1. ບົດລາຍງານສະບັບນີ້ ມີເປົ້າໝາຍຄົ້ນຄວ້າ ທິດທາງຕ່າງໆທີ່ຂະແໜງບໍລິການໄດ້ປະກອບ ສ່ວນໃສ່ ຂີດຄວາມສາມາດໃນການແຂ່ງຂັນຂອງ ສປປ ລາວ ແລະ ການເຊື່ອມໂຍງເຂົ້າກັບຕະຫຼາດໂລກ. ບົດລາຍງານ ໄດ້ສຸມໃສ່ ສອງພາລະບົດບາດທີ່ຄຽງຄູ່ກັນຂອງຂະແໜງບໍລິການໃນການປະກອບສ່ວນຄື: ພາລະບົດບາດທໍາອິດ, ໃນຖານະເປັນເສັ້ນທາງສໍາລັບການສ້າງຄວາມຫລາກຫລາຍຂອງສິນຄ້າສ່ົງອອກ ແລະ ການເຕີບໂຕທາງເສດຖະກິດ, ແລະ ບົດບາດທີສອງ, ການສະໜອງການບໍລິການທີ່ເປັນປັດໃຈ ການຜະລິດປ້ອນເຂົ້າໃສ່ຂະແໜງການຜະລິດຜົນອື່ນໆໃນລະບົບເສດຖະກິດ ເຊັ່ນ: ຂະແໜງການຜະລິດ ປຸງແຕ່ງ. ເມື່ອເສດຖະກິດມີິການເຕີບໂຕ ໂດຍທົ່ວໄປແລ້ວ ຂະແໜງບໍລິການຈະມີຄວາມສໍາຄັນເພີ່ມ ຂຶ້ນ ແຕ່ມັກຖືກເບິ່ງຂ້າມເລື້ອຍໆ ບົດບາດຂອງຂະແໜງດັ່ງກ່າວໃນຖານະເປັນຕົວອໍານວຍຄວາມສະ ດວກໃຫ້ຂະແໜງອື່ນໆຂອງເສດຖະກິດໃນການຍົກລະດັບການຜະລິດໃຫ້ດີໄປຕາມຕ່ອງໂສ້ມູນຄ່າ. ຢ່າງໃດກໍ່ດີ, ຂະແໜງບໍລິການ ມີບົດບາດສໍາຄັນຫລາຍໃນການເພີ່ມຂີດຄວາມສາມາດການແຂ່ງຂັນ ຂອງຂະແໜງການອື່ນໆເພື່ອກະຕຸ້ນການເຕີບໂຕຂອງເສດຖະກິດ ແລະ ສ້າງວຽກເຮັດງານທໍາທີ່ມີຄຸນະ ພາບດີກວ່າເກົ່າ. 2 ບົດສັງລວມຫຍໍ້ - ບົດວິໄຈການເຊື່ອມໂຍງລະຫວ່າງຂະແໜງບໍລິການ ແລະ ຂະແໜງ ການຜະລິດໃນ ສປປ ລາວ 2. ຂະແໜງບໍລິການຂອງ ສປປ ລາວ ໄດ້ມີການປະກອບສ່ວນທີ່ສໍາຄັນເຂົ້າໃສ່ການເຕີບໂຕທາງ ເສດຖະກິດຕະຫຼອດໄລຍະໜຶ່ງທົດສະວັດຜ່ານມາ ແຕ່ຍັງເປັນການປະກອບສ່ວນທີ່ຕໍ່າກວ່າທ່າແຮງບົ່ມ ຊ້ອນ. ຂະແໜງ ບໍລິການ ໄດ້ ເຕີບໂຕຢ່າງວ່ອງໄວໃນຊຸມປີຜ່ານມາ ກາຍເປັນຂະແໜງທີ່ປະກອບສ່ວນ ຫຼາຍສຸດເຂົ້າໃນ GDP ຂອງ ສປປ ລາວ. ຢ່າງໃດກໍ່ຕາມ, ຂະໜາດຂອງຂະແໜງບໍລິການ - ທີ 41 ສ່ວນຮ້ອຍຂອງ GDP ຕາມ ຕົວເລກໃນປີ 2014 — ຖືວ່າຍັງຢູ່ໃນລະດັບທີ່ນ້ອຍກວ່າການປະກອບ ສ່ວນຂອງຂະແໜງບໍລິການໃນປະເທດອື່ນໆ ທີ່ມີການພັດທະນາໃນລະດັບຄ້າຍຄືກັນ. 