ(ຫີນ, ບໍ່ດິນ, ກອນທຳມະຊາດ ມ ແລະ ສັງຄົມ, ແລະ ອື່ນໆ), (iii) ການພັດທະນາ ຄຸນນະພາບການຄວບຄຸມ ແລະ ສິ່ງແວດລ້ອມ ຂະບວນການທົດແທນຄ່າເສຍຫາ ການຄຸ້ມຄອງສັນຍາ, ແລະ ແລະ ຍ ສຳລັບຂະແໜງຂົວທາງ, ແລະ ການສ້າງຄວາມສາມາດຕ້ານທານ ກອງປະເມີນຜົ ກັບສະພາບການປ່ຽນແປງດິນຟ (iv) ການຄຸ້ມຄອງ ແລວທາງ ນກະທົບຕໍ່ສ ້າອາກາດ, ລວມທັງການຂຶ້ນທະບຽນ ິ່ງແວດລ້ອມ 2.4 ການສ້າງຄວາມອາດສາມາດ ກິດຈະກຳ ທີ່ດຳເນີນ ແລະ ສັງຄົມ ຂະແໜງການ. ເພື່ອສືບຕໍ່ ພາຍໃນແລວທາງ, ແລະ ການພັດທະນາ ຄວາມອາດສາມາດ ການສ້າງຄວາມອາດສາມາດ ອົງການຈັດຕັ້ງ ຂອງ ກຍທຂ ຂອງພະນັກງານ ກຍທຂ ໃນການຄຸ້ມຄອງສິ່ງແວດລ້ອ 24 ໃນການກະກຽມ ມ ແລະ ສັງຄົມ ການຈັດຕັ້ງປະຕິບັດໂຄງການ ຂອງໂຄງການຮ່ວມມືລະຫວ່າງພ ຮູບແບບ PBC ແລະ PPP າກລັດ-ເອກະຊົນ(PPP) ຂອງຂະແໜງການໃນອະນາຄົດ ຢ່າງພຽງພໍ. ໃຫ້ດີທີ່ສຸດ. 2.5 ຄວາມປອດໄພ ການສັນຈອນຕາມເສັ້ນທາງ. ເພື່ອສ້າງຄວາມເຂັ້ມແຂງ ດ້ານຄວາມອາດສາມາດ ຂອງ ກົມຂົວທາງ-ກຍທຂ ແລະ ຄະນະກຳມະການ ຄວາມປອດໄພ ການສັນຈອນ ແຫ່ງຊາດ ແລະ ການສ້າງຈິດສຳນິກໃຫ້ມວນຊ ົນ ກ່ຽວກັບ ຄວາມປອດໄພ ການສັນຈອນ 2.3ຂະແໜງການຄຸ້ມຄອງ  ດຳເນີນ ການກວດກາ ລະຫວ່າງການຈັ ສ້າງຄວາມເຂັ້ມແຂງ ດ້ານວິຊາການ ເອກະລາດ ດຕັ້ງປະຕິບັ ການຄວບຄຸມພາຍໃນ ແລະ ປະຈຳປີ ສຳລັບ ດ ລະບົບການຄຸ້ມຄອງ ການເງິນ ມາດຕະການສິ່ງແວດລ້ອມ ຂອງ ກຍທຂ ແລະ ສັງຄົມ ອົງປະກອບທ  ລວມເອົາການຈັດຕັ້ງປະຕິ ລະຫວ່າງການຈັ ີ 3 ການຊ່ວຍເຫລືອດ້ານວິຊາກາ ບັດ ດຕັ້ງປະຕິບັ ການຄຸ້ມຄ ນ, ອຸປະກອນ, IOC, ອື່ນໆ. ດ ESMFໃນບົດລາຍງານຄວາມຄື ອງໂຄງການ ບໜ້າ ຂອງໂຄງການ ອົງປກອບທ ຄູ່ມືປະຕິບັດການຕອບໂຕ້ເ  ລວມເອົາມາດຕະການ ລະຫວ່າງການຈັ ີ 4: ຫດ ການສຸກເສີນ ຈະນຳໃຊ້ ການປົກປ້ອງ ດຕັ້ງປະຕິບັ ການຕອບໂຕ້ ກັບອົງປະກອບນີ້, ເຂົ້າໃນຄູ່ມືປະຕິບັດກ ດ ເຫດການສຸກ ລະບຸລາຍລະອຽດການຄຸ້ມຄອງ ານຕອບໂຕ້ເຫດການສຸກເສີ ເສີນ ດ້ານການເງິນ,ການຈັດຊື້ຈັ ນ ແລະ ດຳເນີນການກວດກາ ດຈ້າງ, ການປົກປ້ອງ ແລະ ພາຍຫລັງ ການຈັດຕັ້ງປະຕິບັດ ອື່ນໆ ທີ່ຈຳເປັນ. [ວຽກງານ]  ດຳເນີນ ການຝຶກອົບຮົມ ການປົກປ້ອງ ການຕິດຕາມກວດກາ ແລະ ການລາຍງານ 41. ເພື່ອຮັບປະກັນການຈັດຕັ້ງປະຕິບັດ ຂໍ້ກຳນົດ ຂອງ ESMF ໄດ້ຢ່າງມີປະສິດທິຜົນ, ພຍທຂ ຈະກຳນົດທັງແຜນການຕິດຕາມກວດກາ ພາຍໃນ ແລະ ພາຍນອກ ແລະ ການລາຍງານ. 