ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະ ພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ ຜົນການສຶກສາກ່ຽວກັບນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ ຈາກຂໍ້ມູນການສໍາຫລວດຄົວເຮືອນ ແລະ ສຸກສາລາ (ສະບັບປັງປຸງປີ 2013) ພຶດສະພາ 2016 ອັດຕາແລກປ່ຽນ ອີງໃສ່ອັດຕາແລກປ່ຽນໃນວັນທີ 25 ເມສາ 2016 ຫົວໜ່ວຍ = LAK (ກີບ) 8,141 ກີບ = US$1.00 ສົກປີ = ແຕ່ເດືອນຕຸລາ ຫາ ກັນຍາ ຄຳຫຍໍ້ ANC ກວດທ້ອງກ່ອນເກີດ IPD ພະແນກຄົນເຈັບນອນ MCH ສະຂະພາບແມ່ ແລະ ເດັກ MH ສຸຂະພາບແມ່ OPD ພະແນກຄົນເຈັບເຂດນອກ OOP ການຈ່າຍໂດຍກົງຈາກຄົນເຈັບ PNC ກວດຫລັງເກີດ THE ການໃຊ້ຈ່າຍດ້ານສາທາລະນະສຸກທັງໝົດ ຮອງປະທານປະຈຳພາກພື້ນ: ວິກໂຕເຮຍ ຄວາຄວາ ຜູ້ອຳນວຍການປະຈຳປະເທດ: ອູຣິກ ຊັກຄາວ ຜູ້ອຳນວຍການອາວຸໂສປະຈຳຂະແໜງ: ທິໂມທີ ແກຣນ ອີວານ ຫົວໜ້າຫ້ອງການປະຈຳປະເທດ: ແຊລລີ ເບີນນິງແຮມ ຜູ້ຈັດການປະຈຳຂະແໜງ: ທູມັສ ປາລູ ຜູ້ຂຽນ: ອາເຈ ທານດົງ ເວີຍ ອັນ ຍາບ ເພັດດາຣາ ຈັນທະລາ ບົດຂອບໃຈ ບົດລາຍງານສະບັບນີ້ ໄດ້ຖືກປັບປຸງ ແລະ ສັງລວມ ໂດຍທີມງານສາທາລະນະສຸກ ຂອງທະນາຄານໂລກ ປະຈໍາລາວ ເຊິ່ງນຳພາໂດຍ ທ່ານ ອາເຈ ທານດົງ (Ajay Tandon), ທ່ານ ເວີຍອັນ ຍາບ (Wei Aun Yep), ທ່ານ ດຣ. ເພັດດາຣາ ຈັນທະລາ ທີ່ເປັນທີມຂຽນ ແລະ ມີທີມຜູ້ຊ່ວຍທີ່ປະກອບດ້ວຍ ທ່ານ ໂຊມີລ ນັບປາ (Somil Nagpal), ທ່ານ ສຸທາຢຸດ ໂອສອນປຣະສົບ (Sutayut Osornprasop), ທ່ານ ນາງ ເອມິໂກ ມາຊາກິ (Emiko Masaki), ທ່ານ ນາງ ລໍຣາ ໂຣດສ (Laura Rose), ທ່ານ ນາງ ບັນທິດາ ກົມຜາສຸກ, ທ່ານ ນາງ ໂຕໂມ ມາຣິໂມໂຕ (Tomo Marimoto), ທ່ານ ເອໂກ ພຳບູດີ (Eko Pambudi), ທ່ານ ນາງ ໂສພາວັນ ທິດສີ, ທ່ານ ນາງ ບີອາເທ ໂຊເຣັນ ຊອນ (Birte Sorenson), ທ່ານ ນາງ ຢຸດຕາ ຄຣານ (Jutta Krahn) ແລະ ທ່ານ ນາງ ເພມາ ລາໂຊມ (Pema Lhazom). ທີມງານຂໍຂອບໃຈ ທ່ານ ນາງ ບົວລຳພັນ ພຸດທະວີສຸກ ແລະ ທ່ານ ຈັດຕະວາ ວົງໄຊ ທີ່ຊ່ວຍກວດຄືນ ການຈັດໜ້າເອກະສານ ແລະ ຜະລິດບົດລາຍງານ. ບົດລາຍງານສະບັບເດີມແມ່ນຈັດພິມອອກເດືອນ ຕຸລາ 2013. ບົດລາຍງານສະບັບປັບປຸງນີ້ ລວມມີຂໍ້ມູນປັບປຸງ ໃໝ່ກ່ຽວກັບການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບ ເພື່ອສຸຂະພາບແມ່ ແລະ ສຸຂະພາບເດັກ ຈາກການລົງ ສໍາຫລວດຄືນໃນປີ 2013 ແລະ ເດັກ ແລະ ຄວາມພ້ອມຂອງການບໍລິການຢູ່ເຂດບ້ານດຽວກັນກັບທີ່ໄດ້ເຮັດ ການສໍາຫລວດ ໃນປີ 2010. ທ່ານສາມາດອ່ານເບິ່ງບົດລາວງານສະບັບເດີມໄດ້ທີ່: http://documents.worldbank.org/curated/en/2013/10/19286031/maternal-health-out-of- pocket-expenditure-service-readiness-lao-pdr-evidence-national-free-maternal-child- health-policy-household-health-center-survey ສາມາດດາວໂລດ ບົດລາຍງານສະບັບເດີມໄດ້ທີ່: ສາລະບານ ລະດັບ ແລະ ຄວາມສະເໝີພາບໃນການຊົມໃຊ້ການບໍລິການເພື່ອສຸຂະພາບແມ່ ແລະ ການປົກປ້ອງດ້ານການ ເງິນຍັງເປັນສິ່ງທ້າທາຍ .............................................................................................................. 7 ການຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ແມ່ນມີຢູ່ຈິງ, ມີຄວາມແຕກຕ່າງ ແລະ ມີຄວາມບໍ່ສະເໝີພາບ.. 8 ການບໍລິການສຸຂະພາບເດັກ: ອັດຕາການຊົມໃຊ້ ແລະ ການຈ່າຍໂດຍກົງຈາກຄົນເຈັບ ............................. 11 ນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າຈະຊ່ວຍໄດ້ບໍ່? ................................... 17 ເສັ້ນທາງຕໍ່ໜ້າ ......................................................................................................................... 