1. ສປປ ລາວ ມີເສດຖະກິດທີ່ຂະຫຍາຍຕົວຢ່າງເຂັ້ມແຂງໃນໄລຍະທົດສະວັດທີ່ຜ່ານມາ ໂດຍມີອັດຕາການເຕີບໂຕ ສະເລ່ຍຢູ່ໃນລະດັບ 7,8% ຕໍ່ປີ. ການເຕີບໂຕດັ່ງກ່າວນີ້ ສ່ວນໃຫຍ່ ຖືກຂັບເຄື່ອນໂດຍຕະຫລາດພາຍນອກມີຄວາມຕ້ອງການທີ່ເພີ່ມສູງຂຶ້ນຕໍ່ການຂຸດຄົ້ນຊັບພະຍາກອນ ທໍາມະຊາດຂອງ ສປປ ລາວ, ຊຶ່ງບໍ່ໄດ້ສ້າງວຽກເຮັດງານທໍາ ແລະ ລາຍໄດ້ໃຫ້ແກ່ປະຊາຊົນລາວ ຢ່າງກວ້າງຂວາງ. ຂະແໜງການຜະລິດອຸດສາຫະກໍາປຸງແຕ່ງ ໂດຍສະເພາະແມ່ນອຸດສາຫະກໍາຕັດຫຍິບ ມີທ່າແຮງໃນການສ້າງວຽກເຮັດງານ ທໍາໃຫ້ແກ່ແຮງງານລາວທີ່ບໍ່ມີສີມືສ່ວນໃຫຍ່. ຂະແໜງຕັດຫຍິບ ໄດ້ສ້າງວຽກເຮັດງານທໍາຢ່າງຫຼວງຫຼາຍໃນຊຸມປີ 1990, ໂດຍສະເພາະແມ່ຍິງ, ແຕ່ໃນທ່າອ່ຽງປະຈຸ ບັນນີ້ ຂະແໜງດັ່ງກ່າວມີການຂະຫຍາຍຕົວໜ້ອຍລົງກວ່າເກົ່າ ນັບແຕ່ສົກປີ 2007-08 ເປັນຕົ້ນມາ, ທັງໃນດ້ານການເຕີບໂຕຂອງການຈ້າງງານ ແລະ ຄ່າແຮງງານ.ທ່າອ່ຽງຫຼຸດລົງດັ່ງກ່າວນີ້ ໄດ້ສະແດງ ອອກຢູ່ໃນຄວາມສາມາດໃນການແຂ່ງຂັນທາງດ້ານການຄ້າໃນຂະແໜງອຸດສາຫະກໍາປຸງແຕ່ງຂອງ ສປປ ລາວ ທີ່ມີທ່າອ່ຽງຫຼຸດລົງໃນ ເວທີສາກົນໃນໄລຍະທົດສະວັດທີ່ຜ່ານມາ. ໃນຂະນະທີ່ການສົ່ງ ອອກມີຄວາມສໍາຄັນຕໍ່ ການເຕີບໂຕ ແລະ ການສ້າງວຽກເຮັດງານທໍາ, ຕ້ອງບັນລຸໄດ້ນະໂຍບາຍເພີ່ມ ທະວີການຈ້າງງານ ຊຶ່ງມັນຂຶ້ນກັບຄວາມສາມາດໃນການ ແຂ່ງຂັນດ້ານການສົ່ງອອກຂອງລາວ ແລະ ຄວາມຕ້ອງການຂອງຕະຫຼາດ. 2 ບົດສັງລວມຫຍໍ້ - ຜົນກະທົບທາງດ້ານແຮງງານຈາກການຂະຫຍາຍຕົວທາງດ້ານການສົ່ງອອກຂອງລາວ 2. ອີງຕາມວິທີສຶກສາຕ່າງໆໃນປັດຈຸບັນ ແລະ ຂໍ້ມູນທີ່ກ່ຽວກັບການເຊື່ອມການຄ້າ ກັບ ການສ້າງວຽກເຮັດງານທໍາ, ບົດລາຍງານສະບັບນີ້ໄດ້ສັງລວມສະພາບການສົ່ງອອກຂອງ ສປປ ລາວ ແລະ ການປະກອບສ່ວນຂອງການສົ່ງອອກ ຂອງຕົນໃນການສ້າງວຽກເຮັດງານທໍາ ແລະ ການປັບປຸງ ຄຸນນະພາບຂອງວຽກເຮັດງານທໍາໃນຂອບເຂດທົ່ວປະເທດ. ຜົນການຄົ້ນຄວ້າວິໄຈໄດ້ສັງລວມບັນ ດາປັດໄຈທີ່ມີຜົນກະທົບຕໍ່ກັບແຮງງານໃນ ສປປ ລາວ ລວມທັງບົດບາດ ຂອງການສົ່ງອອກພ້ອມ ທັງນຳສະເໜີວິທີແກ້ໄຂໃຫ້ແກ່ລັດຖະບານ ແລະ ພາກທຸລະກິດໃນການສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ຜະລິດລາວເພື່ອສາມາດແຂ່ງຂັນຢູ່ໃນຕະຫຼາດຕ່າງປະເທດໄດ້ ແນໃສ່ສ້າງວຽກເຮັດງານທໍາ ໃຫ້ແກ່ແຮງງານລາວ ໃຫ້ຫຼາຍຂຶ້ນ ແລະ ດີຂຶ້ນກວ່າເກົ່າໃນອະນາຄົດ. 3. ສະພາບເສດຖະກິດຂອງ ສປປ ລາວ ແມ່ນພວມຜັນປ່ຽນອອກຈາກໂຄງສ້າງເສດຖະກິດ ກະສິກໍາ, ການຍ້າຍແຮງງານຍັງສຸມໃສ່ການໄປເຮັດວຽກໃນຂະແໜງບໍລິການທີ່ຕ້ອງການສີມືແຮງ ງານຕໍ່າບໍ່ເຊື່ອມໂຍງກັບ ການຄ້າດ້ານບໍລິການກັບຕ່າງປະເທດ ຊຶ່ງຍັງບໍ່ທັນເຮັດໃຫ້ເກີດມີການ ເຄື່ອນຍ້າຍແຮງງານຈາກຊົນນະບົດໄປສູ່ຕົວເມືອງ ຢ່າງກວ້າງຂວາງ. ການຈ້າງງານສ່ວນຫລາຍຍັງ ສືບຕໍ່ແມ່ນຂະແໜງກະສິກໍາ ຊຶງກວມອັດຕາສ່ວນສູງຢູ່ໃນຕະຫຼາດ ແຮງງານ, ແຕ່ການຜະລິດກະສິກໍາ ຈະມີການສົ່ງອອກຂອງລາວພຽງເລັກນ້ອຍເທົ່ານັ້ນ. ຂະແໜງທີ່ມີການສົ່ງອອກ ຢ່າງຫຼວງຫຼາຍເຊັ່ນ: ຜະລິດຕະພັນແຮ່ທາດ, ໂລຫະ, ຜະລິດຕະພັນໄມ້ ແຕ່ບັນດາຂະແໜງດັ່ງກ່າວຍັງບໍ່ທັນສະໜອງ ຄວາມຕ້ອງການແຮງງານທີ່ພຽງພໍ ເພື່ອຮອງຮັບກຳລັງແຮງງານຊຶ່ງສ່ວນໃຫຍ່ ແມ່ນແຮງງານດິບ. ຄ່າແຮງງານໃນຂະແໜງຂຸດຄົ້ນບໍ່ແຮ່ສູງກວ່າຂະແໜງອື່ນ ແຕ່ພັດບໍ່ມີຄວາມຕ້ອງການດ້ານກາ ນຈ້າງງານຫຼາຍ. ພ້ອມກັນນີ້ ໃນຂະແໜງຕັດຫຍິບທີ່ກວມເອົາໜຶ່ງສ່ວນສິບຂອງການສົ່ງອອກ ທັງ ໝົດ, ກໍ່ສ້າງວຽກເຮັດງານທໍາ ໃຫ້ແກ່ແຮງງານໄດ້ພຽງແຕ່ 2% ຂອງກໍາລັງແຮງງານທັງໝົດ, ຄ່າແຮງງານກໍ່ຕໍ່າຫຼາຍ ແລະ ອັດຕາການເພີ່ມຄ່າແຮງງານກໍ່ບໍ່ສູງເມື່ອທຽບກັບຂະແໜງເສດຖະກິດອື່ນ (ຍົກເວັ້ນ ຂະແໜງໂຮງແຮມ ແລະ ຮ້ານອາຫານ). 4. ຂະແໜງການຜະລິດອຸດສາຫະກໍາໃນ ສປປ ລາວ ມີການຜະລິດເພື່ອສົ່ງອອກໃນອັດຕາ ສ່ວນສູງກວ່າອັດຕາສະເລ່ຍ ທຽບກັບບັນດາປະເທດທີ່ຢູ່ໃນພາກພື້ນດຽວກັນ, ອັດຕາການສົ່ງ ອອກຂອງລາວເຫັນວ່າທຽບເທົ່າກັນກັບປະເທດ ຫວຽດນາມ. ບໍລິສັດສົ່ງອອກສ່ວນຫລາຍຈະ ເປັນບໍລີສັດທີ່ໃຫຍ່ກວ່າ ບໍລິສັດທີ່ບໍ່ສົ່ງອອກ ລວມທັງ ໃນ ສປປ ລາວ ແລະ ໃນປະເທດອື່ນໆ. ແຕ່ຢ່າງໃດກໍ່ຕາມ, ໃນປີ 2012, ເມື່ອປຽບທຽບສິນຄ້າທີ່ສົ່ງອອກຂອງ ສປປ ລາວ ກັບບັນດາ ປະເທດທີ່ມີລະດັບການພັດທະນາໃກ້ຄຽງເຊັ່ນ ປະເທດເຊເນການ, ກໍາປູເຈຍ, ອິນໂດເນເຊຍ, ບັງກະລາເດັດສ໌ ແລະ ຟິລິບປີນ, ການສົ່ງອອກຂອງ ສປປ ລາວ ຍັງບໍ່ທັນສັບຊ້ອນເທົ່າທີ່ຄວນໃນ ແງ່ຂອງການວັດແທກໂດຍທາງອ້ອມ ດ້ານຄ່າແຮງງານ, ມູນຄ່າເພີ່ມ, ທຶນດ້ານຊັບພະຍາກອນມະນຸດ ບົດສັງລວມຫຍໍ້ - ຜົນກະທົບທາງດ້ານແຮງງານຈາກການຂະຫຍາຍຕົວທາງດ້ານການສົ່ງອອກຂອງລາວ 3 ແລະ ທຶນຄົງທີ່ (ຫຼັກການສະເລ່ຍທວງນໍ້າໜັກດ້ານການຄ້າໂລກ). ສໍາລັບຂະແໜງຕັດຫຍິບເປັນ ຂະແໜງທີ່ໃຊ້ແຮງງານຫລາຍ ມີຄວາມສາມາດແຂ່ງຂັນໃນການສົ່ງອອກສິນຄ້າຍັງຕໍ່າ ເນື່ອງຈາກ ຄ່າແຮງງານສູງ ເມື່ອທຽບກັບ ປະເທດບັງກະລາເທດ ແລະ ກໍາປູເຈຍ. ການຜະລິດເຄື່ອງຕັດຫຍິບ ທີ່ຍັງມີຂະໜາດນ້ອຍຂອງ ສປປ ລາວ ເຮັດໃຫ້ຕົນບໍ່ທັນສາມາດແຂ່ງຂັນກັບການຜະລິດຂະໜາດ ໃຫຍ່ໃນຕະຫຼາດຕ່າງປະເທດບາງບ່ອນໄດ້ ເມື່ອທຽບກັບກໍາປູເຈຍ ແລະ ບັງກະລາເທດ, ເຖິງແມ່ນວ່າ ຜູ້ຜະລິດລາວຈະສາມາດຜະລິດສິນຄ້າເຈາະຕະຫຼາດເອີຣົບໄດ້ແລ້ວກໍ່ຕາມ. ໃນແງ່ພັດທະນາການ, ຄວາມກ້າວໜ້າດ້ານແຮງງານ ຂອງ ສປປ ລາວ ຍັງບໍ່ມີການປ່ຽນແປງຫຼາຍປານໃດນັບແຕ່ປີ 2006 ເປັນຕົ້ນມາ ແລະ ຍັງມີຄວາມຄືບໜ້າໜ້ອຍຫຼາຍໃນການຫລຸດຜ່ອນຊ່ອງວ່າງດ້ານຄວາມສາມາດ ໃນການແຂ່ງຂັນ ເມື່ອທຽບກັບບັນດາປະເທດຄູ່ແຂ່ງການຄ້າ. ໝາຍຄວາມວ່າ ພື້ນຖານດ້ານການ ຜະລິດທີ່ຍັງໃຊ້ເຕັກໂນໂລຢີຕໍ່າ ແລະ/ຫຼື ລະດັບການສຶກສາຍັງບໍ່ມີຄຸນນະພາບ. ປັດໄຈດັ່ງກ່າວເຫຼົ່ານີ້ ໄດ້ຈໍາກັດຄວາມສາມາດໃນການສົ່ງອອກ ຫຼື ຈໍາກັດການລົງທຶນເຂົ້າໃນການນໍາໃຊ້ເຕັກໂນໂລຢີ ເຂົ້າໃນການຜະລິດ. 5. ອຸປະສັກຕົ້ນຕໍໃນການດຶງດູດການລົງທຶນເຂົ້າໃນຂະແໜງອຸດສາຫະກໍາປຸງແຕ່ງທີ່ມີມູນຄ່າ ສູງ ແມ່ນ ອຸປະສັກທາງດ້ານ ກໍາລັງແຮງງານລາວທີ່ລະດັບການສຶກສາຍັງຕໍ່າ. ສຳຫລັບຄ່າແຮງງານ, ແຮງງານລາວທີ່ມີລະດັບການສຶກສາສູງກວ່າຈະມີຄ່າແຮງງານສູງກວ່າ, ເຖິງວ່າຄ່າແຮງງານໃນແຕ່ລະ ດັບການສຶກສາຈະຫຼຸດລົງລະຫວ່າງສົກປີ 2007-08 ຫາ 2012-13 ກໍ່ຕາມ. ຕົວຢ່າງ: ຄວາມແຕກ ຕ່າງລະຫວ່າງຄ່າແຮງງານຜູ້ທີ່ຮຽນຈົບຊັ້ນສູງ ກັບຜູ້ທີ່ຮຽນຈົບຕໍ່າກວ່າຊັ້ນປະຖົມໄດ້ຫຼຸດລົງ ຈາກ 58% ໃນສົກປີ 2007-08 