5. ການຕິດຕາມກວດກາ ພາຍໃນ ແລະ ການລາຍງານ: ໃນລະດັບໂຄງການຍ່ອຍ, ພະນັກງານ ໜ່ວຍງານສິ່ງແວດລ້ອມ ແລະ ສັງຄົມ/ພະແນກໂຍທາທິການ ແລະ ຂົນສົ່ງ ຮ່ວມກັບອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນທ້ອງຖິ່ນ ຈະຮັບຜິດຊອບ ການຕິດຕາມກວດກາ ການຈັດຕັ້ງປະຕິບັດ ມາດຕະການຫລຸດຜ່ອນ ທີ່ໄດ້ຮັບຮອງຢູ່ໃນ ESMP. ຂໍ້ມູນການຕິດຕາມກວດກາ ລວມທັງຂໍ້ມູນອື່ນໆ ທີ່ໄດ້ເກັບກຳ ຈາກຜູ່ມີສ່ວນຮ່ວມອື່ນໆ ພ້ອມທັງກິດຈະກຳ ການຕິດຕາມໂຄງການ ຈະຖືກລາຍງານ ໃຫ້ ພຍທຂ 25 ເປັນປະຈຳເດືອນ. ພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ໂດຍປະສານສົມທົບກັບ ພະແນກຄຸ້ມຄອງຂົວທາງ/ກົມຂົວທາງ ຈະກະກຽມບົດລາຍງານການຕິດຕາມກວດກາ ປະຈຳຫົກເດືອນ ແລະ ປະຈຳປີ ຈາກບັນດາແຂວງ ໃຫ້ ກົມຂົວທາງ. ບົດລາຍງານເຫລົ່ານີ້ ຈະຖືກເກັບໄວ້ເປັນເອກະສານ ເພື່ອສາມາດເອົາມາໃຊ້ຄືນໄດ້ ຢ່າງສະດວກສະບາຍ ແລະ ໂຕຊີ້ວັດ ຈະຖືກລວມເຂົ້າໃນລະບົບ M&E ໂຄງການ. 42. ການຕິດຕາມກວດກາພາຍນອກ: ການກວດກາ ດ້ານວິຊາການ ເອກະລາດ ປະຈໍາປີ ຂອງທັງມາດຕະການ ສິ່ງແວດລ້ອມ ແລະ ສັງຄົມ ຈະດຳເນີນການ ໂດຍພະແນກສິ່ງແວດລ້ອມ ແລະ ສັງຄົມ/ສະຖາບັນໂຍທາທິການ ແລະ ຂົນສົ່ງ ໂດຍການປະສານງານຢ່າງໄກ້ຊິດກັບ ພຊສ/ຫຊສ. ຈະມີຄວາມພະຍາຍາມ ໃນການເຊື້ອເຊີນເອົາຜູ້ຕາງໜ້າຈາກຊຸມຊົນທ້ອງຖິ່ນ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອເຂົ້າຮ່ວມ ໃນຂະບວນການດັ່ງກ່າວ. ບົດລາຍງານ ການກວດກາ ດ້ານວິຊາການ ຈະໄດ້ນຳສົ່ງໃຫ້ ທະນາຄານໂລກ ເພື່ອເປັນຂໍ້ມູນ ແລະ ປະກອບຄຳເຫັນ. ກົນໄກການແກ້ໄຂ ຂໍ້ຄັດແຍ່ງ 43. ກົນໄກແກ້ໄຂຂໍ້ຄັດແຍ່ງ ຂອງໂຄງການ ໄດ້ຖືກສ້າງຕັ້ງຂຶ້ນ ແລະ ຈະໄດ້ກຳນົດໄວ້ຢ່າງຈະແຈ້ງ ຢູ່ໃນຄູ່ມືການປະຕິບັດໂຄງການ. ໜ່ວຍງານ ການປົກປ້ອງ ຂອງ ພະແນກໂຍທາທິການ ແລະ ຂົນສົ່ງ (ໜ່ວຍງານສິ່ງແວດລ້ອມ ແລະ ສັງຄົມ/ພຍທຂ) ຈະຮັບປະກັນວ່າ ຊຸມຊົນທີ່ໄດ້ຮັບຜົນກະທົບໂດຍທາງກົງ ຈາກໂຄງການ ໄດ້ມີຄວາມເຂົ້າໃຈ ກ່ຽວກັບ ກົນໄກການແກ້ໄຂຂໍ້ຂັດແຍ່ງ ແລະ ວິທີການເຂົ້າເຖິງຢ່າງຄົບຖ້ວນ. ສຳລັບແຕ່ລະແຂວງ, ຈະໄດ້ສ້າງຕັ້ງ ຄະນະກຳມະການແກ້ໄຂຂໍ້ຄັດແຍ່ງ ຂຶ້ນ. ໂຄງການຈະນຳໃຊ້ ລະບົບ ການຮ້ອງທຸກ ແລະ ຮ້ອງຟ້ອງ ເຊິ່ງໄດ້ນຳໃຊ້ ສຳລັບໂຄງການຕ່າງໆ ທີ່ທະນາຄານໂລກ ໃຫ້ການຊ່ວຍເຫລືອ ເພື່ອຮັບປະກັນວ່າ ໂຄງການ ໄດ້ຮັບການຈັດຕັ້ງປະຕິບັດ ໂດຍສອດຄ່ອງກັບການປະຕິບັດ ດ້ານສິ່ງແວດລ້ອມ ແລະ ສັງຄົມ ຢ່າງເໝາະສົມ. ລະບົບການຮ້ອງທຸກ ແລະ ຮ້ອງຟ້ອງ ຈະຖືກນຳໃຊ້ ເພື່ອບັນທຶກ ການຮ້ອງທຸກ ແລະ ຮ້ອງຟ້ອງ ຢູ່ໃນລະບົບຖານຂໍ້ມູນກາງ ແລະ ມີການກວດກາ ຄວາມຄືບໜ້າ ຈົນເຖິງການແກ້ໄຂ ຄັ້ງສຸດທ້າຍ. ການປຶກສາຫາລື ແລະ ການເຜີຍແຜ່ຂໍ້ມູນ 44. ການປຶກສາຫາລື: ໂຄງການໄດ້ດຳເນີນການປຶກສາຫາລື ກ່ຽວກັບ ESMF ສອງຄັ້ງ. ການປຶກສາຫາລືຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 25 ກຸມພາ 2016 ເພື່ອແຈ້ງໃຫ້ມວນຊົນ, ອົງການຈັດຕັ້ງຫລັກ ແລະ ອົງການຈັດຕັ້ງສັງຄົມ ກ່ຽວກັບ ຈຸດປະສົງ ແລະ ຂອບເຂດ ຂອງໂຄງການ ລວມທັງຮ່າງຂອບເຂດໜ້າວຽກ ສຳລັບ ESMF, RPF, ແລະ EGPF ໃນຂະນະທີ່ການປຶກຫາລືຄັ້ງທີສອງ ໄດ້ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ 26 ໃນວັນທີ 29 ເມສາ 2016 ກ່ຽວກັບ ຮ່າງ ESMF, RPF, ແລະ EGPF. ທັງສອງການປຶກສາຫາລື ຍັງໄດ້ຄັດເລືອກເອົາແຂວງຕົວແບບ ບໍລິຄຳໄຊ ແລະ ໄຊຍະບູລີ ພ້ອມທັງອົງການປົກຄອງທ້ອງຖິ່ນ ແລະ ຊຸມຊົນ ລວມທັງຊົນເຜົ່າ. ການປຶກສາຫາລື ຄັ້ງທຳອິດ ໃນແຂວງບໍລິຄຳໄຊ ແລະ ໄຊຍະບູລີ ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 20-23 ເມສາ 2016 ແລະ ບໍລິຄຳໄຊ ໃນລະຫວ່າງ 25-27 ເມສາ 2016. ຜົນການປຶກສາຫາລື ໄດ້ຮັບການພິຈາລະນາ ໃນລະຫວ່າງການກະກຽມ ຮ່າງ ESMF, RPF ແລະ EGPF ສະບັບສຸດທ້າຍ. ຂໍ້ມູນທີ່ໄດ້ຕອບສະໜອງ ແລະ ປຶກສາຫາລື ລວມທັງຈຸດປະສົງໂຄງການ, ລາຍລະອຽດໂຄງການ ແລະ ອົງປະກອບ, ຜົນກະທົບທີ່ອາດຈະເກີດຂຶ້ນ(ດ້ານບວກ ແລະ ດ້ານລົບ) ຂອງໂຄງການ, ຮ່າງ ESMF ພ້ອມທັງຮ່າງເອກະສານຕ່າງໆ ໄດ້ຖືກແປ ແລະ ແຈກຢາຍ. ຜົນການປຶກສາຫາລື ໄດ້ສະແດງໃຫ້ເຫັນວ່າ ອົງການຈັດຕັ້ງ ແລະ ບຸກຄົນ ທີ່ກ່ຽວຂ້ອງ ໃນແຂວງຕົວແບບ ເກືອບທັງໝົດ ໃຫ້ການສະໜັບສະໜູນ ໂຄງການ ແລະ ພິຈາລະນາວ່າ ESMF ທີ່ສະເໜີ ແມ່ນມີຄວາມເໝາະສົມ ແລະ ສາມາດນຳໃຊ້ໄດ້ ໃນພື້ນຖານ. ການປຶກສາຫາລື ກັບຕາງໜ້າ ຂອງຊົນເຜົ່າ ແລະ ແມ່ຍິງ ຍັງໄດ້ຢືນຢັນ ການສະໜັບສະໜູນ ຂອງເຂົາເຈົ້າ. ໄດ້ຮັບການເຫັນດີວ່າ ໃນລະຫວ່າງການກະກຽມ ໂຄງການຍ່ອຍສະເພາະ ທີ່ຈະນຳສະເໜີ ໂດຍແຂວງ ແລະ ການກະກຽມ ແຜນນການຄຸ້ມຄອງສິ່ງແວດລ້ອມ ຫຼື ແຜນອື່ນໆ ຕາມລະບຸໄວ້ໃນ ESMF, ການປຶກສາຫາລື ເພີ່ມເຕີມ ຈະຖືກດໍາເນີນ ໂດຍການປຶກສາຫາລື ຢ່າງໄກ້ຊິດ ກັບອົງການປົກຄອງທ້ອງຖິ່ນ ແລະ ປະຊາຊົນ ທີ່ອາດຈະໄດ້ຮັບຜົນປະໂຫຍດ ແລະ/ຫຼື ຜົນກະທົບ ຈາກໂຄງການຍ່ອຍ. ຜົນສະຫລຸບ ຂອງບົດບັນທຶກການປຶກສາຫາລື ແມ່ນຢູ່ໃນເອກະສານ. 45. ການເຜີຍແຜ່ຂໍ້ມູນ: ຮ່າງ ESMF ລວມທັງ RPF ແລະ EGPF ໄດ້ເຜີຍແຜ່(ພາສາອັງກິດ) ໃນເວບໄຊສ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ແລະ Bank InfoShop ໃນວັນທີ 11 ເມສາ 2016. ບົດລາຍງານ ເຫລົ່ານີ້ ຈະໄດ້ມີການປັບປຸງ ໂດຍພິຈາລະນາຕາມຄຳເຫັນ ທີ່ໄດ້ຮັບ ຈາກ ການປຶກສາຫາລື ຄັ້ງທີສອງ ແລະ ສົ່ງໃຫ້ ທະນາຄານໂລກ ເພື່ອທົບທວນ. ESMF, RPF ແລະ EGPF ສະບັບສຸດທ້າຍ ຈະຖືກເຜີຍແຜ່ຄືນ ພາຍໃນປະເທດ (ທັງສະບັບພາສາທ້ອງຖິ່ນ ແລະ ພາສາອັງກິດ) ລວມທັງ Bank InfoShop ພາຍຫລັງທີ່ໄດ້ຮັບການຮັບຮອງ ຈາກທະນາຄານໂລກ. ເອກະສານຊ້ອນທ້າຍ ກ: ແຜນທີ່ ສະແດງທີ່ຕັ້ງ, ອົງປະກອບຫັລກ ແລະ ຕາໜ່າງຂົວທາງ ຂອງ ສປປ ລາວ ແຜນທີ່ 1: ທີ່ຕັ້ງ ແລະ ອົງປະກອບຫລັກ ຂອງ ສປປ ລາວ 27 ພື້ນທີ່ປ່າສະຫງວນ ອ່າງນໍ້າ ໃນ ສປປ ລາວ ແຫ່ງຊາດ(NPA ຫຼື ປະລິມານນໍ້າຝົນ(isoh yets Map) NCBA), ປ່າປົກປ້ອງ(NPFA) ແລະ ປ່າຜະລິດ ພຸມສັນຖານ ບັນດາແຂວງ ໃນສປປ ລາວ ແຂວງໂຄງການຕົວແບບ ບໍລິຄຳໄຊ (BKX #3); ໄຊຍະບູລີ (XYB #15); ຜົ້ງສາລີ(PSL #10); ອຸດົມໄຊ (ODX #8); ຫົວພັນ(HP#15); ຊຽງຂວາງ (XK #18); 28