3. ໃນຂະນະທີ່ການສ່ົງອອກບໍລິການໄດ້ເພີ່ມສູງຂຶ້ນຫຼາຍ ແຕ່ກໍ່ຍັງຄົງສຸມໃສ່ການບໍລິການບາງ ດ້ານແບບດັ້ງເດີມ ໂດຍສະເພາະແມ່ນ ການບໍລິການດ້ານການຂົນສ່ົງ ແລະ ການເດີນທາງ. ການສົ່ງ ອອກບໍລິການ ໄດ້ເຕີບໂຕຈາກ 6,4 ສ່ວນຮ້ອຍຂອງຜົນຜະລິດບໍລິການທັງໝົດໃນປີ 2005 ມາເປັນ 6,9 ສ່ວນຮ້ອຍໃນປີ 2013. ຢ່າງໃດກໍ່ດີ, ການເອື່ອຍອີງຫຼາຍໃສ່ ສອງສາມຂົງເຂດບໍລິການດັ້ງເດີມ ນັ້ນໄດ້ເຮັດໃຫ້ກະຕ່າສິນຄ້າສ່ົງອອກດ້ານບໍລິການຂອງ ສປປ ລາວ ມີການຈຸ້ມຕົວຫຼາຍສຸດທຽບໃສ່ປະ ເທດອື່ນໆທີ່ມີລະດັບການພັດທະນາຄ້າຍຄືກັນ ແລະ ຍິ່ງເປັນການເພີ່ມຄວາມບອບບາງທາງເສດຖະ ກິດໃຫ້ປະເທດທີ່ສ່ຽງໄດ້ຮັບຜົນສະທ້ອນຈາກປະເພດການກະທົບແບບສະເພາະຂະແໜງການ. 4. ຍ້ອນການສະໜອງບໍລິການທີ່ທັນສະໄໝຍັງມີບໍ່ພຽງພໍ, ການປະກອບສ່ວນໂດຍກົງຂອງການ ບໍລິການທີ່ທັນສະໄໝຍັງຄົງຢູ່ລະດັບຕໍ່າ ແລະ ປະກອບສ່ວນທາງອ້ອມ ທີ່ນອນຢູ່ໃນສິນຄ້າສ່ົງອອກຈາກ ຂະແໜງການຜະລິດກໍ່ຕໍ່າໄປນໍາ. ເກືອບ 90 ສ່ວນຮ້ອຍຂອງປັດໃຈນໍາເຂົ້າດ້ານບໍລິການທີ່ນໍາໃຊ້ໂດຍ ຜູ້ຜະລິດ ແມ່ນມາຈາກການບໍລິການດ້ານການແຈກຢາຍ ແລະ ການຂົນສ່ົງ ໃນຂະນະຂົງເຂດບໍລິການທີ່ ທັນສະໄໝເຊັ່ນ: ບໍລິການດ້ານທຸລະກິດ, ການເງິນ, ປະກັນໄພ ແລະ ບໍລິການ ICT ປະກອບສ່ວນ ພຽງເລັກນ້ອຍເຂົ້າໃນການຜະລິດເພີ່ມມູນຄ່າ. ຕາມທໍາມະດາແລ້ວ, ບໍລິສັດໃນຂະແໜງບໍລິການ ຖືເປັນ ຜູ້ສະໜອງສໍາຄັນຂອງປັດໃຈນໍາເຂົ້າລະຫວ່າງກາງໃຫ້ແກ່ຂະແໜງອື່ນໆ ໂດຍສະເພາະໃຫ້ບັນດາບໍລິສັດ ທີ່ເຮັດການຜະລິດ. ເມື່ອພິຈາລະນາເບິ່ງການເຊື່ອມໂຍງໄປທາງໜ້າເຫຼົ່ານີ້ແລ້ວ, ການປະກອບ ສ່ວນ ທັງໝົດຂອງ ຂະແໜງບໍລິການ ຈຶ່ງຢູ່ທີ່ 21 ສ່ວນຮ້ອຍຂອງສິນຄ້າສ່ົງອອກທັງໝົດຈາກ ສປປ ລາວ. ຢ່າງໃດກໍ່ຕາມ, ການປະກອບສ່ວນຂອງບໍລິການທີ່ທັນສະໄໝໃນສິນຄ້າສ່ົງອອກເພີ່ມມູນຄ່າ ຍັງຄົງຢູ່ ໃນລະດັບຕໍ່າຫຼາຍ. ການສະໜອງບໍລິການດ້ານການເງິນ ແລະ ໂທລະຄົມມະນາຄົມທີ່ບໍ່ພຽງພໍ - ເຊິ່ງກວມເອົາພຽງແຕ່ 3 ສ່ວນຮ້ອຍຂອງ ປັດໃຈນໍາເຂົ້າດ້ານບໍລິການທັງໝົດທີ່ສະໜອງໃຫ້ແກ່ ຂະແໜງການຜະລິດ - ຍັງອາດຈະເປັນຂໍ້ຈໍາກັດຕໍ່ການກະຈາຍໃຫ້ເກີດຄວາມຫຼາກຫຼາຍ ແລະ ການ ປັບປຸງບັນດາບໍລິສັດການຜະລິດ ໂດຍເປັນການສະກັດກັ້ນບໍລິສັດເຫຼົ່ານັ້ນ ບໍ່ໃຫ້ສາມາດໄຕ່ຂຶ້ນຕາມ ຕ່ອງໂສ້ມູນຄ່າ. ບົດສັງລວມຫຍໍ້ - ບົດວິໄຈການເຊື່ອມໂຍງລະຫວ່າງຂະແໜງບໍລິການ ແລະ ຂະແໜງ ການຜະລິດໃນ ສປປ ລາວ 3 5. ການເຊື່ອມໂຍງລະຫວ່າງຂະແໜງບໍລິການ ແລະ ການຜະລິດ ຍັງອ່ອນນ້ອຍເມື່ອທຽບໃສ່ ບັນດາປະເທດທີ່ມີ ລະດັບການພັດທະນາຄ້າຍຄືກັນ. ຢູ່ລາວ, ຂະແໜງບໍລິການ ພຽງແຕ່ປະກອບສ່ວນ ປະມານ 28 ສ່ວນຮ້ອຍ ຂອງປັດໃຈນໍາເຂົ້າໃນເສດຖະກິດໃນດ້ານມູນຄ່າເພີ່ມຕາມຂໍ້ມູນປີ 2011, ເຊິ່ງເປັນສ່ວນແບ່ງທີ່ຕໍ່າອີງຕາມມາດຕະຖານສາກົນ, ເມື່ອທຽບໃສ່ປະເທດທີ່ມີລະດັບການພັດທະນາ ຄ້າຍຄືກັນ, ຂະແໜງບໍລິການຂອງເຂົາເຈົ້າ ປະກອບສ່ວນໃກ້ຄຽງ ຫຼື ສູງກວ່າ 40 ສ່ວນຮ້ອຍ. ໃນທາງກົງກັນຂ້າມ, ຂະແໜງກະສິກໍາ, ພະລັງງານ ແລະ ບໍ່ແຮ່ ປະກອບສ່ວນ 68 ສ່ວນຮ້ອຍຂອງປັດ ໃຈນໍາເຂົ້າທີ່ພາຍໃນສະໜອງ ຂະນະທີ່ຂະແໜງການຜະລິດ ປະກອບສ່ວນ ພຽງແຕ່ 6 ສ່ວນຮ້ອຍ. ຢູ່ ສປປ ລາວ, ຂະແໜງບໍລິການ ຖືກນໍາໃຊ້ເປັນປັດໃຈນໍາເຂົ້າສໍາລັບ ການຜະລິດສິນຄ້າສ່ົງອອກ ຫຼາຍ ກວ່າເປັນປັດໃຈນໍາເຂົ້າສໍາລັບການຜະລິດຜະລິດຕະພັນຕ່າງໆເພື່ອຮັບໃຊ້ ຕະຫຼາດພາຍໃນ. ທັງກິດຈະ ກໍາເພື່ອສ່ົງອອກ ແລະ ເພື່ອຮັບໃຊ້ຕະຫຼາດພາຍໃນ, ຂະແໜງການຜະລິດຂອງ ສປປ ລາວ ມີລະດັບການ ເອື່ອຍອີງໜ້ອຍໃສ່ຂະແໜງບໍລິການ ເມື່ອທຽບໃສ່ປະເທດອື່ນໆທີ່ມີລະດັບການພັດທະນາຄ້າຍຄືກັນ. 6. ການປັບປຸງຄຸນະພາບ ແລະ ຄວາມຫລາກຫລາຍຂອງການບໍລິການ ເປັນສິ່ງຈໍາເປັນໃຫ້ໄດ້ຮັບ ຜົນປະໂຫຍດທົ່ວລະບົບເສດຖະກິດເພື່ອການຍົກລະດັບສະມັດຕະພາບດ້ານການຜະລິດ ແລະ ຄວາມ ສາມາດໃນການແຂ່ງຂັນ. ການສະໜອງປັດໃຈການຜະລິດທີ່ບໍ່ພຽງພໍຈາກຂະແໜງບໍລິການຢູ່ ສປປ ລາວ ກາຍເປັນການກົດໜ່ວງການຜະລິດສິນຄ້າທີ່ນໍາໃຊ້ບັນດາບໍລິການຕ່າງໆເຂົ້າໃນການ ຜະລິດ. ສິ່ງຄົ້ນພົບຂອງພວກເຮົາ ຊີ້ໃຫ້ເຫັນວ່າ: ມີການເຊື່ອມໂຍງສູງລະຫວ່າງຄຸນະພາບຂອງບໍລິການ ທີ່ເປັນກະດູກສັນຫຼັງ ແລະ ຜະລິດຕະພາບຂອງບໍລິສັດຢູ່ ສປປ ລາວ ກໍ່ຄື ຢູ່ໃນປະເທດອື່ນໆພາຍໃນ ພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ. ຜົນການເຄື່ອນໄຫວຂອງບໍລິສັດຢູ່ ສປປ ລາວ ຍິ່ງຖືກກະທົບ ໃນທາງລົບຈາກສະພາບບໍລິການຂົນສ່ົງ ແລະ ສະໜອງໄຟຟ້າທີ່ມີຄຸນະພາບຕໍ່າ. ອີງຕາມຜົນໄດ້ຮັບ ຈາກການວິເຄາະຂອງພວກເຮົາ, ສິ່ງທ້າທາຍ ທີ່ມີໃນບໍລິການຂົນສົ່ງ ໄດ້ສົ່ງຜົນກະທົບໃນທາງລົບຕໍ່ ຜະລິດຕະພາບ. ແຕ່ບໍ່ມີຫຼັກຖານສະຫຼຸບທີ່ໜັກແໜ້ນ ກ່ຽວກັບຂໍ້ຈໍາກັດໃນການເຂົ້າເຖິງບໍລິການດ້ານ ການເງິນ ແລະ ຜົນກະທົບທາງລົບຂອງບັນຫາດັ່ງກ່າວທີ່ມີຕໍ່ຜະລິດຕະພາບ. ໃນຂະນະທີ່ບໍລິສັດທີ່ມີ ຜະລິດຕະພາບຫຼາຍສຸດ ມີທ່າອ່ຽງທີ່ຈະສະແດງຄໍາເຫັນຫຼາຍກ່ຽວກັບບັນຫາການສະໜອງບໍລິການດ້ານ ການເງິນທີ່ບໍ່ພຽງພໍ ແຕ່ເມື່ອພິຈາລະນາເບິ່ງມາດຕະການພາວະວິໃຈໃນການເຂົ້າເຖິງບໍລິການດ້ານ ການເງິນ ຫຼື ແຫ່ຼງທຶນແລ້ວ ພວກເຮົາເຫັນວ່າ: ບໍລິສັດທີ່ສາມາດເຂົ້າເຖິງແຫຼ່ງທຶນຈາກທະນາຄານໄດ້ ຫຼາຍກວ่າໝູ່ ນັ້ນມີທ່າອ່ຽງເປັນບໍລິສັດທີ່ມີຜະລິດຕະພາບສູງກວ່າບໍລິສັດອື່ນ. 4 ບົດສັງລວມຫຍໍ້ - ບົດວິໄຈການເຊື່ອມໂຍງລະຫວ່າງຂະແໜງບໍລິການ ແລະ ຂະແໜງ ການຜະລິດໃນ ສປປ ລາວ ບົດສັງລວມຫຍໍ້ - ບົດວິໄຈການເຊື່ອມໂຍງລະຫວ່າງຂະແໜງບໍລິການ ແລະ ຂະແໜງ ການຜະລິດໃນ ສປປ ລາວ 5 ຂໍ້ສະເໜີແນະທາງດ້ານນະໂຍບາຍ 7. ຄໍາແນະນໍາຕົ້ນຕໍດ້ານນະໂຍບາຍຈາກບົດລາຍງານສະບັບນີ້ ມີເປົ້າໝາຍເລັງໃສ່ເພີ່ມການແຂ່ງ ຂັນໃນຂະແໜງບໍໍລິການ, ຫຼຸດຜ່ອນລະບຽບການທີ່ມີລັກສະນະບິດເບືອນ ແລະ ເປີດຂະແໜງບໍລິການ ໃຫ້ຕ່າງປະເທດ ສາມາດເຂົ້າມີສ່ວນຮ່ວມໄດ້, ສ້າງທັກສະຄວາມຮູ້ທັງໃນລະດັບບຸກຄົນ ແລະ ບໍລິສັດ, ແລະ ລົງທຶນໃສ່ພື້ນຖານໂຄງລ່າງກາຍະພາກ ແລະ ທີ່ບໍ່ແມ່ນກາຍະພາກ ເພື່ອສ່ົງເສີມການພັດທະນາ ຂອງຂະແໜງບໍລິການ. ເວົ້າສະເພາະ, ຈໍາເປັນຕ້ອງເອົາໃຈໃສ່ເພີ່ມເປັນພິເສດໃສ່ຂົງເຂດດັ່ງຕໍ່ໄປນີ້: 8. ເລີ່ມການຈັດຕັ້ງປະຕິບັດໄວຂຶ້ນ ບັນດາພັນທະໃນສົົນທິສັນຍາກັບອົງການການຄ້າໂລກ (WTO) ແລະ ສົນທິສັນຍາກອບການຄ້າດ້ານການບໍລິການຂອງອາຊຽນ (AFAS) ເພື່ອຮັບປະກັນລະບອບ ການຄ້າ ແລະ ການລົງທຶນທີ່ເປີດເສລີໃຫ້ແກ່ຂະແໜງບໍລິການ. oo ເປີດກວ້າງຂະແໜງບໍລິການ: ນີ້ ເປັນສ່ວນໜຶ່ງ ແລະ ທັງໝົດຂອງນະໂຍບາຍການຄ້າທີ່ເສີມຂະ ຫຍາຍການເຕີບໂຕທາງເສດຖະກິດແບບຮອບດ້ານ. ຢ່າງໃດກໍ່ດີ, ຄໍາໝັ້ນສັນຍາຂອງ ສປປ ລາວ ພາຍໃຕ້ GATS ເຫັນວ່າ: ມີຂອບເຂດປົກຄຸມດ້ານຂະແໜງບໍລກ ິ ານທີອ ່ ວຕໍາ ່ າ ່ ໂດຍ ທຽບຖານ ແລະ ມີພັນທະແບບຜິວເຜີນ. ມີຄວາມຈໍາເປັນຮີບດ່ວນສໍາລັບ ສປປ ລາວ ທີ່ຕ້ອງ ເລີ່ມຈັດຕັ້ງປະຕິບັດຄໍາໝັ້ນສັນຍາຂອງຕົນໃນຂະແໜງການເງິນ ແລະ ໂທລະຄົມມະນາຄົມ ແລະ ຕ້ອງເລີ່ມພິຈາລະນາເປີດຂະແໜງແຈກຢາຍສິນຄ້າ ແລະ ການຂາຍຍ່ອຍ. ຂໍ້ຈໍາກັດ ຕໍ່ການເຂົ້າຮ່ວມ ຂອງບໍລິສັດຕ່າງປະເທດໃນຫຼາກຫຼາຍກິດຈະກໍາ ການທ່ອງທ່ຽວ ຕົວຢ່າງ: ການເຮັດທຸລະກິດ ເຮືອນພັກແມ່ນຍັງຄົງມີຢູ່. ໃນຂະແໜງຂົນສ່ົງ, ການເພີ່ມຄວາມຍືດຍຸ່ນ ຂັ້ນຕອນການອອກໃບ ອະນຸຍາດ ອາດຈະຊ່ວຍບໍລິສັດຕ່າງໆທີ່ອາດຈະຢາກລວມເອົາກິດຈະ ກໍາດ່ັງກ່າວເຂົ້າໃນທຸລະກິດໃຈກາງຂອງເຂົາເຈົ້າ ຕົວຢ່າງເຊັ່ນ: ບໍລິສັດ ໃນຂະແໜງບໍແຮ່. oo ພັນທະໃນການເປີດເສລີດ້ານການຄ້າບໍລິການໃນລະດັບພາກພື້ນ (ທີ່ມີກັບ AFAS) ຈໍາເປັນ ຕ້ອງເຮັດໃຫ້ສອດຄ່ອງກັບບັນດາພັນທະໃນສົົນທິສັນຍາຫຼາຍຝ່າຍ (ທີ່ມີກັບ GATS/ WTO). ການເຊື່ອມໂຍງພາກພື້ນໃນຂະແໜງບໍລິການ ມີທ່າແຮງເປັນພື້ນຖານໃຫ້ແກ່ການ ເຊື່ອມໂຍງໃນວົງກວ້າງກັບຕະຫຼາດໂລກ. ຢ່າງໃດກໍ່ຕາມ, ເຖິງວ່າ: ສປປ ລາວ ມີຄວາມຄືບໜ້າ ຫຼາຍໃນການຫັນເປັນເສລີພາຍໃຕ້ແວດລ້ອມລະດັບພາກພື້ນ, ແຕ່ກໍ່ຍັງມີຄວາມບໍ່ສອດຄ່ອງ ຈໍານວນໜຶ່ງ (ຕ.ຢ: ເງື່ອນໄຂການຮັບຮອງ ໃນແວດລ້ອມລະດັບພາກພື້ນ, ແຕ່ພັດບໍ່ມີພາຍ ໃຕ້ແວດລ້ອມຫຼາຍຝ່າຍ; ເງື່ອນໄຂກໍາມະສິດຕໍ່າສຸດຂອງຕ່າງປະເທດໃນແວດລ້ອມລະດັບ 6 ບົດສັງລວມຫຍໍ້ - ບົດວິໄຈການເຊື່ອມໂຍງລະຫວ່າງຂະແໜງບໍລິການ ແລະ ຂະແໜງ ການຜະລິດໃນ ສປປ ລາວ ພາກພື້ນ ແຕ່ພັດບໍ່ມີໃນແວດລ້ອມຫຼາຍຝ່າຍ, ແລະ ອື່ນໆ). ນີ້ ສະແດງໃຫ້ເຫັນວ່າ: ຍຸດທະສາດ ເຈລະຈາການຄ້າ ຈະມີປະສິດທິຜົນຫຼາຍກວ່ານີ້ ຖ້າຫາກຖືກລວມສູນ, ພ້ອມທັງມີກົນໄກທີ່ ເຂັ້ມແຂງກວ່າເດີມສໍາລັບການຂໍຄໍາປຶກສາ ແລະ ການປະສານງານທົ່ວບັນດາກະຊວງກ່ຽວ ຂ້ອງ. 9. ສົມທົບໃສ່ການເປີດກວ້າງດ້ວຍການປັບປຸງລະບຽບກົດໝາຍທີ່ຮັດກຸມເພື່ອຮັບປະກັນຜົນ ປະໂຫຍດດ້ານການຄ້າ ແລະ ການລົງທຶນຕ່າງໆ. ເພື່ອໃຫ້ໄດ້ຮັບຜົນປະໂຫຍດຈາກການເປີດກວ້າງ ທີ່ເພີ່ມຂຶ້ນຕໍ່ການຄ້າ ແລະ ການລົງທຶນ, ຈໍາເປັນທີ່ຕ້ອງມີສະພາບແວດລ້ອມດ້ານລະບຽບກົດໝາຍ ທີ່ເອື້ອອໍານວຍ, ໂປ່ງໃສ ແລະ ສາມາດຄາດຄະເນໄດ້. ຕົວຢ່າງ: ໃນຂະແໜງໂທລະຄົມມະນາຄົມ, ສປປ ລາວ ມີພັນທະຕໍ່ສາກົນທີ່ມີການປັບປຸງລະບຽບກົດໝາຍ ທີ່ມີລັກສະນະທ້າທາຍຄວາມສາມາດ. ເພື່ອໃຫ້ບັນລຸຜົນປະໂຫຍດດັ່ງກ່າວ, ເປັນສິ່ງຈໍາເປັນສໍາລັບ ສປປ ລາວ ທີ່ຕ້ອງເລີ່ມສ້າງພື້ນຖານດ້ານ ການຈັດຕັ້ງ ແລະ ລະບຽບກົດໝາຍ ທີ່ສອດຄ່ອງກັບເອກະສານແມ່ບົດຂະແໜງໂທລະຄົມມະນາຄົມ ຂອງ ອົງການການຄ້າໂລກ (WTO) ທີ່ກຳນົດບັນດາຫຼັກການ ແລະ ເງື່ອນໄຂພື້ນຖານທາງດ້ານ ການຈັດຕັ້ງ ເພື່ອຄຸ້ມຄອງຂະແໜງການໂທລະຄົມມະນາຄົມ. ນີ້ ຕ້ອງລວມເອົາດ້ານຕ່າງໆເຊັ່ນ: ກົດລະບຽບວ່າດ້ວຍການເຂົ້າເຖິງ ແລະ ນໍາໃຊ້ພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ, ຄວາມເປັນ ເອກະລາດຂອງອົງການຄຸ້ມຄອງ ແລະ ກົດລະບຽບວ່າດ້ວຍພຶດຕິກໍາຕ້ານການແຂ່ງຂັນ. ປະຈຸບັນ, ຮ່າງດໍາລັດຂອງລັດຖະບານ ພວມໄດ້ຮັບການຄົ້ນຄວ້າພິຈາລະນາ (ໃນເດືອນກຸມພາ 2016). 10. ສະໜັບສະໜູນການຈັດຕັ້ງປະຕິບັດປະຕິຮູບຕ່າງໆໃນຂະແໜງບໍລິການດ້ວຍການສ້າງຄວາມ ສາມາດໃຫ້ຂະແໜງການກ່ຽວຂ້ອງໃຫ້ມີຄວາມພ້ອມດ້ານງົບປະມານ ແລະ ພະນັກງານທີ່ມີຄວາມຮູ້ ຄວາມສາມາດ. ພື້ນຖານທາງດ້ານລະບຽບກົດໝາຍທີ່ຮັດກຸມ ແລະ ໂປ່ງໃສ ຈະໃຫ້ຜົນໄດ້ຮັບພຽງບາງ ສ່ວນ ຖ້າຄວາມສາມາດທາງດ້ານຈັດຕັ້ງໃນການຄຸ້ມຄອງລັດຫາກບໍ່ເຂັ້ມແຂງ. ງົບປະມານທີ່ຈໍາກັດ ແລະ ພະນັກງານທີ່ບໍ່ໄດ້ຮັບການຝຶກອົບຮົມພຽງພໍ ເຮັດໃຫ້ກົງຈັກການຈັດຕັ້ງຂອງລັດຕ່າງໆທີ່ກ່ຽວ ຂ້ອງ ບໍ່ສາມາດແກ້ໄຂສິ່ງທ້າທາຍດ້ານລະບຽບກົດໝາຍຕ່າງໆ ໄດ້ຢ່າງມີປະສິດທິຜົນ. ນອກຈາກນັ້ນ, ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດນິຕິກຳທີ່ໂປ່ງໃສ, ເປັນສິ່ງທີ່ໄດ້ປຽບ ທີ່ຄວນສ້າງບົດແນະນໍາ ກ່ຽວກັບບັນດາກົດໝາຍທີຕ ິ ພັນກັບຫລາຍຂະແໜງການໃຫ້ເປັນຮັດກຸມ ງ່າຍຕໍຜ ່ ດ ່ ນ ໍ ໃຊ້ ໂດຍສະເພາະ ູ້ າ ພະນັກງານລັດຖະກອນ ແລະ ມວນຊົນ ເພື່ອຮັບປະກັນຄວາມເຂົ້າໃຈເປັນເອກະພາບກ່ຽວກັບກົດລະ ບຽບກົດໝາຍ ແລະ ລະບຽບການຕ່າງໆ. ບົດສັງລວມຫຍໍ້ - ບົດວິໄຈການເຊື່ອມໂຍງລະຫວ່າງຂະແໜງບໍລິການ ແລະ ຂະແໜງ ການຜະລິດໃນ ສປປ ລາວ 7 11. ສະໜັບສະໜູນການສ້າງຄວາມຫລາກຫລາຍພາກສ່ວນເສດຖະກິດ ດ້ວຍການພັດທະນາ ຊັບພະຍາກອນມະນຸດໃຫ້ເປັນທຶນ. ການສ້າງທັກສະຄວາມຮູ້ເປັນສິ່ງທີ່ຈໍາເປັນ ຖ້າ ສປປ ລາວ ຕ້ອງການ ເຂົ້າສູ່ຂະແໜງບໍລິການ ແລະ ການຜະລິດທີ່ມີຄວາມສະຫຼັບຊັບຊ້ອນທັນສະໄໝຂຶ້ນກວ່າເດີມ. ຕົວຢ່າງ: ເພື່ອປັບປຸງຂະແໜງ ຕັດຫຍິບ, ພາກທຸລະກິດຈຳເປັນຕ້ອງອາໄສກໍາລັງແຮງງານທີ່ສາມາດອອກແບບ ໄດ້ເອງ, ເຮັດໜ້າທີ່ຄຸ້ມຄອງດ້ານການບັນຊີ ແລະ ການຕະຫຼາດເອງ. ບັນຫາການຂາດແຮງງານທີ່ມີສີມື ເປັນຂໍ້ຈໍາກັດຮ້າຍແຮງຕໍ່ພາກທຸລະກິດ ຈາກການສຳຫລວດບັນດາບໍລິສັດຕ່າງໆໃນ ສປປ ລາວ. ສິ່ງຈໍາເປັນ ແມ່ນ ຄວນມີນະໂຍບາຍໄລຍະຍາວທີ່ມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ການສຶກ ສາຂັ້ນພື້ນຖານ, ປັບປຸງຫຼັກສູດການຮຽນການສອນ ເພື່ອຕອບສະໜອງໃຫ້ໄດ້ຕາມຄວາມຕ້ອງການ ຂອງຕະຫຼາດ ແລະ ປັບການຝຶກອົບຮົມວິຊາຊີບໃຫ້ສອດຄ່ອງກັບຄວາມຕ້ອງການຂອງພາກທຸລະກິດ. ສຳລັບໄລຍະສັ້ນ, ການອໍານວຍຄວາມສະດວກໃຫ້ການເຂົ້າມາຂອງຕ່າງປະເທດທີ່ມີທັກສະຄວາມຮູ້ ກ່ຽວຂ້ອງ ອາດຈະຊ່ວຍແກ້ໄຂບັນດາຂໍ້ຈໍາກັດເຫຼົ່ານັ້ນໄດ້ໃນໄລຍະຊ່ົວຄາວ. 12. ລົງທຶນໃສ່ພື້ນຖານໂຄງລ່າງດ້ານວັດຖຸ ແລະ ພື້ນຖານດ້ານເຕັກນິກ, ໂດຍສະເພາະໃນຂະແໜງ ຂົນສ່ົງ ແລະ ພະລັງງານ ເຊິ່ງລວມທັງໄຟຟ້າ, ນໍ້າ ແລະ ການເຊື່ອມຕໍ່ທາງອິນເຕີເນັດ. ການພັດທະນາ ຕາໜ່າງຖະໜົນຫົນທາງ ຖືເປັນສິ່ງຈໍາເປັນໃນການຫຼຸດຕົ້ນທຶນການຂົນສ່ົງ ເຊິ່ງມີບົດບາດສໍາຄັນໃນ ການຫລຸດຕົ້ນທຶນຂອງພາກທຸລະກິດ. ນອກຈາກນັ້ນ, ພື້ນຖານໂຄງລ່າງໃນການກະຈາຍພະລັງງານ (ຕ.ຢ: ລະບົບຕາຄ່າຍສາຍສ່ົງໄຟ) ຈໍາເປັນຕ້ອງໄດ້ຮັບການສ້າງຄວາມເຂັ້ມແຂງເພື່ອຮັບປະກັນການ ສະໜອງທີ່ມີສະຖຽນລະພາບ. ໃນດ້ານການເຊື່ອມຕໍ່ທາງອິນເຕີເນັດ, ເປັນເລື່ອງສໍາຄັນທີ່ຕ້ອງມີການ ຍົກລະດັບພີື້ນຖານດ້ານນິຕິກຳ ແລະ ການປະຕິບັດທີ່ເທົ່າທຽມກັນບໍ່ມີການຈຳແນກ ແລະ ມີຄວາມ ເປັນເອກະພາບລະຫວ່າງບັນດາບໍລິສັດຜູ້ສະໜອງບໍລິການອິນເຕີເນັດ ທັງພາຍໃນ ແລະ ຕ່າງປະເທດ ເພື່ອເພີ່ມການແຂ່ງຂັນ ແລະ ຍົກລະດັບປະສິດທິພາບໃນການປະຕິບັດງານຂອງພາກທຸລະກິດ. ສຸດທ້າຍ, ຕ້ອງລົບລ້າງອາກອນຟຸມເຟືອຍຕໍ່ການນໍາໃຊ້ ແລະ ສະໜອງອິນເຕີເນັດ.