ມາເປັນ 39% ໃນສົກປີ 2012-13, ຊຶ່ງມັນສະແດງໃຫ້ເຫັນວ່າ ການສະໜອງແຮງງານ ທີ່ມີສີມືຕໍ່ຄວາມຕ້ອງການໄດ້ເພີ່ມຂຶ້ນໃນປະຈຸບັນ (ສ່ວນໜຶ່ງກໍ່ແມ່ນຍ້ອນປັດ ໄຈທາງດ້ານການເພີ່ມເງິນເດືອນລັດຖະກອນ). ໝາຍຄວາມວ່າ ການປ່ຽນແປງດັ່ງກ່າວ ເຮັດໃຫ້ແຮງ ບັນດານໃຈໃນການສືບຕໍ່ສຶກສາໃນລະດັບສູງກວ່າເກົ່ານັ້ນ ຫຼຸດລົງ. ກົງກັນຂ້າມ ທິດທາງລວມຂອງ ປະເທດອື່ນທີ່ກໍາລັງການພັດທະນາ ແມ່ນການສ້າງຄວາມຫຼາກຫຼາຍທາງດ້ານຜະລິດຕະພັນ ເພື່ອສ້າງ ມູນຄ່າເພີ່ມ ແລະ ນໍາໃຊ້ເຕັກໂນໂລຢີອັນໃໝ່ ຊຶ່ງຕ້ອງການກໍາລັງແຮງານຈໍານວນຫຼາຍ ແລະ ແຮງງານທີ່ມີຄວາມສາມາດສູງ ເພາະສະນັ້ນ ຜູ້ທີ່ມີລະດັບການສຶກສາສູງທີ່ສຸດຈະສາມາດສ້າງລາຍ ຮັບໄດ້ສູງ. 6. ພ້ອມກັນນີ້ ຍັງສັງເກດເຫັນວ່າ ຂະແໜງຕັດຫຍິບໄດ້ເພີ່ມຄ່າແຮງງານສໍາລັບຜູ້ທີ່ມີລະດັບ ການສຶກສາຊັ້ນອະຊີວະສຶກສາໄວກວ່າ ຄ່າແຮງງານສະເລ່ຍຂອງແຮງງານຕັດຫຍິບທັງໝົດ (14% ທຽບໃສ່ 2,6% ຕໍ່ປີ). ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຄ່າແຮງງານສໍາລັບຜູ້ທີ່ມີສີມືລະດັບກາງໄດ້ເພີ່ມ ສູງຂຶ້ນ, ໃນຂະນະທີ່ຍັງ ຂາດແຮງງານທີ່ມີສີມືຢູ່, ສ່ວນຄ່າແຮງງານສໍາລັບຜູ້ທີ່ບໍ່ມີສີມື ຫຼື ເປັນແຮງງານ ເຂົ້າໃໝ່ໃນຂະແໜງຕັດຫຍິບແມ່ນຍັງເພີ່ມຂຶ້ນຊ້າ ຊຶ່ງເປັນເຫດຜົນທີ່ເປັນການຍາກຫຼາຍ ທີ່ນາຍຈ້າງ 4 ບົດສັງລວມຫຍໍ້ - ຜົນກະທົບທາງດ້ານແຮງງານຈາກການຂະຫຍາຍຕົວທາງດ້ານການສົ່ງອອກຂອງລາວ ຈະຮັກສາແຮງງານໄວ້ໄດ້ດົນ (ໂຮງຈັກໂຮງງານ ໄດ້ໃຫ້ຮູ້ວ່າອັດຕາການອອກວຽກຂອງ ແຮງງານເຂົ້າ ໃໝ່ແມ່ນສູງຫຼາຍ, ສ່ວນໃຫຍ່ແມ່ນມີລະດັບການສຶກສາຕໍ່າກ່ອນມັດທະຍົມ ຫຼື ຕໍ່າກ່ອນລະດັບ ອະຊີວະສຶກສາ). ໝາຍວ່າ ນາຍຈ້າງມີຄວາມຕ້ອງການຢາກຈ້າງພະນັກງານຄົນເກົ່າອີກ ແລະ ພໍໃຈທີ່ ຈະຈ່າຍຄ່າການຝຶກອົບຮົມໃຫ້ພ້ອມ ເພື່ອສ້າງກໍາລັງແຮງງານທີ່ບໍ່ມີສີມືໃຫ້ມີການພັດທະນາໄວຂຶ້ນ ຫຼື ອີກດ້ານໜຶ່ງກໍ່ແມ່ນຍ້ອນຂອບເຂດຂອງຜົນກໍາໄລແມ່ນຍັງຕໍ່າຫຼາຍທີ່ຈະຈ່າຍຄ່າແຮງງານໃນອັດຕາ ສູງຄືດັ່ງກ່າວ ໃຫ້ແກ່ພະນັກງານທີ່ມີຈໍານວນຫຼາຍໃນຂະແໜງຕັດຫຍິບ. 7. ຂໍ້ມູນທາງດ້ານການເຄື່ອນຍ້າຍວຽກ ແລະ ຍ້າຍຂະແໜງວຽກ ໄດ້ສະແດງໃຫ້ເຫັນວ່າ ຕະຫຼາດແຮງງານລາວ ບໍ່ໄດ້ຈຳກັດການເຄື່ອນຍ້າຍແຮງງານ, ແຕ່ແຮງງານທີ່ກໍາລັງຊອກຫາໂອກາດ ຍ້າຍຈາກຂະແໜງການໜຶ່ງ ເພື່ອເຂົ້າເຮັດວຽກໃນຂະແໜງການໃໝ່ນັ້ນ ແມ່ນພົບພໍ້ກັບຄ່າໃຊ້ຈ່າຍ ສູງໃນການປ່ຽນວຽກ. ຄ່າໃຊ້ຈ່າຍທີ່ສູງຫຼາຍໃນການເຄື່ອນຍ້າຍແຮງງານນັ້ນເປັນເລື່ອງປົກກະຕິໃນ ທຸກປະເທດທີ່ມີອັດຕາສ່ວນການຈ້າງງານໃນຂະແໜງຕົ້ນຕໍຂອງເສດຖະກິດສູງ ແລະ ສປປ ລາວ ກໍ່ເຊັ່ນດຽວກັນ. ແຮງງານທີ່ມີສີມືພົບກັບບັນຫາດ້ານລາຍຈ່າຍໃນການເຄື່ອນຍ້າຍຕໍ່າກວ່າແຮງງານ ທີ່ບໍ່ມີສີມື, ໃນຂະນະທີ່ແມ່ຍິງຈະມີລາຍຈ່າຍໃນການປ່ຽນວຽກສູງກວ່າຜູ້ຊາຍ. ໃນຂະແໜງກະສິກໍາ ຈະມີລາຍຈ່າຍໃນການເຂົ້າເຮັດວຽກຕໍ່າກວ່າໝູ່ ແຕ່ກໍ່ຍັງຖືເປັນຂະແໜງສຸດທ້າຍສຳຫລັບຄົນທີ່ບໍ່ມີ ທາງເລືອກ. ບົດສັງລວມຫຍໍ້ - ຜົນກະທົບທາງດ້ານແຮງງານຈາກການຂະຫຍາຍຕົວທາງດ້ານການສົ່ງອອກຂອງລາວ 5 ຂໍ້ສະເໜີແນະທາງດ້ານນະໂຍບາຍ 8. ນະໂຍບາຍໃນການພັດທະນາແຮງງານຄວນສຸມໃສ່ປັບປຸງຄວາມສາມາດໃນການແຂ່ງຂັນໃຫ້ ແກ່ທຸລະກິດ ຫຼື ຜູ້ຜະລິດປະຈຸບັນ ໃຫ້ສາມາດເຂົ້າເຖິງ ແລະ/ຫຼື ສາມາດຂະຫຍາຍກິດຈະການໄດ້ເປັນ ຕົ້ນແມ່ນການເຂົ້າເຖິງເຕັກໂນໂລຢີ ທີ່ທັນສະໄໝ ແລະ ວິທີການຜະລິດທີ່ສ້າງມູນຄ່າເພີ່ມທີ່ສູງຂຶ້ນ ພ້ອມທັງສ້າງສີມືແຮງງານເພື່ອສະໜອງໃຫ້ແກ່ຕະຫຼາດ ແນໃສ່ດຶງດູດ ແລະ ຊຸກຍູ້ໃຫ້ມີກິດຈະການທີ່ ສ້າງມູນຄ່າສູງກວ່າເກົ່າ. 9. ຜົນກໍາໄລໜ້ອຍໃນຂະແໜງຕັດຫຍິບທີ່ມີມູນຄ່າຕໍ່າ ໝາຍເຖິງ ຜູ້ຜະລິດມີໂອກາດໜ້ອຍ ຫຼາຍທີ່ ຈະເພີ່ມລາຍຮັບຍ້ອນຂໍ້ຈໍາກັດດ້ານສະມັດຕະພາບການຜະລິດ ເມື່ອທຽບໃສ່ຄູ່ແຂ່ງການຄ້າຄື ປະເທດບັງກະລາເດັດສ໌ ແລະ ກໍາປູເຈຍ. ດັ່ງນັ້ນ ຄວນສຸມໃສ່ສ້າງສິນຄ້າຊ່ອງວ່າງ ຫຼື ສ້າງປະເພດສິນຄ້າ ທີ່ສາມາດເຈາະຕະຫຼາດຂອງ ປະເທດທີ່ມີລາຍຮັບສູງ ຕົວຢ່າງ ໂດຍການຍົກລະດັບມາດຕະຖານທາງ ດ້ານແຮງງານ ແລະ ມາດຕະຖານທາງດ້ານສິ່ງແວດ ລ້ອມ, ເພື່ອສາມາດຕອບສະໜອງເປົ້າໝາຍຂອງ ຜູ້ຂາຍຍ່ອຍສິນຄ້າປະເພດຍີ່ຫໍ້ດັງໆ ແລະ ຜູ້ຊື້ໄດ້. 10. ອັດຕາການປ່ຽນວຽກ ແລະ ອັດຕາການອອກວຽກ ຈາກຂະແໜງຕັດຫຍິບໄປເຮັດວຽກປູກ ຝັງຄືນ ຫຼື ການເຄື່ອຍຍ້າຍຖິ່ນຖານ ໄດ້ມີຜົນກະທົບຕໍ່ສະມັດຕະພາບຂອງການຜະລິດ ໃນເສດຖະກິດ ຂອງລາວ. ສະນັ້ນ ຕ້ອງມີນະໂຍບາຍໃນການປັບປຸງໂຄງສ້າງຂອງວຽກຕັດຫຍິບຄືນໃໝ່ເພື່ອເຮັດໃຫ້ ວຽກມີຄວາມໜ້າດຶງດູດຂຶ້ນກວ່າເກົ່າ (ເຊັ່ນ: ເງື່ອນ ໄຂດ້ານການເຮັດວຽກ ແລະ/ຫຼື ການພັດທະນາ ໃນໜ້າທີ່ວຽກງານ) ຊຶ່ງອາດຈະຊ່ວຍເຮັດໃຫ້ແຮງງານຍັງຄົງສືບຕໍ່ເຮັດວຽກດ້ວຍຄວາມຫ້າວຫັນ. 11. ການທີ່ມີກໍາລັງແຮງງານທີ່ມີສີມື ແລະ ມີຄວາມສາມາດເປັນອົງປະກອບໜຶ່ງທີ່ສໍາຄັນທັງໃນ ການດຶງດູດ ການລົງທຶນເຂົ້າໃນກິດຈະການທີ່ມີມູນຄ່າສູງ ແລະ ທັງເປັນການເຮັດໃຫ້ຜູ້ປະກອບ ການໄດ້ຍົກລະດັບຕົນເອງ ແລະ ຄຸນນະພາບຂອງຜົນຜະລິດເຂົາເຈົ້ານໍາອີກ. ໝາຍວ່າ ຕ້ອງມີນະໂຍ ບາຍໃນການເພີ່ມອັດຕາການຂຶ້ນຫ້ອງ, ໃຫ້ການສະໜັບ ສະໜູນທາງດ້ານການສຶກສາຂັ້ນພື້ນຖານ, ປະຕິຮູບທາງດ້ານຫຼັກສູດການສອນໃຫ້ແທດເໝາະກັບຄວາມຕ້ອງການ ຂອງຕະຫຼາດແຮງງານ ລວມ ທັງການສ້າງສີມື ແລະ ທັກສະທາງ ດ້ານການດໍາເນີນທຸລະກິດ, ພ້ອມນີ້ ຕ້ອງຮັບໃຫ້ມີຄວາມສອດຄ່ອງ ລະຫວ່າງການຝຶກອົບຮົມດ້ານວິຊາຊີບ ກັບ ຄວາມຕ້ອງການຂອງພາກເອກະຊົນ. 12. ໃນການສົ່ງເສີມໃຫ້ມີການສົ່ງອອກສູງກວ່າການຂາຍສິນຄ້າໃຫ້ແກ່ຕະຫຼາດພາຍໃນນັ້ນ ແມ່ນ 6 ບົດສັງລວມຫຍໍ້ - ຜົນກະທົບທາງດ້ານແຮງງານຈາກການຂະຫຍາຍຕົວທາງດ້ານການສົ່ງອອກຂອງລາວ ຮຽກຮ້ອງໃຫ້ມີ ການສ້າງວຽກເຮັດງານທໍາໃຫ້ແກ່ແຮງງານທີ່ມີສີມື ແລະ ແຮງງານທີ່ບໍ່ມີສີມື ເຖິງ ແມ່ນວ່າປະສິດທິຜົນຈະມີໜ້ອຍກໍ່ຕາມ. ສະນັ້ນ ຕ້ອງປະຕິບັດນະໂຍບາຍ ໃນການຊ່ວຍເຮັດໃຫ້ຜູ້ ຜະລິດສາມາດເຂົ້າເຖິງຕະຫຼາດຕ່າງປະເທດໃໝ່ ລວມມີ ການສ້າງລະບົບການແລກປ່ຽນຄວາມຮູ້ຮ່ວມ ກັນ (ໂດຍຜ່ານທາງອີເລັກໂຕຼນິກ), ປັບປຸງໃຫ້ມີຄວາມສອດຄ່ອງກັບມາດຕະຖານ ແລະ ການຢັ້ງຢືນ ທີ່ສອດຄ່ອງກັບມາດຕະຖານສາກົນ, ຫຼຸດຜ່ອນຄ່າໃຊ້ຈ່າຍທາງດ້ານການຄ້າລົງ ໂດຍການປັບປຸງລະບົບ ການຂົນສົ່ງ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ, ໃຫ້ການຊ່ວຍເຫຼືອທາງດ້ານການຕະ ຫຼາດ ແລະ ສະໜອງການຝຶກອົບຮົມໃຫ້ແກ່ຜູ້ປະກອບການ ເປັນຕົ້ນ. 13. ລະບຽບການດ້ານແຮງງານບໍ່ທັນໄດ້ລວມເອົາວຽກງານດ້ານຈ້າງງານ, ການຈັດຕັ້ງປະຕິບັດກໍ່ ຍັງມີຄວາມສັບສົນຢູ່ ເປັນຕົ້ນການຈັດຕັ້ງປະຕິບັດລະບຽບການດ້ານຄ່າແຮງງານຂັ້ນຕໍ່າ ຊຶ່ງບັນຫາດັ່ງ ກ່າວເຮັດໃຫ້ຄວາມຕ້ອງການທາງດ້ານ ແຮງງານໜ້ອຍລົງ, ສະນັ້ນ ຈິ່ງສະເໜີໃຫ້ກະຊວງແຮງງານເຮັດ ໃຫ້ມີຄວາມກະຈ້າງແຈ້ງຂຶ້ນຕື່ມ ແລະ ເຜີຍແຜ່ ໃຫ້ຊາບກັນຢ່າງທົ່ວເຖິງ. ອີກດ້ານໜຶ່ງ, ບົດລາຍງານ ຂອງທະນາຄານໂລກສະບັບອື່ນທີ່ ສ້າງຂຶ້ນບໍ່ດົນມານີ້1 ກໍ່ໄດ້ລະບຸສິ່ງ ທ້າທາຍທີ່ສໍາຄັນທາງດ້ານແວດ ລ້ອມທຸລະກິດ ຊຶ່ງເປັນການຈໍາກັດຄວາມສາມາດຂອງຜູ້ປະກອບການໃນການສົ່ງອອກສິນຄ້າ ແລະ ເປັນບັນຫາທີ່ຄວນໄດ້ຮັບການແກ້ໄຂຢ່າງຮີບດ່ວນ. 14. ການສົ່ງອອກສິນຄ້າທີ່ນໍາໃຊ້ເຕັກໂນໂລຢີໃນການຜະລິດຕໍ່າຂອງລາວນັ້ນ ໄດ້ຈໍາກັດຄວາມ ສາມາດໃນການເຂົ້າເຖິງ ຕະຫຼາດຜູ້ຊົມໃຊ້ທີ່ມີລາຍຮັບສູງ ຊຶ່ງກຸ່ມຄົນດັ່ງກ່າວຊົມໃຊ້ສິນຄ້າ ແລະ ການບໍລິການທີ່ມີຄຸນນະພາບສູງ. ຄວນມີນະໂຍບາຍທີ່ສຸມໃສ່ອໍານວຍຄວາມສະດວກໃຫ້ແກ່ການເຂົ້າ ເຖິງເຕັກໂນໂລຢີທີ່ທັນສະໄໝ ແລະ ການຜະລິດສິນຄ້າທີ່ມີມູນຄ່າສູງ ຕົວຢ່າງ ການສ້າງສິ່ງດຶງດູດ ການລົງທຶນ (ແຕ່ບໍ່ໃຫ້ແຊກແຊງຕະຫລາດ) ຫຼື ການອໍານວຍຄວາມສະດວກ ໃຫ້ແກ່ການເຂົ້າເຖິງ ການບໍລິການດ້ານການເງິນທີ່ເປັນ ທາງການ ຜ່ານລະບົບທະນາຄານ ຫຼື ສະຖາບັນທີ່ໃຫ້ກູ້ຢືມແກ່ ວິສາຫະກິດຂະໜາດນ້ອຍ-ກາງ. 15. ລາຍຈ່າຍດ້ານການເຄື່ອນຍ້າຍແຮງງານທີ່ສູງຫຼາຍໃນ ສປປ ລາວ ໄດ້ຈໍາກັດການດຸ່ນດ່ຽງ ແຮງງານລະຫວ່າງຂະແໜງຕ່າງໆ ແລະ ອາດມີຜົນກະທົບທາງດ້ານສະຫວັດດີການໄດ້ ເປັນຕົ້ນໃນກໍ ລະນີທີ່ມີການປ່ຽນແປງທາງດ້ານແວດລ້ອມເສດຖະກິດຢ່າງກະທັນຫັນ ຊຶ່ງເຮັດໃຫ້ການຕອບຮັບຂອງ ຕະຫຼາດແຮງງານມີຄວາມຊັກຊ້າ ແລະ ໜ້ອຍລົງ. ສະນັ້ນ ຄວນມີນະໂຍບາຍອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນຍ້າຍແຮງງານ ລວມທັງການບໍລິການທາງດ້ານຂໍ້ມູນຂ່າວສານ ກ່ຽວກັບຕະຫຼາດ 1 ເບິ່ງບົດລາຍງາຍງານຂອງທະນາຄານໂລກ: World Bank 2011b, World Bank 2014a, World Bank 2014b, World Bank 2015 ບົດສັງລວມຫຍໍ້ - ຜົນກະທົບທາງດ້ານແຮງງານຈາກການຂະຫຍາຍຕົວທາງດ້ານການສົ່ງອອກຂອງລາວ 7 ແຮງງານ ແລະ ການຈັດຫາງານ ຫຼື ການຝຶກອົບຮົມແບບເສຍຄ່າສ່ວນໜຶ່ງ ທີ່ສາມາດສະໜອງສີມືທີ່ ອີງຕາມຄວາມຕ້ອງ ການ ແລະ ເປົ້າໝາຍທີ່ຈໍາເປັນຂອງພາກເອກະຊົນ. 16. ສົ່ງເສີມໃຫ້ມີການຜະລິດທີ່ຫຼາກຫຼາຍ ແລະ ມີການຈ້າງງານທີ່ຫຼາກຫຼາຍ ເພື່ອດຶງດູດແຮງງານ ຈາກຂະແໜງພື້ນຖານ ໄປເຂົ້າໃນຂະແໜງອຸດສາຫະກໍາ ແລະ ບໍລິການ ຊຶ່ງຈະຊ່ວຍຫຼຸດຜ່ອນລາຍ ຈ່າຍໃນການເຄື່ອນຍ້າຍຂອງແຮງງານ ທັງເຮັດໃຫ້ແຮງງານສາມາດປ່ຽນໄປເຮັດວຽກທີ່ດີຂຶ້ນກວ່າເກົ່າ ໄດ້ງ່າຍຂຶ້ນ. ນອກຈາກ ນະໂຍບາຍທີ່ກ່ຽວຂ້ອງໂດຍກົງກັບ ການແກ້ໄຂຄ່າໃຊ້ຈ່າຍທາງດ້ານການ ເຄື່ອນຍ້າຍແຮງງານແລ້ວ, ຍັງຕ້ອງມີນະໂຍບາຍ ການປະຕິຮູບກ່ຽວກັບການຈ້າງງານໃນພາກລັດ, ການຊົດເຊີຍ ແລະ ການຄຸ້ມຄອງ ຊັບພະຍາກອນມະນຸດ ພ້ອມທັງປັບປຸງບົດບາດຂອງລັດວິສາຫະກິດ ຕື່ມອີກ. ການຫຼຸດ ຜ່ອນບັນຫາດັ່ງກ່າວນີ້ ຈະຊ່ວຍເຮັດໃຫ້ຫຼຸດຜ່ອນແຮງງານທີ່ຕ້ອງການເຂົ້າເຮັດວຽກ ກັບພາກລັດ ແລ້ວເຮັດໃຫ້ແຮງງານທີ່ມີຄວາມຮູ້ນັ້ນເຂົ້າເຮັດວຽກກັບພາກເອກະຊົນຫຼາຍຂຶ້ນ. 17. ຂໍ້ຈໍາກັດໃນຂະແໜງອຸດສາຫະກໍາປຸງແຕ່ງຂອງ ສປປ ລາວ ມີທັງປະລິມານ ແລະ ຄຸນນະພາບ, ການຈັດຕັ້ງປະຕິບັດນະໂຍບາຍແມ່ນຍັງບໍ່ທັນມີປະສິດທິຜົນສູງ ໃນການຮັບປະກັນດ້ານສະຫວັດດີການ ແລະ ການເຕີບໂຕທີ່ສົມດູນ. ສະນັ້ນ ຄວນມີນະໂຍບາຍທີ່ສົ່ງເສີມຂະແໜງການອື່ນນອກຈາກຂະ ແໜງປຸງແຕ່ງ ເພື່ອແກ້ໄຂຂໍ້ຈໍາກັດດ້ານການສ້າງວຽກເຮັດງານທໍາ ແລະ ຜົນກະທົບດ້ານຄວາມຕ້ອງ ການຈາກຂະແໜງບໍ່ແຮ່ ແລະ ຂໍ້ຈໍາກັດດ້ານການເຊື່ອມໂຍງຕະຫຼາດ ແລະ ການສ້າງມູນຄ່າເພີ່ມ ໃຫ້ແກ່ການຜະລິດກະສິກໍາ. ປະຕິບັດນະໂຍບາຍ ໃນການຍົກລະດັບສະມັດຕະພາບໃນການຜະ ລິດ ແລະ ສ້າງໂອກາດດ້ານເສດຖະກິດໃນຂດຊົນນະບົດ ຊຶ່ງມັນບໍ່ພຽງ ເປັນການຊຸກຍູ້ໃຫ້ແກ່ການ ເຕີບໂຕທີ່ສະເໝີພາບ ແຕ່ຍັງຊ່ວຍຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ-ຊົນນະບົດ ແລະ ຫຼຸດຜ່ອນການຍ້າຍຖິ່ນຖານນໍາອີກ.