22 ຮູບພາບສະແດງ ຮູບພາບທີ 1: ຄ່າບໍລິການເກີດລູກທາງຊ່ອງຄອດ (ປັບປຸງ 2013) ......................................................... 9 ຮູບພາບທີ 2: ການຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່, ແຍກຕາມຖານະພາບດ້ານເສດຖະກິດ ....... 10 ຮູບພາບທີ 3: ຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບເດັກຕໍ່ຫົວຄົນ .................................................... 11 ຮູບພາບທີ 4: ສະຖານທີ່ໃຫ້ບໍລິການກວດເຂດນອກເດັກ .................................................................... 13 ຮູບພາບທີ 5: ຄ່າບໍລິການກວດເຂດນອກເດັກ ................................................................................. 13 ຮູບພາບທີ 6: ສະຖານທີ່ໃຫ້ບໍລິການຄົນເຈັບນອນສໍາລັບເດັກ ............................................................. 14 ຮູບພາບທີ 7: ຄ່າບໍລິການຄົນເຈັບນອນສໍາລັບເດັກ ........................................................................... 14 ຮູບພາບທີ 8: ການປົກປ້ອງດ້ານການເງິນດ້ວຍນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ .............................................................................................................. 17 ຮູບພາບທີ 9: ແຜນວາດຈຸດຜົນປະໂຫຍດຂອງນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ .............................................................................................................. 18 ຮູບພາບທີ 10: ບັນດາອຸປະສັກທີ່ກີດຂວາງການໄປເກີດລູກຢູ່ສະຖານບໍລິການສາທາລະນະສຸກ .................. 19 ຮູບພາບທີ 11: ຄວາມພ້ອມຂອງການຊ່ວຍເກີດລູກຂັ້ນພື້ນຖານ ........................................................... 20 ຮູບພາບທີ 12: ການຊົມໃຊ້ ແລະ ຄວາມພ້ອມໃນການບໍລິການ ............................................................ 20 ຮູບພາບທີ 13: ການປ້ອງກັນທາງດ້ານການເງິນ ແລະ ຄວາມພ້ອມໃນການບໍລິການ ................................. 21 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 7 ລະດັ ບ ແລະຄວາມສະເໝີ ພ າບໃນການຊົ ມ ໃຊ້ ກ ານບໍ ລິ ການເພື່ອສຸຂະພາບແມ່ ແລະ ການປົກປ້ອງດ້ານການເງິນ ຍັງເປັນສິ່ງທ້າທາຍ. 1. ສປປ ລາວ ໄດ້ສ້າງຄວາມຄືບໜ້າທີ່ຊັດເຈນໃນການປັບປຸງສຸຂະພາບແມ່, ໂດຍອັດຕາການເສຍຊີວິດຂອງ ແມ່ລຸດລົງຈາກ 1,600 ຕໍ່ 100,000 ການເກີດ ໃນປີ 1990 ຮອດ 220 ຕໍ່ 100,000 ການເກີດ ໃນປີ 20131. ຢ່າງໃດກໍຕາມ, ເພື່ອເຮັດໃຫ້ອັດຕາການເສຍຊີວິດຂອງແມ່ລຸດຕໍ່າລົງອີກ, ຢ່າງນ້ອຍຕ້ອງໄດ້ເອົາໃຈໃສ່ແກ້ໄຂ ສອງອຸປະສັກ–ອັດຕາການ​ ​ ຊ້ການ​ ຊົມໃ ບໍລິການ​ສຸຂະພາບ​ ແມ່ ທີ່ຍ ​ ັງຕ ​ ໍ່າ ​ ແລະ ຄວາມ​ ແອທາງ​ ອ່ອນ​ ດ້ານ​ການ​ ປົກປ້ອງ​​ ດ້ານ​ ການ​ ໂດຍ​ ເງິນ, ​ ສະ​ເພາະ ໃນ​ ​ ີ່​ ໝູ່ຄົນທ ມລ ດັບຄວາມ​ ີ​ ະ​ ຮັ່ງມີຕ ຊົມໃ ​ ໍ່າ ເພື່ອປັບປຸງລະດັບການ​ ​ ຊ້ແ ​ ລະ ຄວາມສະເໝີພາບ ດ້ານການຮັກສາສຸຂະພາບແມ່. 2. ອັດຕາການຊົມໃຊ້ການບໍລິການສຸຂະພາບແມ່ຂັ້ນພື້ນຖານຍັງຕໍ່າຫຼາຍ-ມີພຽງແຕ່ 38 ເປີເຊັນ ຂອງການເກີດ ລູກເກີດຂຶ້ນຢູ່ສະຖານບໍລິການສາທາລະນະສຸກ ເຊິ່ງມີອັດຕາປ່ຽນໄປຕາມລະດັບຄວາມແຕກຕ່າງຂອງລາຍຮັບ ເລີ່ມຈາກມີພຽງແຕ່ 11 ເປີເຊັນ ຂອງກຸ່ມຄົນທີ່ມີລາຍຮັບຕໍ່າສຸດ ຫາ 87 ເປີເຊັນ ຂອງກຸ່ມຄົນທີ່ມີລາຍຮັບສູງສຸດ ທີ່ເກີດລູກຢູ່ ສະຖານບໍລິການສາທາລະນະສຸກ. ອັດຕາການຝາກທ້ອງຫລືກວດທ້ອງກ່ອນເກີດ ແລະ ກວດ ຫລັງເກີດ ກໍແມ່ນຕໍ່າເຊັ່ນກັນ, ມີພຽງແຕ່ 56 ເປີເຊັນ ຂອງແມ່ຍິງຖືພາທີ່ໄປກວດທ້ອງກ່ອນເກີດຢ່າງນ້ອຍ ໜຶ່ງຄັ້ງ ແລະ 39 ເປີເຊັນ ທີ່ໄປກວດຫລັງເກີດຢ່າງນ້ອຍຢ່າງໜຶ່ງຄັ້ງ.2 ອຸປະສັກທາງດ້ານການເງິນບໍ່ພຽງແຕ່ ເປັນບັນຫາສໍາຄັນທີ່ກີດຂວາງການເພີ່ມຂຶ້ນຂອງອັດຕາການຊົມໃຊ້ການບໍລິການສຸຂະພາບແມ່, ແຕ່ຍັງສົ່ງ ຜົນໃຫ້ມີການຈ່າຍໂດຍກົງ ຈາກຄົນເຈັບ (OOP) ສູງຫລາຍ ເຊິ່ງຄິດເປັນປະມານ 40 ເປີເຊັນ ຂອງການໃຊ້ ຈ່າຍດ້ານສາທາລະນະສຸກທັງໝົດ (THE)3 ຍ້ອນວ່າ ການໃຊ້ຈ່າຍພາກລັດຕໍ່ວຽກງານສາທາລະນະສຸກທີ່ຕໍ່າ, ເຊິ່ງກວມເອົາພຽງແຕ່ 49 ເປີເຊັນ ຂອງການໃຊ້ຈ່າຍດ້ານສາທາລະນະສຸກທັງໝົດ ຫລື 1 ເປີເຊັນ ຂອງ GDP. ສະນັ້ນອຸປະສັກທາງດ້ານການເງິນດັ່ງກ່າວ ຈຶ່ງຈໍາກັດຄວາມສະເໝີພາບໃນການຊົມໃຊ້ການບໍລິການສາທາລະ ນະສຸກ (ໂດຍສະເພາະແມ່ນການບໍລິການປ້ອງກັນພະຍາດຕ່າງໆ) ແລະ ເຮັດໃຫ້ບັນດາຄົວເຮືອນມີຄວາມສ່ຽງ ທີ່ຈະຕົກຢູ່ໃນຄວາມທຸກຍາກຍ້ອນການເຈັບເປັນຂອງແມ່ແລະເດັກ. 3. ເພື່ອແກ້ໄຂບັນຫາອຸປະສັກທາງດ້ານການເງິນທີ່ກ່າວມາ, ທາງລັດຖະບານແຫ່ງ ສປປ ລາວ ຈຶ່ງໄດ້ນໍາສະ ເໜີແລະຈັດຕັ້ງປະຕິບັດນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າ. ເຖິງແມ່ນວ່າ ການປະຕິບັດນະໂຍບາຍນີ້ ຈະແບ່ງໄປຕາມເຂດພູມສັນຖານທີ່ແຕກຕ່າງກັນ4, ແຕ່ສິ່ງສຳຄັນຫລັກໆຂອງນະ ໂຍບາຍແມ່ນມາປ່ຽນແທນການຈ່າຍໂດຍກົງຈາກແມ່ຍິງຖືພາ ແລະ ເດັກລຸ່ມ 5 ປີ ສໍາລັບການບໍລິການທີ່ຈຳເປັນ ຕໍ່ສຸຂະພາບແມ່ ແລະ ເດັກ ດ້ວຍການຈ່າຍທົດແທນຄືນຄ່າບໍລິການໃຫ້ສະຖານບໍລິການໃນຮູບແບບລາຄາກໍາ ນົດຕາມກໍລະນີການບໍລິການ ໂດຍແມ່ນລັດຖະບານຫລືຜູ້ໃຫ້ທຶນເປັນຜູ້ຈ່າຍທົດແທນຄືນ. ນອກຈາກນັ້ນ, ຍັງ ມີການຈ່າຍເງິນເລັກນ້ອຍໃຫ້ແກ່ຄົນເຈັບເພື່ອທົດແທນລາຍໄດ້ທີ່ຂາດຫາຍໄປຍ້ອນເຈັບໄຂ້ ແລະ ຄ່າເດີນທາງ. 4. ບົດລາຍງານນີ້ສັງລວມຈຸດສໍາຄັນຂອງຜົນການວິ ເຄາະຂໍ້ມູນຈາກສອງການສໍາຫລວດຄົວເຮືອນ, ບ້ານ, ແລະ ສຸກສາລາຢູ່ພາກໃຕ້ ແລະ ເຂດຊົນນະບົດ ຂອງ ສປປ ລາວ ເຊິ່ງຈັດຂຶ້ນໃນປີ 2010 ແລະ 2013 ເຊິ່ງເປັນຄັ້ງ ທໍາອິດໃນ ສປປ ລາວ ແລະ ເປັນຊຸດຂໍ້ມູນຂັ້ນຄົວເຮືອນຂະໜາດໃຫຍ່ກ່ຽວກັບການຈ່າຍໂດຍກົງຈາກຄົນເຈັບ ເພື່ອຊົມໃຊ້ບໍລິການສຸຂະພາບແມ່ ແລະ ເດັກ. 1 ຕົວຊີ້ວັດການພັດທະນາຂອງໂລກ, 2013 2 ລັດຖະບານ ສປປ ລາວ. ການສໍາຫລວດຕົວຊີ້ວັດດ້ານສັງຄົມໃນລາວ 2011-12. 3 ລັດຖະບານ ສປປ ລາວ, 2012. ບັນຊີການເງິນສາທາລະນະສຸກ ສປປ ລາວ ສົກງົບປະມານ 2009-2010. 4 ລັດຖະບານກໍາລັງຢູ່ໃນຂັ້ນຕອນການສ້າງຄູ່ມືຈັດຕັ້ງປະຕິບັດລວມສໍາລັບ ທົ່ວປະເທດ 8 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ ການຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ແມ່ນມີຢູ່ ຈິງ, ມີຄວາມແຕກຕ່າງ ແລະ ມີຄວາມບໍ່ສະເໝີພາບ 1. ຜົນການສໍາຫລວດທັງສອງຄັ້ງພົບວ່າ ການຈ່າຍໂດຍກົງຈາກແມ່ຍິງຖືພາສໍາລັບການເກີດລູກທີ່ບໍ່ມີອາການ ສົນ5ແມ່ນມີຢູ່ຈິງ ແລະຕົກເປັນປະມານ 44 ໂດລາ ຫລື 3.4 ເປີເຊັນ ຂອງ GDP ຕໍ່ຫົວຄົນ ໃນປີ 2013 ເຊິ່ງ ຫລາຍກວ່າບັນດາປະເທດປຽບທຽບ (ຕາຕະລາງ 1), ຢ່າງໃດກໍ່ຕາມ ຕ້ອງໝາຍເຫດວ່າຕົວເລກດັ່ງກ່າວນີ້ບໍ່ ແມ່ນລາຍຈ່າຍທັງໝົດ ຕໍ່ການເກີດໜຶ່ງເທື່ອ ເພາະວ່າລາຍຈ່າຍທັງໝົດແມ່ນຕ້ອງລວມທັງລາຍຮັບທີ່ສະຖານທີ່ ບໍລິການໄດ້ຮັບຈາກແຫຼ່ງອື່ນສໍາລັບການບໍລິ ການຊ່ວຍເກີດ. ລັບກ ຕາຕະລາງ 1: ການສົມທຽບກັບສາກົນກ່ຽວກັບການໃຊ້ຈ່າຍ ສຳ​ ​ ານເກີດລູກ (ປັບປຸງເມື່ອ 2013) ປະເທດ ປີ ການເກີດທີ່ບໍ່ມີອາການສົນ ການເກີດທີ່ບໍ່ມີອາການສົນ (US$) (% ຂອງ GDP) ອິນເດຍ 2012 28 1.9 ສປປ ລາວ (ໃນເມືອງ) 2010 30 2.6 ສປປ ລາວ (ຊົນນະບົດ) 2010 48 4.1 ສປປ ລາວ (ຊົນນະບົດ) 2013 ປັບປຸງ 446 3.47 ບູກີນາຟາໂຊ 2006 6.6 - 13.3 1.7 - 3.3 ເຄັນຢ້າ 2006 4.3 - 13.5 0.7 – 2.2 ຕັງຊາເນຍ 2006 2.5 - 5.2 0.7 – 1.4 ເນປານ 2004 67 26 5 ບໍ່ລວມຄ່າເດີນທາງແລະຄ່າກວດກ່ອນເກີດແລະກວດຫລັງເກີດ . 6 ອັດຕາແລກປ່ຽນຂອງຕະຫລາດ. 7 ສ່ວນຮ້ອຍຂອງລາຍໄດ້ຕໍ່ຄົນຕໍ່ປີ (ມີພຽງຂໍ້ມູນປີ 2012 ໃນເວລາທີ່ຂຽນບົດລາຍງານ). ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 9 2. ການຈ່າຍໂດຍກົງຈາກຄົນເຈັບ ເພື່ອສຸຂະພາບແມ່ກໍມີຄວາມແຕກຕ່າງ. ມັນບໍ່ເປັນເລື່ອງແປກທີ່ການຈ່າຍ ໂດຍກົງຈາກຄົນເຈັບມີຄວາມແຕກຕ່າງຍ້ອນວ່າມີການເລືອກທີ່ຈະເກີດຢູ່ສະຖານທີ່ບໍລິການສາທາລະນະສຸກ ຫລື ເກີດຢູ່ບ້ານ ແລະ ເລືອກທີ່ຈະເກີດຢູ່ສະຖານທີ່ສາທາລະນະສຸກໃນແຕ່ລະຂັ້ນທີ່ຕ່າງກັນ. ລະດັບຄວາມ ແຕກຕ່າງຂອງຄ່າບໍລິການເກີດລູກຕາມແຕ່ລະປະເພດທາງເລືອກມີຫລາຍ ແລະ ມີຄວາມແຕກຕ່າງແມ້ນແຕ່ ຢູ່ພາຍໃນປະເພດທາງເລືອກດຽວກັນ. ການຈ່າຍໂດຍກົງຈາກຄົນເຈັບມີຄວາມແຕກຕ່າງກັນຢ່າງເຫລືອເຊື່ອ (ຮູບພາບທີ 1) ເຊິ່ງສາເຫດອາດມາຈາກວິທີການປິ່ນປົວທີ່ແຕກຕ່າງກັນສໍາລັບກໍລະນີເກີດລູກມີອາການສົນ, ຄວາມແຕກຕ່າງດ້ານລະດັບຄວາມພ້ອມຂອງສະຖານທີ່ບໍລິການ ແລະ ທຶນຊ່ວຍເຫລືອ, ເຊິ່ງໝາຍຄວາມ ວ່າແມ່ຍິງຖືພາຕ້ອງຈ່າຍ ເພື່ອປິດຊ່ອງຫວ່າງຄວາມແຕກຕ່າງນັ້ນ. ເຖິງຢ່າງໃດຄວາມແຕກຕ່າງຂອງການຈ່າຍ ໂດຍກົງຈາກຄົນເຈັບມີຫລາຍທີ່ສຸດຢູ່ໂຮງໝໍແຂວງ ເຊິ່ງເປັນບ່ອນທີ່ເບິ່ງຄືວ່າຈະມີຄວາມພ້ອມດີກວ່າ, ບາງເທື່ອ ອາດກໍເປັນຍ້ອນມີການບໍລິການເສີມອື່ນໆໃນລະຫວ່າງທີ່ຊ່ວຍເກີດ ສົ່ງຜົນໃຫ້ຄ່າບໍລິການມີຄວາມແຕກຕ່າງ. ຕາຕະລາງ 2 ລຸ່ມນີ້ ໄດ້ສັງລວມຄ່າສະເລ່ຍຂອງຄ່າບໍລິການ ແລະ ຄ່າເດີນທາງທີ່ຄົນເຈັບຈ່າຍໂດຍກົງສໍາລັບ ການຝາກທ້ອງຫລືກວດທ້ອງກ່ອນເກີດ, ການເກີດລູກ ແລະ ການກວດຫລັງເກີດ. ຮູບພາບທີ 1: ຄ່າບໍລິການເກີດລູກທາງຊ່ອງຄອດ (ປັບປຸງ 2013)8 8 ອັດຕາການທົດແທນເງິນຄືນ (ຄ່າບໍລິການທີ່ຜູ້ໃຫ້ບໍລິການເກັບນໍາຄົນເຈັບໃນກໍລະນີທີ່ຄົນເຈັບຈ່າຍເອງ) ແມ່ນແຕກຕ່າງໄປຕາມຂັ້ນ ຂອງສະຖານທີ່ບໍລິການສາທາ ລະນະສຸກ. ອັດຕາທົດແທນຄືນສໍາລັບການເກີດລູກຢູ່ສຸກສາລາແມ່ນ 125,000 ກີບ, ໂຮງໝໍເມືອງແມ່ນ 175,000 ກີບ, ໂຮງໝໍແຂວງແມ່ນ 200,000 ກີບ 10 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ ຕາຕະລາງ 2: ການຈ່າຍໂດຍກົງສໍາລັບບໍລິການສຸຂະພາບແມ່, ແຍກຕາມສະຖານບໍລິການສາທາລະນະສຸກ (ປັບປຸງ 2013) ຄ່າສະເລ່ຍຂອງການຈ່າຍໂດຍກົງ (‘000 ກີບ) ສຸກສາລາ ໂຮງໝໍເມືອງ ໂຮງໝໍແຂວງ % ການເກີດໃນກຸ່ມຕົວຢ່າງ 14.0 9.2 5.2 ການຈ່າຍຂອງຜູ້ຝາກທ້ອງ ຫລື ກວດກ່ອນເກີດ9 1.6 15.8 51.0 ການຈ່າຍຂອງຜູ້ເກີດລູກທາງຊ່ອງຄອດ 40.6 364.3 1,017.3 ການຈ່າຍກວດຫລັງເກີດ 12.2 191.1 327.6 ຄ່າເດີນທາງໄປຝາກທ້ອງຫລືກວດກ່ອນເກີດ 7.7 23.9 44.5 ຄ່າເດີນທາງໄປການເກີດລູກທາງຊ່ອງຄອດ 26.8 112.3 273.1 ຄ່າເດີນທາງໄປການກວດຫລັງເກີດ 8.8 267.6 178.0 ຈ່າຍໂດຍກົງຕໍ່ສຸຂະພາບແມ່ທັງໝົດ10 220.6 644.4 1,602.2 3. ມີຄວາມບໍ່ສະເໝີພາບໃນການຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ໂດຍການໃຊ້ຈ່າຍຂອງກຸ່ມຄົນ ທຸກຍາກທີ່ສຸດມີເປີເຊັນການຈ່າຍປະຈໍາເດືອນໃສ່ການເກີດຢູ່ສະ ຖານບໍລິການສາທາລະນະສຸກ (43 ເປີເຊັນ) ຫລາຍກວ່າກຸ່ມຄົນທີ່ຮັ່ງມີທິ່ສຸດ (26 ເປີເຊັນ) ໃນປີ 2010 (ຮູບພາບທີ 2). ຕໍ່ສະພາບນີ້, ມັນກໍບໍ່ເປັນເລື່ອງປະ ຫລາດໃຈທີ່ພົບວ່າສະຖະນະພາບດ້ານເສດຖະກິດທີ່ຕໍ່າຈະກ່ຽວພັນກັບອັດຕາການຊົມໃຊ້ທີ່ຕໍ່າ. ຮູບພາບທີ 2: ການຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່, ແຍກຕາມຖານະພາບດ້ານເສດຖະກິດ 9 ຕໍ່ການໄປຝາກທ້ອງຄັ້ງໜຶ່ງ. 10 ລວມທຸກໆລາຍຈ່າຍ ແລະ ການຂົນສົ່ງ ຂອງການໄປຝາກທ້ອງຫລືກວດກ່ອນກເກີດ, ເກີດລູກ, ແລະ ກວດຫລັງເກີດ, ແຍກຕາມສະ ຖານທີ່ເກີດ, ຕາມປະເພດການຊົມໃຊ້ຂອງປະຊາກອນຕົວຢ່າງ. ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 11 ການບໍລິການສຸຂະພາບເດັກ: ອັດຕາການຊົມໃຊ້ ແລະ ການ ຈ່າຍໂດຍກົງຈາກຄົນເຈັບ11 1. ໃນກຸ່ມເດັກນ້ອຍຕົວຢ່າງ ທີ່ອາຍຸລຸ່ມ 2 ປີ, ອັດຕາ ການຊົມໃຊ້ການບໍລິການກວດເຂດນອກແມ່ນ 6.8 ເທື່ອຄົນຕໍ່ປີ ແລະ ອັດຕາການຊົມໃຊ້ຄົນເຈັບນອນແມ່ນ 0.16 ເທື່ອຄົນຕໍ່ປີ.12 ຄ່າໃຊ້ຈ່າຍໂດຍກົງຈາກຄົນເຈັບ ລວມມີ ຄ່າເດີນທາງສໍາລັບເດັກລຸ່ມ 2 ປີ ເປັນຈໍານວນເງິນ 410,000 ກີບ ຕໍ່ຄົນຕໍ່ປີຢູ່ເຂດຊົນນະບົດ ແລະ 576,000 ກີບຕໍ່ຄົນຕໍ່ປີຢູ່ເຂດຕົວເມືອງ (ຮູບພາບທີ 3)13. ບົນພື້ນຖານການຄິດໄລ່ຕໍ່ຫົວຄົນ ການໃຊ້ຈ່າຍ ໂດຍກົງຈາກຄົນເຈັບ ສໍາລັບຄົນເຈັບກວດເຂດນອກແມ່ນສູງກວ່າຄົນເຈັບນອນ ແລະ ຄ່າບໍລິການກວມເອົາອັດ ຕາສ່ວນໃຫຍ່ຂອງການໃຊ້ຈ່າຍຫລາຍກວ່າຄ່າເດີນທາງ. ຮູບພາບທີ 3: ຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບເດັກຕໍ່ຫົວຄົນ 11 ໃນການສໍາຫລວດຄືນປີ 2013 ໄດ້ຕື່ມຄໍາຖາມກ່າວກັບການຈ່າຍໂດຍກົງ ຈາກຄົນເຈັບສໍາລັບການປ້ອງກັນ ແລະ ປິ່ນປົວສຸຂະພາບ ເດັກ ທີ່ລວມທັງ ກວດເຂດນອກແລະນອນ ປິ່ນປົວຂອງກຸ່ມເດັກນ້ອຍ ອາຍຸ ລຸ່ມ 2 ປີ. ຜົນຂອງການສໍາຫລວດໄດ້ຖືກລວມເຂົ້າໃນບົດ ລາຍງານນີ້. 12 ຍ້ອນຄຸນລັກສະນະຂອງກຸ່ມຕົວຢ່າງ, ອັດຕາການຊົມໃຊ້ຈຶ່ງແມ່ນສໍາລັບເດັກລຸ່ມ 2 ປີ (ບໍ່ແມ່ນລຸ່ມ 5 ປີ ທີ່ເປັນກຸ່ມອາຍຸປົກກະຕິທີ່ໃຊ້ ເປັນຕົວສົມທຽບໃນທົ່ວປະເທດ). ເພີ່ມຕື່ມແມ່ນໃນບາງພື້ນທີ່ທີ່ກຸມຕົວຢ່າງອາໄສຢູ່ ແມ່ນໄດ້ລິເລີ່ມການໃຊ້ ວິທີ່ຈ່າຍເງິນແບບມີເງື່ອນ ໄຂ ເພື່ອເພີ່ມຈໍານວນການບໍລິການກວດເດັກດີ. 13 ຄິດເປັນປະມານ 51 ໂດລ້າ ແລະ 72 ໂດລາ ຕາມລໍາດັບ (ອີງຕາມອັດຕາແລກປ່ຽນໃນຕະຫລາດ). ລາຍຈ່າຍທັງໝົດກ່ຽວກັບສຸຂະພາບ ທາ​ ຕໍ່ຄົນຕໍ່ປີໃນ ສປປ ລາວ ແມ່ນ 37 ໂດລາ (ບັນຊີສາ​ ລະ​ນະ​ ສຸກແຫ່ງຊາດ,2011). 12 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 13 2. ເກືອບທັງໝົດຂອງການກວດເຂດນອກເດັກເກີດຂຶ້ນຢູ່ໃນສະຖານທີບໍລິການສຸຂະພາບຂອງລັດ, ເຊິ່ງ ສະ ຖານບໍລິການສາທາລະນະສຸກທີ່ຖືກຊົມໃຊ້ຫລາຍແມ່ນຢູ່ສຸກສາລາ (63 ເປີເຊັນ), ແລະ ຕໍ່ມາແມ່ນໂຮງໝໍເມືອງ (11 ເປີເຊັນ) (ຮູບພາບທີ 4). ໂດຍທົ່ວໄປການໄປປິ່ນປົວຢູ່ສຸກສາລາແມ່ນເຮັດໃຫ້ມີການຈ່າຍໂດຍກົງຈາກ ຄົນເຈັບຕໍ່າທີ່ສຸດ (ຮູບພາບທີ 5) ເມື່ອສົມທຽບໃສ່ສະຖານທີ່ບໍລິການຂອງເອກະຊົນ ແລະ ໂຮງໝໍ. ຮູບພາບທີ 4: ສະຖານທີ່ໃຫ້ບໍລິການກວດເຂດນອກເດັກ ຮູບພາບທີ 5: ຄ່າບໍລິການກວດເຂດນອກເດັກ14 14 ສະຖານທີ່ບໍລິການສາທາລະນະສຸກອື່ນໆ ລວມມີໂຮງໝໍແຂວງ ແລະ ສູນກາງ; ສະຖານທີ່ບໍລິການສາທາລະນະສຸກຂອງເອກະຊົນ. 14 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 3. ເກືອບທັງໝົດ (95 ເປີເຊັນ) ຂອງຄົນເຈັບນອນ ທີ່ເປັນເດັກນ້ອຍແມ່ນຮັບການປິ່ນປົວຢູ່ສະຖານບໍລິການ ສາທາລະນະສຸກຂອງລັດຄື ຢູໂ ່ ຮງໝໍເມືອງ (51 ເປີເຊັນ), ສຸກສາລາ (23 ເປີເຊັນ), ຕາມມາແມ່ນ ໂຮງໝໍແຂວງ (21 ເປີເຊັນ) (ຮູບພາບທີ 6). ຢູ່ສະຖານທີ່ບໍລິການຂັ້ນສູງກວ່າ, ຄ່າບໍລິການກໍເພີ່ມຂຶ້ນຫລາຍ ແລະ ຄວາມ ແຕກຕ່າງຂອງລາຄາກໍເພີ່ມຂຶ້ນ (ຮູບພາບທີ 7). ຮູບພາບທີ 6: ສະຖານທີ່ໃຫ້ບໍລິການຄົນເຈັບນອນສໍາລັບເດັກ ຮູບພາບທີ 7: ຄ່າບໍລິການຄົນເຈັບນອນສໍາລັບເດັກ ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 15 4. ນະໂຍບາຍເພື່ອສຸຂະພາບແມ່ແລະປິ່ນປົວເດັກລຸ່ມ 5 ປີບໍ່ເສຍຄ່າ ສາມາດຊ່ວຍໃຫ້ຄົນເຈັບບໍ່ຕ້ອງຈ່າຍຄ່າບໍ ລິການສໍາລັບປ້ອງກັນພະຍາດ ແລະ ປິ່ນປົວສຸຂະພາບເດັກລຸ່ມ 5 ປີ ທີ່ລວມມີກວດເຂດນອກ ແລະ ນອນປິ່ນ ປົວຢູ່ສະຖານທີ່ບໍລິການຂອງລັດ. ເຖິງແມ່ນວ່າ ພາກລັດເປັນຜູ້ໃຫ້ບໍລິການຫລັກດ້ານສາທາລະນະສຸກ, ແຕ່ການ ລວມເອົາຜູ້ໃຫ້ບໍລິການພາກເອກະຊົນທີ່ໄດ້ມາດຕະຖານເຂົ້າມາຊ່ວຍວຽກສາທາລະນະສຸກ ໂດຍສະເພາະແມ່ນ ຊ່ວຍບໍລິການກວດເຂດນອກອາດຈໍາເປັນຕ້ອງໄດ້ຮັບການພິຈາລະນາ. ວຽກປ້ອງກັນພະຍາດຄວນຖືກເໜັ້ນ ໜັກ ແລະ ຊຸກຍູ້ເພື່ອລຸດຜ່ອນພາລະຄ່າປິ່ນປົວແພງ ແລະ ຄ່າບໍລິການຄົນເຈັບນອນທີ່ແພງເຊັ່ນກັນ. ຄ່າບໍລິ ການຕໍ່ ກໍລະນີທີ່ທົດແທນຄືນໃຫ້ສະຖານທີ່ບໍລິການຕາມນະໂຍບາຍສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ ເ ສຍຄ່ າ ອາດຈະຕ້ ອ ງໄດ້ ຮັ ບ ການປັ ບ ປຸ ງ ໃຫ້ ຖືກຕາມຜົ ນການສໍ າ ຫລວດຕົ ວ ຈິ ງ ກ່ ຽ ວກັ ບຄ່ າ ບໍ ລິ ການທີ່ ຈ່ າ ຍ ໂດຍກົງຈາກ ຄົນເຈັບ. ລາຍລະອຽດເພີ່ມຕື່ມກ່ຽວກັບຄ່າໃຊ້ຈ່າຍສະເລ່ຍທີ່ຈ່າຍໂດຍກົງຈາກຄົນເຈັບສໍາລັບບໍລິການກວດເຂດນອກ ເດັກ ແລະ ຄົນເຈັບນອນເດັກຢູ່ສະຖານທີ່ບໍລິການສາທາລະນະສຸກຂອງລັດແມ່ນລະບຸໄວ້ໃນຕາຕະລາງທີ 3. ຕາຕະລາງ 3: ຄ່າໃຊ້ຈ່າຍໂດຍກົງຈາກຄົນເຈັບສໍາລັບບໍລິການກວດເຂດນອກ ແລະ ຄົນເຈັບນອນເດັກ ຄ່າໃຊ້ຈ່າຍໂດຍກົງຈາກຄົນເຈັບໂດຍສະເລ່ຍຕໍ່ເທື່ອຄົນ (‘000 ກີບ) ສຸກສາລາ ໂຮງໝໍເມືອງ ໂຮງໝໍແຂວງ ກວດເຂດນອກຢູ່ແຕ່ລະບ່ອນ (%) 63 11 1 ຄ່າກວດເຂດນອກ 26.315 106.5 -16 ຄ່າເດີນທາງໄປກວດເຂດນອກ 6.9 30.7 - ຄົນເຈັບນອນຢູ່ແຕ່ລະບ່ອນ (%) 23 51 21 ຄ່າປິ່ນປົວຄົນເຈັບນອນ 112.7 443.3 1,139.8 ຄ່າເດີນທາງໄປນອນປິ່ນປົວ 9.0 57.3 170.9 15 ຄ່າບໍລິການສະເລ່ຍຢູ່ສະຖານທີ່ບໍລິການຂອງເອກະຊົນ ແລະ ຮ້ານຂາຍຢາແມ່ນ 103,000 ກີບ ແລະ 33,700 ກີບ ຕາມລໍາດັບ. 16 ມີກຸ່ມຕົວຢ່າງຫນ້ອຍໂພດ. 16 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 17 ນະໂຍບາຍເພື່ອສຸຂະພາບແມ່ແລະປິ່ນປົວເດັກລຸ່ມ 5 ປີບໍ່ເສຍ ຄ່າຈະຊ່ວຍໄດ້ບໍ່? 1. ນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີບໍ່ເສຍຄ່າ ສາມາດຫລຸດຜ່ອນລາຍຈ່າຍຂອງຄົວ ເຮືອນ ເພື່ອສຸຂະພາບຂອງແມ່ຢ່າງຫລວງຫລາຍ. ຕົວຢ່າງເຊັ່ນ 20 ເປີເຊັນ ຫລື ຫລາຍກວ່າ ຂອງເປີເຊັນການໃຊ້ ຈ່າຍປະຈໍາເດືອນຂອງຄົວເຮືອນທີ່ເປັນການຈ່າຍໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ທີ່ກ່ຽວພັນກັບການ ເກີດຢູ່ໂຮງໝໍເມືອງອາດຈະຫລຸດລົງຈາກ 53 ເປີເຊັນ ຮອດ 3 ເປີເຊັນ (ຮູບພາບທີ 8) ໃນເງື່ອນໄຂທີ່ຄົວເຮືອນ ໃນກຸ່ມຕົວຢ່າງທັງໝົດໄດ້ຮັບການຍົກເວັ້ນຈາກຄ່າບໍລິການນັ້ນ. ຮູບພາບທີ 8: ການປົກປ້ອງດ້ານການເງິນດ້ວຍນະ ໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ5ປີບໍ່ເສຍຄ່າ 18 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 2. ຢ່າງໃດກໍຕາມ, ນະໂຍບາຍນີ້ອາດເຊື່ອມຖອຍລົງ ຍ້ອນອັດຕາການຊົມໃຊ້ການບໍລິການສາທາລະນະສຸກທີ່ ຕໍ່າຢູ່ໃນກຸ່ມຄົນທີ່ທຸກກວ່າ. ກຸ່ມຄົນທີ່ຮັ່ງມີກວ່າ ຈະກອບກໍາເອົາຜົນປະໂຫຍດຈາກນະໂຍບາຍນີ້ເກືອບທັງໝົດ ຍ້ອນພວກເຂົາເຈົ້າເປັນຜູ້ຊົມໃຊ້ຫລັກ (ຮູບພາບທີ 9), ເວັ້ນແຕ່ວ່າ ຈະມີຄວາມພະຍາຍາມເພີ່ມຕື່ມໃນການສົ່ງ ເສີມໃຫ້ກຸ່ມຄົນທຸກຍາກໄປຮັບການບໍລິການບໍ່ເສຍຄ່າດັ່ງກ່າວ ຫລື ບໍ່ກໍກໍານົດໃຫ້ຜູ້ຮັບຜົນປະໂຫຍດຂອງນະ ໂຍບາຍນີ້ແມ່ນຜູ້ທຸກຍາກ. ຮູບພາບທີ 9: ແຜນວາດຈຸດຜົນປະໂຫຍດຂອງນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີບໍ່ ເສຍຄ່າ17 17 ແຜນວາດຈຸດຜົນປະໂຫຍດແມ່ນວິທີໜຶ່ງທີ່ສະແດງໃຫ້ເຫັນເຖິງຄວາມສະເໝີພາບຂອງການກະຈາຍຜົນປະໂຫຍດ (ແກນ y) ແມ່ນ ກຸ່ມຕົວຢ່າງ (ແກນ x) ແມ່ນສະຖານະທາງເສດຖະກິດທີ່ເລີ່ມຈາກຄົວເຮືອນທຸກສຸດຢູ່ເບື້ອງຊ້າຍ ແລະ ຮັ່ງສຸດຢູ່ເບື້ອງຂວາ. ຖ້າແຕ່ລະ ຄົວເຮືອນໄດ້ຮັບຜົນປະໂຫຍດເທົ່າກັນ, ການແຈກຢາຍຈະໄປຕາມເສັ້ນສີຂຽວ. ແຕ່ວ່າ ຢູ່ ສປປ ລາວ ຄົວເຮືອນທຸກສຸດໄດ້ຮັບພຽງແຕ່ 9 ເປີເຊັນຂອງຜົນປະໂຫຍດທຽບໃສ່ຄົວເຮືອນຮັ່ງສຸດທີ່ໄດ້ຮັບ 44 ເປີເຊັນ ຂອງຜົນປະໂຫຍດ. ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 19 3. ຍິ່ງໄປກວ່ານັ້ນ, ສະຖານທີ່ບໍລິການສາທາລະນະສຸກຕ່າງໆກໍອາດຈະມີລາຍໄດ້ຈາກການບໍລິການສຸຂະພາບ ແມ່ນລຸດລົງ ຍ້ອນຄ່າທົດແທນຄືນການບໍລິການສຸຂະພາບແມ່ຕາມກໍລະນີຕໍ່າກວ່າຄ່າສະເລ່ຍຂອງຄ່າບໍລິການ ຕາມກໍລະນີທີ່ເຄີຍໄດ້ຈາກຄົນເຈັບຈ່າຍເອງໃນເມື່ອກ່ອນ. ສິ່ງນີ້ຍັງອາດປ່ຽນແປງຄວາມດຸ່ນດ່ຽງຂອງສິ່ງຈູງໃຈ ໃນການໃຫ້ບໍລິການຢູ່ຂັ້ນຕ່າງໆ. ຢ່າງໃດກໍຕາມ, ລາຍໄດ້ລວມອາດຈະເພີ່ມຂຶ້ນ ຫລື ສາມາດຮັກສາຄົງທີ່ຖ້າອັດ ຕາການຊົມໃຊ້ເພີ່ມຂຶ້ນ (ດັ່ງທີ່ປາກົດເປັນກໍລະນີຈາກປີ 2010 ຫາ 2013 ໃນກຸ່ມຕົວຢ່າງຂອງການສໍາຫລວດ). 4. ສົມທົບກັບອຸຸປະສັກດ້ານການເງິນ, ອຸປະສັກທີ່ບໍ່ແມ່ນການເງິນ ເຊັ່ນວ່າ ອຸປະສັກດ້ານພາສາຊົນເຜົ່າ, ດ້ານວັດທະນະທໍາ, ດ້ານການສຶກສາທີ່ຕໍ່າ, ການເຂົ້າເຖິງສະຖານທີ່ບໍລິການກໍຄວນຖືກເອົາໃຈໃສ່ ຍ້ອນສິ່ງເຫຼົ່າ ນີ້ກໍກ່ຽວພັນກັບສະຖານະພາບດ້ານເສດຖະກິດທີ່ຕໍ່າ ແລະ ເປັນເຫດຜົນທີ່ຖືກກ່າວເຖິງເລື້ອຍໆສໍາລັບການບໍ່ ໄປເກີດລູກຢູ່ສະຖານບໍລິການສາທາລະນະສຸກ, ໂດຍສະເພາະໃນກຸ່ມຄົນທີ່ທຸກຍາກກວ່າ (ຮູບພາບທີ 10). ຮູບພາບທີ 10: ບັນດາອຸປະສັກທີ່ກີດຂວາງການໄປເກີດລູກຢູ່ສະຖານບໍລິການສາທາລະນະສຸກ 20 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 5. ປັດໄຈຕ່າງໆຂອງຝ່າຍໃຫ້ບໍລິການຄວນຖືກເອົາໃຈໃສ່ໃນທຸກໆນະໂຍບາຍເພື່ອສຸຂະພາບແມ່. ການສໍາຫຼວດ ສຸກສາລາຄັ້ງນີ້ພົບວ່າຄວາມພ້ອມເພື່ອໃຫ້ບໍລິການສຸຂະພາບແມ່ຂອງສະຖານບໍລິການສາທາລະນະສຸກສາ ມາດປັບປຸງໄດ້. ສະຖານບໍລິການສາທາລະນະສຸກຈໍານວນຫນ້ອຍຫນຶ່ງມີຢາທີ່ສາມາດຊ່ວຍຊີວິດແມ່ຍິງຖືພາ ເຊັ່ນ ຢາມົດລູກປັ້ນ ເພື່ອປິ່ນປົວອາການເລືອດບໍ່ຢຸດໄຫລຫລັງເກີດ, ຢາຕ້ານເຊື້ອຊະນິດສັກ ເພື່ອປິ່ນປົວການ ຊຶມເຊື້ອ ຫລື ມາເຍຊຽມ ຊູນຟັດ ເພື່ອປິ່ນປົວການຊັກກະຕຸກ ຫລື ກຽມຊັກກະຕຸກ (ຮູບພາບທີ 11). ຖ້າບໍ່ ມີຢຸກຢາເຫລົ່ານັ້ນ, ເຖິງວ່າການເກີດລູກຈະມີຂຶ້ນຢູ່ສຸກສາລາ, ການປັບປຸງຜົນໄດ້ຮັບດ້ານສາທາລະນະສຸກເພື່ອ ສຸຂະພາບແມ່ນີ້ກໍອາດຈະບໍ່ປະສົບຜົນສໍາເລັດ. ຮູບພາບທີ 11: ຄວາມພ້ອມຂອງການຊ່ວຍເກີດລູກຂັ້ນພື້ນຖານ 6. ໃນຂະນະທີ່ຕັ້ງຄວາມຄິດວ່ານະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸຸ່ມ 5 ປີ ບໍ່ເສຍຄ່າ ຈະເພີ່ມ ອັດຕາການຊົມໃຊ້ ໂດຍການຫລຸດຜ່ອນອຸປະສັກທາງດ້ານການເງິນ, ກໍຍັງສັງເກດເຫັນວ່າ ອັດຕາການຊົມໃຊ້ໃນ ສຸກສາລາທີ່ຖືກສໍາຫລວດ ແມ່ນກ່ຽວພັນກັບຄວາມພ້ອມຂອງສະຖານທີ່ບໍລິການສາທາລະນະສຸກຢ່າງບໍ່ຕ້ອງ ສົງໄສ ຍ້ອນມີການເກີດຢ່າງຫລວງຫລາຍໃນສຸກສາລາທີ່ມີຄວາມພ້ອມໃນການບໍລິການສູງ ສົມທຽບໃສ່ສຸກສາ ລາທີ່ີມີຄວາມພ້ອມໃນການບໍລິການຕໍ່າ (ຮູບພາບທີ 12). ຮູບພາບທີ 12: ການຊົມໃຊ້ ແລະ ຄວາມພ້ອມໃນການບໍລິການ ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ 21 7. ສົມທົບກັບການເພີ່ມຂຶ້ນຂອງອັດຕາການຊົມໃຊ້, ປາກົດວ່າຄົວເຮືອນທີ່ທຸກຍາກພາຍໃນເຂດປົກຄຸມຂອງສຸກ ສາລາທີ່ມີຄວາມພ້ອມໃນການບໍລິການສູງແມ່ນໄດ້ຮັບຜົນປະໂຫຍດຈາກການປັບປຸງການປົກປ້ອງດ້ານການ ເງິນສາທາລະນະສຸກດ້ວຍການຫລຸດຜ່ອນການຈ່າຍໂດຍກົງຈາກຄົນເຈັບໃຫ້ຕໍ່າລົງຫລາຍໆ ເພື່ອໃຫ້ມີການ ເກີດລູກຢູ່ສະຖານທີ່ບໍລິການຫລາຍ ໂດຍສົມທຽບໃສ່ຄົວເຮືອນແບບດຽວກັນຢູ່ໃນເຂດປົກຄຸມຂອງສຸກສາລາທີ່ ມີຄວາມພ້ອມໃນການບໍລິການຕໍ່າ (ຮູບພາບທີ 13). ການປັບປຸງຄວາມພ້ອມໃນການບໍລິການຂອງຝ່າຍຜູ້ສະ ໜອງ ໂດຍຕົວມັນເອງນັ້ນກໍມີສ່ວນກ່ຽວພັນກັບຫລາຍເປົ້າໝາຍສໍາຄັນເຊັ່ນ ການເພີ່ມອັດຕາການຊົມໃຊ້ ແລະ ປົກປ້ອງດ້ານການເງິນສາທາລະນະສຸກດ້ວຍນະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍ ຄ່າ. ຮູບພາບທີ 13: ການປ້ອງກັນທາງດ້ານການເງິນ ແລະ ຄວາມພ້ອມໃນການບໍລິການ 22 ການຈ່າຍຄ່າບໍລິການໂດຍກົງຈາກຄົນເຈັບເພື່ອສຸຂະພາບແມ່ ແລະ ເດັກ ແລະ ຄວາມພ້ອມຂອງການ ບໍລິການ ຢູ່ ສປປ ລາວ ເສັ້ນທາງຕໍ່ໜ້າ 1. ດ້ວຍວ່ານະໂຍບາຍເພື່ອສຸຂະພາບແມ່ ແລະ ປິ່ນປົວເດັກລຸ່ມ 5 ປີ ບໍ່ເສຍຄ່າໄດ້ຂະຫຍາຍໄປທຸກພູມປະເທດ ໃນ ສປປ ລາວ ເຊິ່ງຜົນຈາກການສໍາຫລວດກໍສະໜັບສະໜູນຢ່າງກວ້າງຂວາງຕໍ່ການລິເລີ່ມຂອງລັດຖະບານ ໃນການຈັດຕັ້ງນະໂຍບາຍດັ່ງກ່າວ, ເຖິງຢ່າງໃດກໍຕາມຍັງອາດຈະມີຫລາຍຜົນກະທົບດ້ານນະໂຍບາຍທີ່ຄວນ ເອົາໃຈໃສ່ຄື: 2. ການທົບທວນແລະປັບລາຄາບໍລິການ ແລະ ການກໍານົດ ກໍລະນີການບໍລິການຄວນມີຢ່າງເປັນປົກກະຕິ ເພື່ອ ປ້ອງກັນການເກີດແຮງຈູງໃຈຕ່າງໆທີ່ບໍ່ເໝາະສົມ ຍ້ອນການວາງລາຄາບໍລິການທີ່ມີຄວາມແຕກຕ່າງ ແລະ ເພື່ອ ຊຸກຍູ້ໃຫ້ມີການບໍລິການຢູ່ຂັ້ນສະຖານທີ່ບໍລິການທີ່ເໝາະສົມກັບແຕ່ລະກໍລະນີ, ມີການນໍາສົ່ງກໍລະນີມີອາການ ສົນຫາສະຖານທີ່ບໍລິການທີ່ສູງກວ່າຢ່າງເໝາະສົມ, ມີການຄຸ້ມຄອງຢ່າງເໝາະສົມຕໍ່ກໍລະນີທີ່ບໍ່ໄດ້ນໍາສົ່ງຢູ່ຂັ້ນ ສະຖານບໍລິການປະຈຸບັນ ແລະ ຊຸກຍູ້ດ້ານການເງິນຢ່າງເປັນກາງສໍາລັບກໍລະນີທີ່ຕ້ອງເກີດດ້ວຍການຜ່າຕັດ. 3. ສົ່ງເສີມການໄປຮັບການບໍລິການຕ່າງໆໃນກຸ່ມຄົນທີ່ມີສະຖານະພາບດ້ານເສດຖະກິດສັງຄົມທີ່ຕໍ່າກວ່າໂດຍ ໃຊ້ການປຸກລະດົມຢູ່ຂັ້ນຊຸມຊົນດ້ວຍຮູບແບບກິດຈະກໍາແລະເຮັດແບບເປັນແຜນງານ ແລະ ເຮັດໃຫ້ຄົວເຮືອນ ທີ່ມີສະຖານະພາບດ້ານເສດສັງຄົມທີ່ຕໍ່າກວ່າເກີດຄວາມຮູ້ສຶກວ່າສະຖານທີ່ບໍລິການສາທາລະນະສຸກ ແລະ ຜູ້ ໃຫ້ບໍລິການ ສາມາດປະຕິບັດຕາມຄວາມຄາດຫວັງໃນການປິ່ນປົວທີ່ ພວກເຂົາຕ້ອງການໄດ້. ນອກນັ້ນການວາງ ເປົ້າໝາຍໃນການສະໜອງຜົນປະໂຫຍດຂອງນະໂຍບາຍກໍອາດຖືກພິຈາລະນາຕື່ມ ເມື່ອນະໂຍບາຍນີ້ໄດ້ຖືກ ຈັດຕັ້ງຫລາຍຂຶ້ນ ແລະ ບັນຫາອັດຕາການຊົມໃຊ້ທີ່ຕໍ່າ ກໍເປັນປະເດັນຫນ້ອຍລົງ. 4. ແກ້ໄຂອຸປະສັກທີ່ບໍ່ແມ່ນການເງິນ ເຊັ່ນວ່າອຸປະສັກທາງພາສາຊົນເຜົ່າ, ອຸປະສັກທາງວັດທະນະທໍາ, ດ້ານ ການສຶກສາທີ່ຕໍ່າ, ແລະ ການເຂົ້າເຖິງສະຖານບໍລິການສາທາລະນະສຸກ ເພື່ອປັບປຸງຄວາມສະເໝີພາບ ແລະ ລະດັບຂອງການຊົມໃຊ້ການບໍລິການເພື່ອສຸຂະພາບແມ່ 5. ລົງທຶນໃສ່ຄວາມພ້ອມໃນການບໍລິການ ຂອງຝ່າຍຜູ້ສະໜອງ ເຊັ່ນສະຖານທີ່ບໍລິການ ແລະ ພະນັກງານ, ໂດຍ ສະເພາະແມ່ນກ່ຽວກັບເຄື່ອງໃຊ້ໃນການປິ່ນປົວທີ່ຈໍາເປັນ ເຊັ່ນຢາພື້ນຖານຕ່າງໆ. ຕົ້ນທຶນຂອງຝ່າຍຜູ້ສະຫນອງ ໃນດ້ານເຫລົ່ານີ້ຕ້ອງໄດ້ຮັບການພິຈາລະນາ ເພາະວ່າ ມັນອາດຈະຈໍາກັດອັດຕາການຊົມໃຊ້ການບໍລິການຂອງ ຄົນເຈັບ ຍ້ອນບາງສຸກສາລາບໍ່ສາມາດໃຫ້ບໍລິການໄດ້ຢ່າງເຕັມເມັດເຕັມຫນ່ວຍ 6. ຈັດຕັ້ງລະບົບການຕິດຕາມທີ່ເຂັ້ມແຂງ ແລະ ໂປ່ງໃສ ແລະ ມີລະບົບຊຸມຊົນເປັນເຈົ້າການ, ແລະ ຢາກໃຫ້ ເຊື່ອມສານລະບົບເລົ່ານີ້ເຂົ້າໃນການສ້າງຄວາມເຂັ້ມແຂງໃຫ້ລະບົບຂໍ້ມູນສາທາລະນະສຸກ ເພື່ອໃຫ້ຂໍ້ມູນ ແລະ ຫລັກຖານທີ່ແຈ່ມແຈ້ງແກ່ລັດຖະບານ ເພື່ອໃຊ້ເຂົ້າປັບປຸງນະໂຍບາຍທີ່ກໍາລັງຈັດຕັ້ງປະຕິບັດໃຫ້ດີຂຶ້ນ ແລະ ຮັບ ປະກັນວ່າການບໍລິການຕອບສະໜອງຄວາມຕ້ອງການ ແລະ ໃຫ້ຄວາມເຊື່ອໝັ້ນແກ່ບັນດາຜູ້ຊົມໃຊ້ຢູ່ໃນຊຸມ ຊົນ. 7. ສ້າງຄວາມເຂັ້ມແຂງໃຫ້ແກ່ກົນໄກການສົ່ງຕໍ່ ລະຫວ່າງສະຖານບໍລິການຂັ້ນຕົ້ນ ແລະ ຂັ້ນສອງ ເພື່ອສົ່ງ ເສີມການສົ່ງຕໍ່ຄົນເຈັບ ທີ່ປອດໄພ ແລະ ມີປະສິດທິພາບ ແລະ ສົ່ງຕໍ່ຄົນເຈັບຢ່າງເໝາະສົມລະຫວ່າງຂັ້ນຕ່າງໆ ຂອງສະຖານບໍລິການສາທາລະນະສຸກ. ຫ້ອງການ ທະນາຄານ ໂລກ ປະຈຳ ສ ປ ປ ລາວ ປະຕູໄຊ, ຖະໜົນ ເນຣູ ຕູ້ໄປສະນີ 345 ນະຄອນຫຼວງວຽງຈັນ, ສປປ ລາວ ໂທ: (856-21) 266 200 ແຟັກ: (856-21) 266 299 www.worldbank.org/lao ທະນາຄານ ໂລກ 1818 ຖະໜົນ H, NW ວໍຊິງຕັນ ດີຊີ 20433, ສະຫະລັດອາເມລິກາ ໂທ: (202) 473 1000 ແຟັກ: (202) 477 6391 www.worldbank.org